ກົດຟັງສຽງ
ຣັຖບານລາວ ແລະ ອົງການ ຕ່າງປະເທດ ຫລາຍອົງການ ໄດ້ອອກບົດ ລາຍງານ ຈາກການ ສຳຣວດກ່ຽວກັບ ການຄ້າປະເວນີເດັກນ້ອຍ ໃນລາວ ແລະ ໄດ້ບອກເຖິງສາເຫດ ທີ່ເດັກນ້ອຍ ຕົກເປັນເຫຍື່ອ ຂອງກຸ່ມຄ້າມະນຸດ.
ບົດລາຍງານ ຣະບຸວ່າ ກຸ່ມເດັກນ້ອຍຜູ້ຍິງ ທີ່ຕົກເປັນໂສເພນີ ໃນລາວ ຍັງມີຫລາຍຢູ່ ສ່ວນໃຫຍ່ຈະພົບເຫັນ ໃນສຖານທີ່ບັນເທີງ ຫລື ກາຣາໂອເກະ ປະເພດຕ່າງໆ ໃນທົ່ວປະເທດ. ບົດລາຍງານ ທີ່ໄດ້ຈາກການ ສຳຣວດ ທີ່ດຳເນີນງານ ຮ່ວມກັນຣະຫວ່າງ ກະຊວງແຮງງານ ແລະ ສວັດດີການ ສັງຄົມ ສປປລາວ ກັບອົງການ UNICEF ໃນລາວ, ອົງການ UNIAP, ອົງການປົກປ້ອງ ເດັກນ້ອຍ ແລະອົງການ WORLD VISION ເພື່ອຢາກຮູ້ ແນ່ນອນວ່າ ສາເຫດທີ່ເດັກນ້ອຍ ຕົກເປັນເຫຍື່ອຂອງກຸ່ມ ຄ້າມະນຸດ ໃນລາວ ນັ້ນ ມາຈາກຫຍັງ ແລະ ຕ້ອງການບັນທຶກໄວ້ ເປັນຂໍ້ມູນ ໃນການສິດສອນ ພນັກງານຣັຖ ແລະ ຊີ້ແນະ ໃນນະໂຍບາຍ ແຫ່ງຊາດ ຂອງ ຣັຖບານ ໃນບັນຫາ ດັ່ງກ່າວ ໃນອານາຄົດ.
ອີງຕາມການ ສຳຣວດ ພົບວ່າ ເຫດມາຈາກເສຖກິດ ບໍ່ກ້າວຫນ້າ ແລະ ການປ່ຽນແປງ ທາງດ້ານສັງຄົມ ໃນລາວ ໃນຣະຍະ ຫລັງໆມານີ້ ສົ່ງຜົລກະທົບຕໍ່ ປະຊາຊົນ ຈຶ່ງຕ້ອງຕົກເປັນເຫຍື່ອ ຂອງ ຂະບວນ ການຄ້າມະນຸດ ເດັກນ້ອຍຜູ້ຍີງລາວ ຫລາຍຂື້ນ ໂດຍສະເພາະ ການຄ້າປະເວນີ ເດັກນ້ອຍແບບໃຫມ່ ດັ່ງການໃຊ້ເຄືອຂ່າຍ ທາງອີນເຕີແນັດ ແລະ ທຸຣະກິດ ການທ່ອງທ່ຽວທາງເພດ ທີ່ຖືກກ່າວໄວ້ ໃນການສຳຣວດ ຄັ້ງທຳອິດ ໃນປີ 2002.
ການຄ້າປະເວນີ ເດັກນ້ອຍ ໃນສະຖານທີ່ບັນເທີງ ໃນລາວ ຈະກະຈ່າຍໄປທົ່ວ ຫລາຍແຂວງໃນລາວ. ກຸ່ມຜູ້ຍີງທີ່ລົງຊື່ໄວ້ ຈະຖືກເອີ້ນ ມາບໍຣິການແຂກ ຖ້າຕ້ອງການ ຈາກເຈົ້າຂອງຮ້ານຄ້າ ແຕ່ບໍ່ແມ່ນ ພນັກງານໃນຮ້ານ, ຕ້ອງຍ້າຍສະຖານທີ່ ໄປເລື້ອຍໆ ໃນການຊອກຫາ ລູກຄ້າ.
