ຈີນ ເປີດ-ປິດ ເຂື່ອນໃນແມ່ນ້ຳຂອງ ສ້າງຄວາມເສັຍຫາຍ ຕໍ່ຊາວບ້ານ ລຸ່ມແມ່ນ້ຳຂອງ

ສະຖາບັນຄົ້ນຄວ້າ “The Stimson Center” ຂອງສະຫະຣັຖ ຣາຍງານວ່າ ໃນລະຫວ່າງວັນທີ່ 19-25 ມິຖຸນາ 2023 ທີ່ຜ່ານມາ. ເຂື່ອນໄຟຟ້າ 6 ແຫ່ງ ໃນແມ່ນ້ຳຂອງ ຕອນເທິງຂອງຈີນ ກັກເກັບນ້ຳໄວ້ເກືອບ 1 ຕື້ ແມັດກ້ອນ ເພື່ອໃຊ້ຜລິດໄຟ ຫຼັງປະຣິມານຝົນ ທີ່ຕົກນັ້ນ ມີໜ້ອຍ.