ມ.ດັກຈືງ ຕ້ອງການຖນົນ

ຊາວເມືອງ ດັກຈືງ ແຂວງເຊກອງ ຕ້ອງການ ຖນົນ ຈາກບ້ານ ເຂົ້າສູ່ ຕົວເມືອງ.

0:00 / 0:00

ກົດຟັງສຽງ

ຊາວເມືອງ ດັກຈືງ ແຂວງເຊກອງ ເວົ້າວ່າ ດຽວນີ້ ການເດີນທາງ ຈາກບ້ານ ເພື່ອເອົາເຄື່ອງ ໄປຂາຍ ຢູ່ຕລາດ ໃນເມືອງ ມີຄວາມ ລໍາບາກຫລາຍ ເພາະວ່າຖນົນ ທີ່ມີຢູ່ ເມື່ອຮອດ ລະດູຝົນ ກໍໃຊ້ບໍ່ໄດ້ ສະນັ້ນ ຈື່ງຂໍ ໃຫ້ທາງການ ເອົາໃຈໃສ່ ໃຫ້ແດ່ ພໍໃຫ້ມີ ຖນົນຫົນທາງ ເດີນສະດວກ ຊາວບ້ານຄົນນື່ງ ເວົ້າວ່າ:

"ໃນເມືອງ ດັກຈືງ ເຂດນີ້ ນີ້ນ໊າ ຂໍເສັ້ນທາງ ໄປສູ່ ຊົນນະບົດ ເສັຽກ່ອນ ຖ້າວ່າໄດ້ ເສັ້ນທາງແລ້ວ ສືກສາ ກໍຈະໄປຮອດ ສາທາຣະນະສຸຂ ກໍຈະໄປເຖິງ ແມ່ຄ້າ ຊາວຂາຍ ກໍສີ່ໄດ້ ແລກປ່ຽນ ສິນຄ້າ".

ຊາວບ້ານ ເວົ້າອີກວ່າ ປະຊາຊົນ ຕ້ອງການ ຢາກໃຫ້ ຣັຖບານ ເຂົ້າມາແກ້ໄຂ ຢ່າງຈິງຈັງ ຖ້າຢາກໃຫ້ ເມືອງນີ້ ຊື່ງເປັນເມືອງ ທີ່ທຸກຍາກ ຢູ່ແລ້ວ ໃຫ້ຫລຸດພົ້ນ ຈາກຄວາມ ທຸກຍາກ ຢ່າງແທ້ຈິງ.

ຕໍ່ບັນຫານີ້ ທາງແຂວງ ເຊກອງ ກໍວ່າຣັຖບານ ເຫັນວ່າເສັ້ນທາງ ມີຄວາມສໍາຄັນ ສໍາລັບ ປະຊາຊົນ ແຕ່ວ່າຍັງ ມີຫລາຍປັດໃຈ ທີ່ທາງແຂວງ ບໍ່ມີພ້ອມ ເຮັດໃຫ້ແຜນ ການສ້າງຖນົນ ບໍ່ຄືບໜ້າ ໄປໄດ້ ດັ່ງທ່ານ ຄໍາເຜີຍ ບຸດດາວຽງ ເຈົ້າແຂວງໆ ເຊກອງ ໄດ້ກ່າວ:

"ກໍຍັງ ຫຍຸ່ງຍາກຢູ່ ປັດຈຸບັນ ນີ້ ຫຍຸ່ງຍາກ ເຣື້ອງເສັ້ນທາງ ຍັງບໍ່ທັນ ທະລຸ ບໍ່ທັນສາມາດ ໄປສອງລະດູ ແຕ່ກໍມີ ເສັ້ນທາງທີ່ ກໍາລັງເຮັດ ໃນ ປັດຈຸບັນ ນີ້ ກໍາລັງ ກໍ່ສ້າງ ແຕ່ຄິດວ່າ ຕາມແຜນ ເຂົາວ່າຍັງ ອີກ 2-3 ປີ".

ແຂວງເຊກອງ ເສັ້ນທາງ ທີ່ປູຢາງ ແລ້ວນັ້ນກໍມີ ເມືອງລະມາມ ແລະ ເມືອງທ່າແຕ. ສ່ວນເມືອງ ກະລືມ ກັບເມືອງດັກຈືງ ນັ້ນບໍ່ທັນມີ ການພັທນາ ເສັ້ນທາງ ໃຫ້ໃຊ້ໄດ້ ຕລອດປີ ເທື່ອ.