ຂ້າມໄປຍັງເນື້ອຫາຫຼັກແມ່ຍິງພະມ້າໃຊ້ ຜ້າສະໂຫຼ້ງ ຕໍ່ຕ້ານ ຣັຖປະຫານ
ແມ່ຍິງໃຊ້ຜ້າສະໂຫຼ້ງ ເປັນທຸງ ແລະ ນຳການປະທ້ວງ ຕໍ່ຕ້ານຣັຖປະຫານ ໄປທົ່ວເມືອງ ໃນພະມ້າ ເພື່ອສລອງ ວັນແມ່ຍິງສາກົນ. ແມ່ຍິງໃຊ້ ຜ້າສະໂຫຼ້ງ (Htamein ໃນພາສາພະມ້າ) ເພື່ອປະທ້ວງ ການຣັຖປະຫານ ແລະ ສ້າງຄວາມອັບອາຍ ໃຫ້ກອງກໍາລັງຮັກສາ ຄວາມປອດພັຍ. ແມ່ຍິງເອົາເຄື່ອງນຸ່ງ ມາມັດໃສ່ເຊືອກ ພາດຂ້າມຖນົນ. ຕາມປະເພນີ ແມ່ນເປັນເລື່ອງໜ້າອັບອາຍ ສຳລັບຕຳຣວດທະຫານ ທີ່ຜ່ານໄປມາ.