ຫາດຮ້ອຍໄລ່ ເຄີຍເປັນຕລາດຂາຍປາສົດ ຈາກແມ່ນ້ຳຂອງ

ເປັນເວລາ 3 ປີແລ້ວ ຫາດຫິນ ຮ້ອຍໄລ່ ເຂດເມືອງໂພໄຊ ແຂວງອຸບົນຣາຊທານີ ທີ່ເຄີຍເປັນຕລາດຂາຍປານ້ຳຂອງ ແລະມີພໍ່ຄ້າ-ແມ່ຄ້າ ທີ່ຣັບຊື້ອປາສົດ ຈາກຊາວປະມົງເຂດນີ້ ເຊິ່ງຕອນນີີ້ ບັນຍາກາດແບບນັ້ນ ເຫຼືອພຽງຄວາມງຽບເຫົງາ ຈົນເກືອບຈະບໍ່ນ່າເຊື່ອວ່າ ຄັ້ງນຶ່ງພື້ນທີ່ແຫ່ງນີ້ ເຄີຍເປັນຕລາດ ຂາຍປານ້ຳຈືດ ຂນາດໃຫຍ່ ຂອງແຂວງອຸບົນ.