7 ປະເທດຈະຖືກລົງໂທດ ຄ້າສັດປ່າໃກ້ສູນພັນ

7 ປະເທດ ປະເຊີນກັບ ການຖືກ ລົງໂທດ ກ່ຽວກັບ ການຄ້າຂາຍ ສັດປ່າ ທີ່ໃກ້ ຈະສູນພັນ.

0:00 / 0:00

7 ປະເທດ ອາດສູນເສັຍ ສິດທິ ຂອງຂະເຈົ້າ ໃນການຄ້າຂາຍ ສັດປ່າ ຫລາຍພັນຊນິດ ຢ່າງຖືກຕ້ອງ ຕາມກົດໝາຍ ພາຍຫລັງ ທີ່ຕົວແທນ ຂອງອົງການ ສະຫະປະຊາຊາດ ວ່າດ້ວຍ ການອະນຸຮັກ ສັດປ່າ ຕົກລົງກັນ ໃນສັປດານີ້ ເພື່ອລົງໂທດ ປະເທດດັ່ງກ່າວ ທີ່ຂາດການອອກ ກົດຣະບຽບ ຢ່າງເຂັ້ມງວດ ຫລື ຫລົ້ມແຫລວ ໃນການຣາຍງານ ກ່ຽວກັບ ການຄ້າຂາຍ ສັດປ່າ ໃນປະເທດ ຂອງຂະເຈົ້າ.

ການລົງໂທດ 7 ປະເທດ ດັ່ງກ່າວ ໄດ້ຮັບການ ເຫັນພ້ອມ ໂດຍການ ລົງຄະແນນສຽງ ໃນບັນດາ ຕົວແທນ ແລະ ຈະມີຜົລປະຕິບັດ ໃນວັນທີ 1 ເດືອນຕຸລາ ປີນີ້. 7 ປະເທດ ດັ່ງກ່າວ ຮວມມີ ໂກໂມໂຣສ໌, ກີເນັຍ-ບີຊໍ, ປາຣາກວາຍ, ເນປານ, ຣາວັນດາ, ເກາະ ໂຊໂລມອນ ແລະ ຊີເຣັຍ.

ທ່ານ ຮວນ ຄາໂລສ ວາສເກ໋, ໂຄສົກ ຫ້ອງການ ສະຫະປະຊາຊາດ ກ່າວວ່າ ການລົງໂທດ ດັ່ງກ່າວ ຈະຫ້າມ ປະເທດເຫລົ່ານັ້ນ ຈາກການຂາຍ ສັດປ່າ ໃນຈໍານວນ 35 ພັນຊນິດ ຢ່າງຖືກຕ້ອງ ທີ່ໄດ້ຖືກຣະບຸ ໄວ້ ໃນຂໍ້ຕົກລົງ ຂອງ 175 ປະເທດ ວ່າດ້ວຍ ການຄ້າຂາຍ ຣະຫວ່າງຊາດ ໃນຈໍາພວກ ສັດປ່າ ໃກ້ຈະສູນພັນ.