Martin Lee ຖືກສານຮົງກົງ ຕັດສິນ ໃສ່ໂທດ

ນັກເຄື່ອນໄຫວ ເພື່ອ ປະຊາທິປະໄຕ ທີ່ຍາວນານ Martin Lee ອາຍຸ 82 ປີ ໄດ້ຖືກຕັດສິນວ່າ ມີຄວາມຜິດໃນຂໍ້ຫາ " ການຊຸມນຸມທີ່ ຜິດກົດໝາຍ " ໃນບົດບາດຂອງລາວ ທີ່ເດີນຂະບວນປະທ້ວງ ຄັ້ງໃຫຍ່ເມື່ອປີ 2019. ທ່ານ Lee ເປັນນຶ່ງໃນເຈັດ ນັກເຄື່ອນໄຫວ ທີ່ຜ່ານປະສົບການ ຊຶ່ງຖືກສານສັ່ງຟ້ອງ ໃນວັນພະຫັດ. ພວກເຂົາປະເຊີນກັບ ການຕິດຄຸກ ເຖິງ 5 ປີ. ທຸກຄົນໄດ້ປະຕິເສດ ຕໍ່ທຸກຂໍ້ກ່າວຫາ.