ປະຊາຄົມໂລກປະນາມ ຣັຖບານ ຜະເດັດການ ພະມ້າ

ການປະທະກັນ ລະຫວ່າງ ຜູ້ປະທ້ວງ ແລະ ທະຫານ ຍັງສືບຕໍ່ ໃນຊ້ວງ ສຸດສັປດາ ທີ່ນອງເລືອດ ຊຶ່ງເຮັດໃຫ້ຜູ້ ປະທ້ວງກວ່າ 125 ຄົນເສັຽຊີວິດ. ຈຳນວນຜູ້ຕາຍ ມີຫຼາຍກວ່າ 450 ຄົນ ນັບແຕ່ ທະຫານພະມ້າ ເຂົ້າຍຶດອຳນາດ ໃນວັນທີ 1 ກຸມພາ.