ເສວະນາ 10 ປີ, ທ່ານ ສົມບັດ ຫາຍສາບສູນ

ບັນດາອົງການຈັດຕັ້ງ ພາກປະຊາສັງຄົມ ແລະ ໝູ່ເພື່ອນ ທີ່ເຄີຍເຮັດວຽກຮ່ວມກັບທ່ານ ສົມບັດ ສົມພອນ ຕລອດຈົນເຖິງພັນລະຍາ ຂອງທ່ານ ສົມບັດ ໄດ້ຈັດງານເສວະນາ ພາຍໃຕ້ຫົວຂໍ້: “ຄາຣະວະມໍຣະດົກຄວາມຄິດ ແລະ ຜົລງານ ຂອງທ່ານ ສົມບັດ ສົມພອນ” ເພື່ອຣະນຶກເຖິງຜົລງານ ຂອງທ່ານ ໃນວະຣະ 10 ປີ ທີ່ທ່ານ ສົມບັດ ສົມພອນ, ນັກພັທນາອາວຸໂສດີເດັ່ນ ດ້ານການພັທນາຊຸມຊົນ ຊາວລາວ ໄດ້ຖືກກຸ່ມຄົນບໍ່ດີ ລັກພາໂຕ ແລ້ວບັງຄັບໃຫ້ຫາຍສາບສູນໄປ ໃນປະເທດລາວ. ງານດັ່ງກ່າວ ຈັດຂຶ້ນທີ່ຈຸລາລົງກອນ ມະຫາວິທຍາລັຍ ໃນນະຄອນຫຼວງບາງກອກ, ປະເທດໄທຍ.