ຊາວໜຸ່ມລາວ ຖືກຂາຍໄປເຮັດວຽກ ຢູ່ກາສິໂນຂອງຈີນ ໃນປະເທດພະມ້າ

ໃນມື້ທີ່ຟ້າແຈ່ມໃສ, ທ້າວຄຳ ຊື່ສົມມຸດ ໄດ້ເດີນທາງອອກຈາກບ້ານ ຂອງເຂົາ ທີ່ແຂວງຫຼວງນ້ຳທາ ໃນພາກເໜືອຂອງລາວ. ໃນເວລານັ້ນ ທ້າວຄຳ ຄຶດພຽງແຕ່ວ່າ ຈະໄປເຮັດວຽກຫາເງິນຢູ່ກາສິໂນ ໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳ ແຂວງບໍ່ແກ້ວ ທີ່ມີຊາຍແດນຕິດກັບໄທຍ ແລະພະມ້າ.