ລະດັບນ້ຳຂອງ ຂຶ້ນສູງ ເກືອບ 3 ແມັດ

ເຊົ້າຂອງວັນທີ 13 ລະດັບນ້ຳຂອງ ເຂດເມືອງຊຽງຄານ ແຂວງເລີຍ ຂຶ້ນສູງປະມານ 3 ແມັດ ຂະນະທີ່ກ່ອນໜ້ານັ້ນ 2 ມື້ ລະດັບນ້ຳຂອງຍັງ ຢູ່ ທີ 1.8 ແມັດເທົ່ານັ້ນ ເຮັດໃຫ້ຊາວບ້ານ ຫຼາຍບ້ານ ທີ່ຢູ້ແຄມຂອງ ເຣີ່ມເກັບເຄື່ອງຂອງ ແລະບາງສ່ວນຖືກນ້ຳຊຸໄຫຼ, ສ່ວນສາຍເຫດ ແມ່ນເກີດຈາກພະຍຸ ແລະການເລັ່ງລະບາຍນ້ຳ ຂອງເຂື່ອນໃນແມ່ນ້ຳຂອງ.