ຜູ້ປະທ້ວງຕໍ່ຕ້ານ ຣັຖປະຫານ ສະແດງ ຈຸດຢືນ

ຜູ້ປະທ້ວງຕໍ່ຕ້ານ ຣັຖປະຫານ ສະແດງ ຈຸດຢືນ ທີ່ທ້າທາຍ ໃນເຂດ Okkalapa ພາກເໜືອ ຂອງຢ້າງກຸ້ງ ຊຶ່ງເປັນເມືອງໃຫຍ່ ທີ່ສຸດ ຂອງ ປະເທດພະມ້າ. ການປະທະກັນ ຣະຫວ່າງ ກອງກຳລັງ ຮັກສາຄວາມສງົບ ແລະຜູ້ປະທ້ວງ ໃນວັນພຸດ ຢູ່ທາງເໜືອ Okkalapa ເຮັດໃຫ້ມີ ຜູ້ເສັຽຊີວິດ ຢ່າງໜ້ອຍ 22 ຄົນ. RFA ລະບຸໄດ້ວ່າ ມີຜູ້ເສັຽຊີວິດ 10 ຄົນ. ແລະ ພັຍນາບຂູ່ ກໍທະວີ ຄວາມຮຸນແຮງຂຶ້ນ ໃນທ້າຍສັປດາ. ແຕ່ຜູ້ປະທ້ວງ ເວົ້າວ່າ ພວກເຂົາບໍ່ຍອມຖອຍ.