ນ້ຳຖ້ວມ ທັງສອງຝັ່ງແມ່ນ້ຳຂອງ ເຂດເມືອງຕົ້ນເຜິ້ງ ເສຍຫາຍໜັກ

ນີ້ຄືສະພາບທົ່ງໄຮ່ທົ່ງນາ ທີ່ຖືກນ້ຳຖ້ວມແລະໄດ້ຮັບຄວາມສຽຍຫາຍ ຢູ່ບໍລິເວນແຄມນ້ຳຂອງ ເຂດສາມຫຼ່ຽມຄຳ ປະເທດໄທ ລາວ ຊາຍແດນເມືອງຊຽງແສນ ແຂວງຊຽງຮາຍຂອງໄທ ແລະເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວຂອງລາວ ຫຼັງຈາກຝົນຕົກໜັກຕິດຕໍ່ກັນຫຼາຍມື້ ແລະລະດັບນ້ຳຂອງກໍສູງຂຶ້ນກາຍ 10 ແມັດ; ສ່ວນໜຶ່ງແມ່ນຍ້ອນ ຈີນໄດ້ເພີ່ມການປ່ອຍນ້ຳ ອອກຈາກເຂື່ອນນ້ຳຂອງ ທາງຕອນເທິງ.