ສາທາຣະນະສຸຂ ເຕືອນຣະວັງໄຂ້ເລືອດອອກ

ກະຊວງ ສາທາຣະນະສຸຂ ເຕືອນ ປະຊາຊົນ ໃຫ້ຣະວັງ ການຕິດເຊື້ອ ໄຂ້ເລືອດອອກ.

0:00 / 0:00

ກົດຟັງສຽງ

ກົມອະນາໄມ ປ້ອງກັນພຍາດ ກະຊວງ ສາທາຣະນະສຸຂ ເຕືອນປະຊາຊົນ ໃຫ້ຣະວັງ ໂຣກໄຂ້ເລືອກອອກ, ຊຶ່ງຄາດວ່າ ຈະຣະບາດ ໃນຊ່ວງນີ້ ເພາະເປັນຊ່ວງ ທີ່ອາກາດ ມີການປ່ຽນແປງ ໂດຍມີທັງຝົນຕົກ, ອາກາດໜາວ ແລະ ອາກາດຮ້ອນ. ການປ່ຽນແປງ ຂອງອາກາດດັ່ງກ່າວ ຈະເຮັດໃຫ້ ຮ່າງກາຍ ຂອງຄົນເຮົາ ອ່ອນແອລົງ, ແລະ ຈະສາມາດ ຕິດເຊື້ອໄຂ້ເລືອດອອກ ໄດ້ງ່າຍ. ເຈົ້າໜ້າທີ່ ກົມອະນາໄມ ປ້ອງກັນພຍາດ ກະຊວງ ສາທາຣະນະສຸຂ ກ່າວວ່າ ກ່ຽວກັບ ເຣື້ອງນີ້ ວ່າ:

”ພຍາດ ອັນໃດ ທີ່ຈະເຂົ້າມາ ແມ່ນເຮົາ ເຮົາກໍຈະເຝົ້າຣະວັງ ເຊັ່ນ ໄຂ້ເລືອດອອກ ຂັ້ນໂຮງພະຍາບານ ກໍແມ່ນ ມີຄົນເຈັບ ເຂົາກໍໃຫ້ຄວາມຮູ້ ເວລາ ຄົນເຈັບ ມາກວດ OPD.”

ຕາມປົກກະຕິ ແລ້ວ ໄຂ້ເລືອດອອກ ມັກຈະຣະບາດ ໃນຣະດູຝົນ ແຕ່ສໍາລັບ ຊ່ວງນີ້ ອາກາດມີການ ປ່ຽນແປງ ຢູ່ເລື້ອຍໆ, ຊຶ່ງບາງເທື່ອ ມີຝົນຕົກ ຕິດຕໍ່ກັນ ມີອາກາດ ໜາວ ແລະ ຮ້ອນ ສລັບກັນໄປ ເຮັດໃຫ້ ຮ່າງກາຍ ຂອງຄົນເຮົາ ບໍ່ແຂງແຮງ ຈຶ່ງມີຄວາມສ່ຽງ ໃນການຕິດ ເຊື້ອໂຣກໄດ້.

ໂຣກໄຂ້ເລືອດອອກ ເປັນໂຣກຕິດຕໍ່ ທີ່ເກີດຈາກຍຸງລາຍ ໂຕແມ່. ເມື່ອຜູ້ປ່ວຍ ໄດ້ຮັບເຊື້ອ ຈະມີອາການໄຂ້ ຂຶ້ນສູງ ໃນ 2-7 ມື້, ເບື່ອອາຫານ, ປຸ້ນທ້ອງ ເມື່ອອາຈຽນ ອອກມາ ມີສີນໍ້າຕານ ປົນຢູ່, ປວດຫົວ, ໄຂ້ຂຶ້ນສູງ 30 ຫາ 40 ອົງສາ, ປວດທ້ອງ, ປວດກ້າມເນື້ອ, ມື້ທີ່ 2-3 ຜູ້ປ່ວຍ ມີໃບໜ້າແດງ, ໂຕແດງ ອາດມີຜື່ນ ຫລື ຈຸດເລືອດອອກ ຕາມຜິວໜັງ 60 ຫາ 90 ສ່ວນຮ້ອຍ. ສໍາລັບ ຜູ້ທີ່ຕິດເຊື້ອ ເມື່ອພົບວ່າ ມີໄຂ້ສູງ ກ່ວາປົກກະຕິ ໃຫ້ຟ້າວໄປພົບແພດ, ໃຊ້ຢາບັນເທົາໄຂ້ ສະເພາະ ພາຣາເຊຕາມອນ ແລະ ບໍ່ຄວນ ໃຊ້ຢາ ແອັສເພຣິນ ຫລື ໄອບູໂພຣເຟນ ເພາະຈະເຮັດໃຫ້ເລືອດ ອອກງ່າຍຂຶ້ນ.

ເຈົ້າໜ້າທີ່ ຊີ້ແຈງກ່ຽວກັບ ວິທີການປ້ອງກັນ ວ່າ ຕ້ອງເຣີ້ມປ້ອງກັນ ໂດຍການກໍາຈັດ ແຫລ່ງນໍ້າ ທີ່ເພາະພັນຂອງຍຸງ, ກໍາຈັດແຫລ່ງໜອນນໍ້າ ໃນຊຸມຊົນ ຢ່າງໜ້ອຍ ປີລະ 2-3 ເທື່ອ, ກໍາຈັດ ບ່ອນທີ່ມີນໍ້າຂັງ ເພື່ອປ້ອງກັນ ບໍ່ໃຫ້ຍຸງລາຍ ໄປຂຍາຍພັນ, ຊຶ່ງຊຸມຊົນ ຕ້ອງຊ່ອຍເຫລືອກັນ.