ນ້ຳຂອງຖ້ວມ ພື້ນທີ່ການຜະລິດ ຂອງຊາວບ້ານ ແຄມນ້ຳຂອງ

ສະພາບໄຮ່ນາ ແລະສວນ ທີ່ຖືກນ້ຳຂອງໄຫຼເຂົ້າຖ້ວມໄດ້ຮັບຄວາມເສັຍຫາຍນີ້ ເກີດຂຶ້ນໃນລະຫວ່າງມື້ວັນທີ່ 7 ຫາ 10 ສິງຫາ ຢູ່ເຂດບ້ານໜອງຈັນ ເມືອງ ແລະແຂວງນະຄອນພະນົມ ເຊິ່ງຢູ່ກົງກັນຂ້າມກັບເມືອງທ່າແຂກ ແຂວງຄຳມ່ວນ. ນ້ຳຂອງ ທີ່ສູງຂຶ້ນຢ່າງໄວວາ ໄດ້ໄຫລເຂົ້າຖ້ວມບ້ານເຮືອນ ແລະພື້ນທີ່ການຜະລິດຂອງຊາວບ້ານ ພາຍຫຼັງທີ່ ຝົນຕົກຕິດຕໍ່ກັນເປັນເວລາຫຼາຍມື້ ຈົນເຂື່ອນໃນຈີນ ແລະລາວ ໄດ້ປະກາດເພີ່ມປະລິມານ ການປ່ອຍນ້ຳ ເພື່ອຟ້າວລະບາຍນ້ຳອອກ ຈາກເຂື່ອນ.