ກຸ່ມດອກງິ້ວຄຳ ສເນີສ້າງຂົວເຊື່ອມຕໍ່ 3 ປະເທດ ຫາເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ

ພາຍຫຼັງທີ່ ຄະນະຄຸ້ມຄອງ ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ແຂວງບໍ່ແກ້ວ ນຳແຜນໂຄງການ ຂອງກຸ່ມດອກງິ້ວຄຳ ທີ່ທາງກຸ່ມ ສເນີໃຫ້ມີການກໍ່ສ້າງ ຂົວຂ້າມນ້ຳຂອງ ເຊື່ອມຕໍ່ກັບ 3 ປະເທດ ຄື ລາວ, ໄທຍ ແລະ ພະມ້າ ໃຫ້ສາມາດເດີນທາງເຂົ້າຫາເຂດເສຖກິຈ ພິເສດສາມຫຼ່ຽມຄຳ ໂດຍທາງຣົຖໄດ້ ເມື່ອຕົ້ນເດືອນກັນຍາ 2023 ນີ້. ປັດຈຸບັນ ທາງການເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ສົ່ງເຣື່ອງນີ້ສະເນີຕໍ່ຣັຖບານລາວ ແລ້ວເພື່ອໃຫ້ຣັຖບານ ໄດ້ພິຈາຣະນາ ແຜນການກໍ່ສ້າງດັ່ງກ່າວ.