ເຈົ້າໜ້າທີ່ໄທຍ ດັກຈັບຂະບວນການ ຄ້າຢາເສບຕິດ ຈາກຝັ່ງລາວ

ນີ້ຄືວິນາທີ ທີ່ທະຫານພຣານ ຊຸດສຸຣະສັກມົນຕຣີ ທີ 2104 ເມືອງສັງຄົມແຂວງໜອງຄາຍ ຮ່ວມກັນເຂົ້າຈັບກກຸມ ຊາຍຊາວໄທຍ ອາຍຸ 20 ປີ ທີ່ເປັນນຶ່ງໃນຜູ້ລັກລອບ ຂົນຢາເສບຕິດຈາກຝັ່ງລາວ ຮວມມູນຄ່າຫຼາຍກວ່າ 400 ລ້ານບາດ. ປັດຈຸບັນ ເຈົ້າໜ້າທີ່ໄທຍ ກຳລັງປະສານໄປຫາທາງການລາວ ໃຫ້ຊ່ອຍຕິດຕາມຫາ ຜູ້ຮ່ວມຂະບວນການຊາວໄທຍທັງ 8 ຄົນທີ່ໜີຂ້າມໄປຝັ່ງປະເທດລາວ ເພື່ອກັບມາຮັບໂທດ ສ່ວນຜູ້ຕ້ອງຫາ ທີ່ຖືກຈັບໄດ້ ທັງ 2 ຄົນນັ້ນ ເຈົ້າໜ້າທີ່ໄທຍ ຈະຕ້ອງສອບສວນຕື່ມ ເພື່ອຂະຍາຍຜົນຫາຜູ້ກະທຳຜິດ ເພີ່ມຕື່ມຕໍ່ໄປ.