ຜູ້ຮັບເໝົາກໍ່ສ້າງ ເຂື່ອນຫຼວງພຣະບາງ ເຣີ່ມກໍ່ສ້າງພື້ນຖານ

ຜູ້ຮັບເໝົາກໍ່ສ້າງ ເຂື່ອນຫຼວງພຣະບາງ ເຂດບ້ານຫ້ວຍຢໍ້, ເມືອງຈອມເພັດ ແຂວງຫຼວງພຣະບາງ ພວມບຸກເບີກໜ້າດິນ ເພື່ອກໍ່ສ້າງຂົວ ຕາມສອງຝັ່ງແມ່ນ້ຳຂອງ ເພື່ອຮອງຮັບການກໍ່ສ້າງເຂື່ອນຫຼວງພຣະບາງ ຢ່າງເຕັມຮູບແບບ ໃນອະນາຄົດອັນມໍ່ໆນີ້. ເຖິງວ່າຈະມີສຽງທັກທ້ວງ ແລະ ຄວາມເປັນຫ່ວງເປັນໃຍ ຈາກນາໆປະເທດ ທັງພາກພື້ນ ແລະ ສາກົລ ກ່ຽວກັບຜົລກະທົບ ຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ສະຖານະເມືອງມໍຣະດົກໂລກ ກໍຕາມ, ແຕ່ສຽງເຫຼົ່ານັ້ນ ກໍບໍ່ມີທ່າທີວ່າ ຈະສາມາດຢຸດຢັ້ງ ການກໍ່ສ້າງເຂື່ອນແຫ່ງນີ້ໄດ້ອີກແລ້ວ