ສວັນນະເຂດປ້ອງກັນ ດິນເຊື່ອມຄຸນນະພາບ

ທາງການແຂວງ ສວັນນະເຂດ ເອົາມາຕການ ປ້ອງກັນ ສະພາບ ເຊື່ອມໂຊມ ຂອງດິນ ຍ້ອນການ ໃຊ້ສານເຄມີ.
ໂພໄຊສວັດ
2010.11.18

ກົດຟັງສຽງ

ກົມກະສິກັມ ແລະ ປ່າໄມ້ ແຂວງ ສວັນນະເຂດ ໄດ້ເອົາມາຕການ ຂັ້ນເດັດຂາດ ຫ້າມ ຊາວກະເສຕກອນ ໃຊ້ສານເຄມີ ແລະ ຊຸກຍູ້ ໃຫ້ປູກພືດ ລົ້ມລຸກ ຫລືພືດ ໝຸນວຽນ ເພື່ອບໍ່ໃຫ້ດິນ ຂາດຝຸ່ນ ທັມມະຊາດ ແລະ ເປັນການປ້ອງກັນ ໜ້າດິນ, ເພາະໃນ ປັດຈຸບັນນີ້ ສະພາບດິນ ເຊື່ອມໂຊມ ຈາກການໃຊ້ ສານເຄມີ ໃນການ ເຮັດໄຮ່ເຮັດສວນ. ເຈົ້າໜ້າທີ່ ຈາກຫ້ອງການ ກະສິກັມ ແລະ ປ່າໄມ້ ແຂວງ ສວັນນະເຂດ ອະທິບາຍ ວ່າ:

"ບັນຫາຫລາຍ ທີ່ສຸດ ປັດຈຸບັນນີ້ ກໍກຳລັງ ແກ້ໄຂ ຢູ່ກໍຄື ການຫລຸດໜ້ອຍ ຖອຍລົງ ຂອງພື້ນທີ່ ປ່າໄມ້ ແລະ ການເຊື່ອມໂຊມ ຂອງ ຄຸນນະພາບ ດິນ ທີ່ມີຜົນ ກະທົບຕໍ່ ສິ່ງແວດລ້ອມ ພື້ນທີ່ປ່າໄມ້ ນີ້ຢູ່ໃນ ປີ1989 ມີອັດຕຣາ ສ່ວນປົກຄຸມ ຢູ່ 41% ແລະ ມາຮອດປີນີ້ ມີອັດຕຣາ ສ່ວນຫລຸດລົງ ມາເປັນ 18%".

ເຈົ້າໜ້າທີ່ ເວົ້າວ່າ ລະດັບປົກຄຸມ ຂອງປ່າໄມ້ ໃນແຂວງ ສວັນນະເຂດ ທີ່ຫລຸດລົງນີ້ ກໍມີຫລາຍ ສາເຫດ ແຕ່ສ່ວນຫລາຍ ແລ້ວແມ່ນມາຈາກ ໂຄງການ ພັທນາຕ່າງໆ ທີ່ບໍ່ສາມາດ ຫລີກລ້ຽງໄດ້ ເຖິງແມ່ນວ່າ ທາງຣັຖບານ ຈະຄວບຄຸມ ປ້ອງກັນຢ່າງ ເຂັ້ມງວດ ແລ້ວກໍຕາມ.

ສຳລັບການໃຊ້ ສານເຄມີ ທີ່ມີ ຄວາມແຮງສູງ ໃນການປູກ ພືດພັນຕ່າງໆ ຍັງມີຄວາມ ນິຍົມໃຊ້ຢູ່ ເພາະວ່າຊາວ ກະສິກອນ ຢາກໃຫ້ພືດ ພັນທີ່ຜລິດ ງົດງາມ ແລະ ບໍ່ມີສັດຕຣູພືດ ທຳລາຍ. ເຈົ້າໜ້າທີ່ເວົ້າວ່າ:

"ເຊື່ອມໂຊມນີ້ ເພາະວ່າການ ຊະລ້າງດິນ ເພາະວ່າການ ນຳໃຊ້ດິນ ທີ່ມີ poisson ສູງ ການເພີ້ມຂຶ້ນ ຂອງປະຊາກອນ ເຮັດໃຫ້ການ ຮອງຮັບ ຂອງ ຊັພຍາກອນ ທັມມະຊາດ ບໍ່ສາມາດ ຕອບສນອງ ກັບຄວາມຕ້ອງການ ຂອງ ປະຊາກອນ".

ທຸກມື້ນີ້ ທາງການ ໄດ້ທຳການ ກວດສອບ, ຈັບແລະໃໝ ຊາວກະສິກອນ ແລະ ຜູ້ຂາຍ ສານເຄມີ ທີ່ຖືກຫ້າມໃຊ້ ຫລືໃຊ້ເກີນ ປະຣິມານ ທີ່ໄດ້ ກຳນົດໄວ້ ແຕ່ວ່າຊາວ ກະສິກອນ ແລະ ຜູ້ຂາຍ ສານເຄມີ ຫລາຍກຸ່ມ ຍັງສາມາດ ລັກນຳ ສານເຄມີ ທີ່ເປັນພິດ ຕໍ່ຮ່າງກາຍ ເຂົ້າມາຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.