ເຈົ້າເມືອງຫ້ວຍຊາຍ ຖືກຍິງເສຍຊີວິດ ຢູ່ຮ້ານເຝີ

ມີປືນຍິງ ອາດີດເຈົ້າເມືອງຫ້ວຍຊາຍ ເສຍຊີວິດ

ເກີດເຫດຄົນຮ້າຍ ຍິງອາດີດຮອງເຈົ້າເມືອງຫ້ວຍຊາຍ ແຂວງ ບໍ່ແກ້ວ ເສັຍຊີວິດ ຢູ່ຮ້ານເຝີແຫ່ງນຶ່ງ ຢູ່ບ້ານຕີນທາດ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ເຈົ້າເມືອງຫ້ວຍຊາຍ ຖືກຍິງເສຍຊີວິດ ຢູ່ຮ້ານເຝີ ອາດີດເຈົ້າເມືອງຫ້ວຍຊາຍ

ເຫດເກີດເວລາປະມານ 7:45 ຕອນເຊົ້າຂອງວັນທີ 8 ພຶດສະພາ ໂດຍ ມີຄົນຮ້າຍ 2 ຄົນ ຂີ່ລົດກະບະ ບໍ່ມີປ້າຍທະບຽນ ເຂົ້າມາຈອດຢູ່ໜ້າຮ້ານ.

ຜູ້ເສຍຊີວິດອາຍຸ 70 ປີ ຊື່ວ່າ ທ່ານ ລີຕູເລັງ ຈົງເຕັງ ເປັນອາດີດຮອງເຈົ້າເມືອງຫ້ວຍຊາຍ ແຂວງ ບໍ່ແກ້ວ.​

ອີງຕາມຫຼັກຖານຈາກກ້ອງວົງຈອນປິດ, ມີຄົນຮ້າຍ 2 ຄົນລົງມາຈາກລົດກະບະບໍ່ມີປ້າຍທະບຽນ, ຄົນນຶ່ງ ນຸ່ງສົ້ງຂາສັ້ນສີດໍາ ເສື້ອຄຸມສີດໍາກ່ານຂຽວ ໃສ່ໝວດສີດໍາ ມີຜ້າສີດໍາປິດໜ້າ ໃສ່ເກີດຜ້າໃບ, ຄົນຮ້າຍຄົນທີ່ສອງ ນຸ່ງໂສ້ງຢີນສີຂຽວ ເສື້ອຄຸມສີດໍາ ໝວກສີດໍາ ມີຜ້າສີດໍາປິດໜ້າ ໃສ່ເກີບສຸບອີ່ແຕະ.

ຄົນຮ້າຍທັງສອງເຂົ້າໄປຍິງເປົ້າໝາຍຈົນເສຍຊີວິດ ແລ້ວແລ່ນອອກຂຶ້ນລົດກະເບາະ ທີ່ມີຄົນຂັບຈອດລໍຢູ່ ແລ້ວຂັບໜີອອກໄປ.