ປານ້ຳຂອງ ຫຼຸດລົງຫຼາຍ ກະທົບຊາວປະມົງ ພື້ນບ້ານ

ເປັນເວລາ 5 ປີປາຍແລ້ວ ທີ່ທ່ານເຄຣົາ ອະດີດ ຊາວປະມົງພື້ນບ້ານ ໃນເຂດບ້ານມ່ວງ ເມືອງສັງຄົມ ແຂວງໜອງຄາຍ ຕ້ອງປ່ຽນອາຊີບຫຼັກ ຄືການຫາປານ້ຳຂອງຂາຍ ມາຮັບຈ້າງປາດຢາງ ໃນສວນຢາງພາຣາ ພາຍຫຼັງ ທີ່ປະຣິມານປານ້ຳຂອງ ໃນເຂດດັ່ງກ່າວ ຊຶ່ງເຄີຍມີເກືອບ 160 ສາຍພັນ ຫຼຸດເຫຼືອພຽງ 30 ສາຍພັນ ໃນໄລຍະເວລາ ພຽງບໍ່ຮອດ 10 ປີ ຫຼື ນັບຕັ້ງແຕ່ ທີ່ແມ່ນ້ຳຂອງ ຖືກຂວາງກັ້ນ ດ້ວຍເຂື່ອນ ລວມກັນ 10 ປາຍແຫ່ງ ທັງໃນຈີນ ແລະ ໃນລາວ.