ກົດຟັງສຽງ
ຄາດວ່າ ບໍ່ຄໍາ ໃນເຂດເມືອງ ເຊໂປນ ເມືອງ ວິລະບູລີ ແຂວງ ສະຫວັນນະເຂດ ຂອງລາວ ຈະໝົດລົງ ໃນປີ 2013 ຍ້ອນແນວນັ້ນ ຈຶ່ງຈະເຮັດໃຫ້ ຈໍານວນ ຜົນຜລິດຄໍາ ໃນປີນີ້ ຫລຸດໜ້ອຍລົງ ແຕ່ໃນຂນະ ດຽວກັນ ບໍ່ຄໍາທີ່ ບໍຣິສັດຈີນ ສໍາປະທານ ແຫ່ງນີ້ ຜລິດທອງແດງ ໄດ້ຫລາຍຂຶ້ນ ອັນຈະເຮັດໃຫ້ ຣັຖບານລາວ ໄດ້ຮັບຜົນ ຕອບແທນ ໃນຮູບແບບຕ່າງໆ ເພີ່ມຂຶ້ນເປັນ ປະມານ 205 ລ້ານ ໂດລາ ສະຫະຣັດ ຄືເປັນຈໍານວນ ຫຼາຍທີ່ສຸດ ເທົ່າທີ່ເຄີຍ ໄດ້ຮັບ.
ສື່ມວນຊົນ ທາງການລາວ ວ່ານັບຕັ້ງແຕ່ ເລີ່ມມີການ ຜລິດ ແລະ ສົ່ງອອກ ເງິນຈໍານວນ ທີ່ວ່ານັ້ນ ເຮັດໃຫ້ ຣັຖບານ ລາວ ມີຣາຍໄດ້ ຈາກບໍ່ຄໍາແຫ່ງນີ້ ທັງໝົດ 800 ກວ່າລ້ານ ໂດລາ. ໃນປີ 2011 ບໍ່ຄໍາ ເຊໂປນ ຜລິດຄໍາໄດ້ 2 ຕັນ ກວ່າໆ ຄືຜລິດໄດ້ ຕາມເປົ້າໝາຍ. ແຕ່ປີ 2012 ນີ້ ຄາດວ່າ ຈະຫລຸດລົງ ແລະຈະໝົດ ໄປໃນປີ 2013. ຕາມຣາຍງາຍ ຂອງຜູ້ຈັດການ ອອນລາຍ ໃນວັນທີ 4 ມິນາ ນີ້.
ໃນປີ 2011 ບໍ່ຄໍາ ເຊໂປນ ຜລິດທອງແດງ ແຜ່ນ ໄດ້ທັງໝົດ ເກືອບເຖິງ 79,000 ຕັນ ຄືເພີ່ມຂຶ້ນ ຈາກປີ 2010 23% ຍ້ອນມີການ ຂາຍ ໂຮງງານຜລິດ. ສ່ວນປີນີ້ ຕາມແຜນການ ຂອງກຸ່ມ ແອັມແອັມຈີ ຊຶ່ງ ເປັນ ບໍຣິສັດ ແມ່ຂ ອງບໍຣິສັດ LXML ນັ້ນ ຄາດວ່າ ຈະຜລິດໄດ້ ເຖິງ 80,000 ຕັນ. ພ້ອມກັນນັ້ນ ບໍຣິສັດ ກໍກໍາລັງ ສໍາຫລວດ ພື້ນທີ່ ສໍາປະທານ ເພິ່ມຕື່ມອີກ ເພື່ອຄົ້ນຫາ ບໍ່ແຮ່ຕໍ່ໄປ ຊຶ່ງອາດຈະຊ່ວຍ ໃຫ້ສາມາດ ເພີ່ມຜົນຜລິດ ໄດ້ຕື່ມອີກ ໃນອະນາຄົດ.
