ປະຊາຊົນລາວ ກັບໂຄງການພັດທະນາ ໄຟຟ້າພະລັງງານລົມ

ໂຄງການພັດທະນາໄຟຟ້າພະລັງງານລົມ ທີ່ດຳເນີນການພັທນາໂດຍ ບໍລິສັດ ມອນຊູນ ວິນ ພາວເວີ້ ຈຳກັດ ຫຼື Monsoon Wind Power ທີ່ມີນັກລົງທຶນໄທ, ຮົງກົງ, ໂຮນລັງ (ເນເທີແລນ), ສິງກະໂປ, ຍີ່ປຸ່ນ ແລະ ລາວ ເຂົ້າຮ່ວມລົງທຶນ ເຊິ່ງມີບໍຣິສັດ Power China ຂອງຈີນ ເຂົ້າມາຮັບເໝົາກໍ່ສ້າງ ແລະ ຮ່ວມຖືຮຸ້ນ ໄດ້ເຂົ້າຕິດຕັ້ງກັງຫັນລົມ ຢູ່ເທິງພູສູງ ໃນເຂດເມືອງດາກຈຶງ ແຂວງເຊກອງ ແລ້ວຈຳນວນນຶ່ງ.