ສະຫະຣັຖສືບຕໍ່ ປ້ອງກັນພຍາດໃນລາວ

ສູນກາງ ຄວບຄຸມ ພຍາດ ທີ່ ສະຫະຣັຖ ຍັງຈະ ສືບຕໍ່ ການປະຕິບັດ ງານ ກ່ຽວກັບ ການ ຄວບຄຸມ ແລະ ປ້ອງກັນ ການຣະບາດ ຂອງ ເຊື້ອໂຣຄ ຕ່າງໆ ໃນລາວ ອີກຕໍ່ໄປ ໃນ ຣະຍະ 5 ປີ ຂ້າງຫນ້າ.

0:00 / 0:00

ກົດຟັງສຽງ

ສູນກາງ ດັ່ງກ່າວ ໄດ້ ລົງນາມ ໃນບົດບັນທຶກ ຄວາມເຂົ້າໃຈ ກ່ຽວກັບ ເລື້ອງນີ້ ກັບ ກະຊວງ ສາທາຣະນະສຸຂ ແລະ ກະຊວງ ກະສີກັມ ແລະ ປ່າໄມ້ ລາວ ເມື່ອ ມໍ່ໆມານີ້. ຝ່າຍສະຫະຣັຖ ມີ ດຣ. Nancy Cox ຫົວຫນ້່າ ສູນກາງ ຜແນກໂຣຄ ໄຂ້ຫວັດໃຫຍ່ ເປັນຜູ້ ລົງນາມ ກັບ ຝ່າຍລາວ ທີ່ມີ ດຣ. ປີ່ນຄຳ ລາດຊະສິມມາ ຫົວຫນ້າ ກິຈການ ວຽກງານ ຂອງ ກະຊວງ ສາທະຣະນະສຸຂ ລາວ ໃນວັນສຸກ.

ອິງຕາມ ຖແລງການ ຮ່ວມ ທີ່ໄດ້ພິມ ອອກເຜີຍແຜ່, ຂໍ້ຕົກລົງ ໃຫມ່ ໃນແຜນການ ປາບປາມ ແລະ ຕ້ານການ ຣະບາດ ຂອງ ເຊຶ້ອໂຣຄ ໃນລາວ ໃນຣະຍະ 5 ປີ ຂ້າງຫນ້າ ຂອງ ສະຫະຣັຖ ທີ່ມີຕໍ່ ສປປ ລາວ ຈະເນັ້ນໃສ່ ການຮ່ວມມື ກັບ ປະເທດ ເພຶ່ອນບ້ານ ໃນ ຂົງເຂດ ໃນນັ້ນ ຮ່ວມດ້ວຍ ສູນຄວບຄຸມ ພຍາດ ຂອງ ສະຫະຣັຖ ທີ່ ປະຕິບັດ ງານ ໃນໄທ ແລະ ການພົວພັນ ກັບສູນ ຄວບຄຸມໂຣຄ ທີ່ ເມືອງ ແອັດແລນຕາ ຣັຖ ຈໍເຈັຽ ຂອງ ສະຫະຣັຖ ນຳອີກ.

ສປປລາວ ຍັງປະເຊີນ ກັບການ ທ້າທາຍ ທາງດ້ານ ສຸຂພາບ ຂອງ ປະຊາຊົນ ຈາກອັຕຣາ ການຕາຍ ຂອງເດັກນ້ອຍ ກ່ອນມີ ອາຍຸສູງ ແລະ ການ ເສັຽຊີວິດ ຂອງ ແມ່ຍິງ ໃນຍາມ ຖືພາ.