ຖແລງຂ່າວຄົບຮອບ 10 ປີ, ທ່ານ ສົມບັດ ຖືກບັງຄັບຫາຍສາບສູນ

ພິທີຖແລງຂ່າວ ໃນວາຣະຄົບຮອບ 10 ປີ ທີ່ທ່ານ ສົມບັດ ສົມພອນ ຖືກລັກພາໂຕ ແລ້ວບັງຄັບໃຫ້ຫາຍສາບສູນໄປ, ເຊິ່ງໄດ້ຈັດຂຶ້ນ ທີ່ສະໂມສອນຜູ້ສື່ຂ່າວຕ່າງປະເທດ ປະຈຳນະຄອນຫຼວງບາງກອກ, ປະເທດໄທຍ ໃນຕອນເຊົ້າ ຂອງວັນທີ 13 ທັນວາ 2022 ນີ້. ມີບັນດາຜູ້ຕາງໜ້າ ຈາກອົງການຈັດຕັ້ງສາກົລ ດ້ານສິດທິມະນຸສ, ອົງການຈັດຕັ້ງພາກປະຊາສັງຄົມສາກົລ ໃນໄທຍ ແລະ ຕລອດເຖິງບັນດາສື່ມວນຊົນໄທຍ ແລະ ຕ່າງປະເທດ ກໍໄດ້ເຂົ້າຮ່ວມ. ຫຼາຍຝ່າຍ ຕ່າງກໍໃຫ້ການຢືນຢັນວ່າ ຈະສືບຕໍ່ທວງຖາມ ທາງການລາວ ໃນທຸກເວທີ ທີ່ມີໂອກາດ ຕໍ່ກັບສິ່ງທີ່ເກີດຂຶ້ນກັບທ່ານ ສົມບັດ ສົມພອນ, ຜູ້ທີ່ຕົກເປັນເຫຍື່ອ ຂອງການຖືກບັງຄັບໃຫ້ຫາຍສາບສູນ ແລະ ຈະບໍ່ປ່ອຍໃຫ້ເຣື່ອງນີ້ ມິດງຽບໄປຕາມການເວລາ.