ທ່ານສົມບັດ ຍັງບໍ່ຖືກສົ່ງກັບ

ຍັງບໍ່ມີ ຂ່າວຄືບໜ້າໃດໆ ກ່ຽວກັບ ທ່ານ ສົມບັດ ສົມພອນ ນັບຕັ້ງແຕ່ ທ່ານ ໄດ້ຫາຍຕົວໄປ ເກືອບເຖີງ 3 ສັປດາ ແລ້ວ.
ມະນີຈັນ
2013.01.07
F-sombat ທ່ານສົມບັດ ສົມພອນ (ຂວາ) ກ່າວ ອະພິປາຍ ການພັທນາ ຂອງ ມວນມະນຸດ ແຕ່ລະຊຸມຊົນ ໃນໂລກ. ໃນວັນຊົມຣົມ ຊົນຊາຕ ເອເຊັຽ-ຢູໂຣບ (Asia-Europe Peoples' Forum Press Conference) ພ້ອມກັນກັບ ການປະຊຸມ ນັກຂ່າວ ໃນວັນທີ 19 ຕຸລາ 2012 ທີ່ໂຮງແຮມ ຈັນທະປັນຍາ ນະຄອນຫຼວງ ວຽງຈັນ.
Screen captured from: Asia-Europe Peoples' Forum Press Conference

ມາດາມ Ng Shui Meng ຜູ້ເປັນພັລຍາ ຂອງ ທ່ານສົມບັດ ໃຫ້ສັມພາດ ຕໍ່ ວິທະຍຸ ABC ຂອງ Australia ວ່າ ທາງຕໍາຣວດ ບໍ່ໄດ້ຕິດຕໍ່ ຫານາງ ໄດ້ອາທິດກວ່າ ແລ້ວ:

"ນາງກ່າວວ່າ ນາງບໍ່ມີຫຍັງ ທີ່ຈະແຈ້ງໄປກວ່າ ທີ່ເຫັນ ໃນກ້ອງ ວົງຈອນປິດ ທີ່ບົ່ງບອກ ວ່າສາມີ ຂອງນາງ ຖືກສັ່ງໃຫ້ ຈອດຣົດ ຢູ່ທີ່ປ້ອມຍາມ ຕໍາຣວດ ໃນ ນະຄອນຫລວງ ວຽງຈັນ ແລະ ຣົດ jeep ຂອງທ່ານ ກໍມີຄົນ ມາຂັບເອົາໄປ ຈາກປ້ອມຕໍາຣວດ ນັ້ນເອງ ບໍ່ຮູູ້ວ່າ ເປັນໃຜ ແລະ ທ່ານ ກໍຖືກ ເອົາຕົວໄປ ໃນຣົດກະບະ ທີ່ຈອດຢູ່ ປ້ອມຕໍາຣວດ ນັ້ນ".

ຣັຖບານລາວ ໄດ້ປະຕິເສດ ວ່າບໍ່ມີສ່ວນ ກ່ຽວຂ້ອງໃດໆ ແຕ່ກັບແຍ້ມໃຫ້ ຮູ້ເຖິງການ ກ່ຽວຂ້ອງ ເຣື່ອງ ທຸຣະກິດ ຫລືວ່າ ຂໍ້ຂັດແຍ່ງ ສ່ວນຕົວ ທີ່ອາດ ເປັນສາເຫດ ຂອງ ການຖືກລັກພາຕົວ ທ່ານໄປ. ຍານາງ ກ່າວຕື່ມ ໂດຍຢືນຢັນ ເຖິງສາມີ ຂອງນາງວ່າ:

"ທ່ານ ບໍ່ແມ່ນ ນັກເຄື່ອນໄຫວ activist ຫລື ນັກຄັດຄ້ານ ທາງການ ໃນຮູບແບບໃດໆເລີຍ ທ່ານເຮັດວຽກ ໂດຍປະສານ ກັບຣັຖບານ ແລະ ທຸກໆໂຄງການ ທີ່ທ່ານດໍາເນີນ ແມ່ນໄດ້ຮັບ ອະນຸຍາດ ຈາກຣັຖບານ ທັງນັ້ນ".

ທ່ານ ສົມບັດ ສົມພອນ ເປັນບຸກຄົນ ທີ່ມີຊື່ສຽງ ໃນພາກພື້ນ ແລະ ໄດ້ຮັບລາງວັນ ກຽດນິຍົມ ດີເດັ່ນ Ramon Magsaysay ໃນປີ 2005 ຍ້ອນຜົນງານ ເປັນຜູ້ນໍາ ຊຸມຊົນ ຊຶ່ງນາງ ກໍບໍ່ຮູ້ວ່າ ສາມີ ຂອງນາງ ຢູ່ໃນຣະຫວ່າງ ຖືກຄວບຄຸມ ຕົວຈາກ ທາງຕໍາຣວດ ຫລືແນວໃດ. ນາງພຽງແຕ່ເຊື່ອ ໃນສິ່ງທີ່ນາງເຫັນ ຢູ່ພາບ ວົງຈອນປິດ ແລະ ຖ້າຣັຖບານ ຫາກເວົ້າວ່າ ບໍ່ໄດ້ຄວບຄຸມ ຕົວທ່ານ ໄວ້ນັ້ນ ນາງກໍບໍ່ມີ ຫຍັງ ທີ່ຈະຄັດຄ້ານ ຫຼືໂຕ້ຕອບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.