ສນາມບິນ ສາກົນບໍ່ແກ້ວ ປໂຍດສາມຫຼ່ຽມຄຳ

ສນາມບິນສາກົນບໍ່ແກ້ວ ຂອງກຸ່ມດອກງິ້ວຄຳ ສ້າງສຳເຣັດເປັນສ່ວນຫຼາຍແລ້ວ ແລະຄາດວ່າ ປະມານທ້າຍປີ 2023 ນີ້ ຈະເປີດໃຫ້ບໍຣິການ, ເຖິງແມ່ນວ່າ ທີ່ຜ່ານມາ ການສ້າງສນາມບິນແຫ່ງນີ້ ໄດ້ມີປະຊາຊົນ ຈຳນວນນຶ່ງ ເສັຽດິນໃຫ້ກັບໂຄງນີ້ ແລະເກີດຂໍ້ຂັດແຍ່ງ ທີ່ດິນກັນເກີດຂຶ້ນກໍຕາມ, ສ່ວນປະຊາຊົນ ຜູ້ທີ່ຢູ່ໃກ້ກັບສນາມບິນ ຮູ້ສຶກວ່າ ຈະໄດ້ຄວາມສະດວກສະບາຍ ຈາກສນາມບິນແຫ່ງນີ້ຫຼາຍ ເມື່ອສ້າງສຳເຣັດແລ້ວ.