ເຈົ້າໜ້າທີ່ໄທຍ ຍຶດຢາເສບຕິດ ທີ່ລັກເອົາຂ້າມມາຈາກ ຝັ່ງລາວ

ໃນຕອນແລງ ຂອງວັນທີ 3 ເມສາ ທີ່ຜ່ານມາ ໜ່ວຍເຮືອຮັກສາຄວາມສງົບ ຕາມລຳແມ່ນ້ຳຂອງ ຫຼື ນຣຂ ຂອງໄທຍ ພ້ອມກັບທະຫານພຣານ ສາມາດກວດຍຶດຢາບ້າໄດ້ ເກືອບ 20,000 ເມັດ ຮວມມູນຄ່າ 6 ແສນປາຍບາດ ທີ່ບ້ານແກ້ງໃໝ່ ເມືອງສັງຄົມ ແຂວງໜອງຄາຍ ປະເທດໄທຍ.