ຊາວບ້ານ ລຸ່ມແມ່ນ້ຳຂອງ ເດືອດຮ້ອນ ເຂື່ອນຈີນ ປ່ອຍນ້ຳ

ຊາວບ້ານທີ່ອາສັຍຢູ່ຕາມລຸ່ມແມ່ນ້ຳຂອງ ແຂວງຊຽງຮາຍ ຂອງໄທຍ ແລະ ແຂວງບໍ່ແກ້ວ ປະເທດລາວ ຕ້ອງປະເຊີນກັບ ຄວາມຜັນຜວນ ຂຶ້ນລົງທີ່ຜິດທັມມະຊາດອີກຄັ້ງ ຫຼັງຈາກຣັຖບາລຈີນ ປະກາດເພີ່ມປະຣິມານ ການປ່ອຍນ້ຳໃນເຂື່ອນຈິ່ງຫົງ ຈາກ 997 ແມດກ້ອນຕໍ່ວິນາທີ ເປັນ 1,463 ແມດກ້ອນຕໍ່ວິນາທີ ນັບແຕ່ ວັນທີ 1 ມີນາ ນີ້ເປັນຕົ້ນໄປ.