ເຈົ້າໜ້າທີ່ໄທຍ ສະກັດຈັບຣົຖ ທີ່ຖືກລັກມາ ຕຣຽມສົ່ງໄປ ຝັ່ງລາວ

ທະຫານພຣານ ຂອງໄທຍ ຊຸດສີສອງຮັກ ແຂວງເລີຍ ປະເທດໄທຍ ສາມາດຈັບຍຶດ ຣົຖກະບະ ໄດ້ 2 ຄັນ ຢູ່ບໍຣິເວນແມ່ນ້ຳເຫືອງ ເມືອງຊຽງຄານ ແຂວງເລີຍ ເມື່ອວັນທີ 8 ມິຖຸນານີ້ ເວລາ 10 ໂມງເຊົ້າ, ໃນຂະນະທີ່ກຳລັງ ຈະຖືກນຳຂ້າມໄປສົ່ງ ທີ່ເມືອງແກ່ນທ້າວ ແຂວງໄຊຍະບູຣີ ຂອງລາວ.