ວີດີໂອ

ນ້ຳຂອງແຫ້ງຜິດຣະດູ ສ່ວນນຶ່ງເກີດຈາກ ເຂື່ອນທີ່ເກັບກັກນ້ຳ

2024-01-12

ຈາກພາບມຸມສູງນີ້ ຈະເຫັນໄດ້ວ່າ ປັດຈຸບັນ ລະດັບນ້ຳຂອງ ຕອນກາງ ຄືເຂດເມືອງສັງທອງ ນະຄອນຫຼວງວຽງຈັນ ແລະ ເມືອງສັງຄົມ ແຂວງໜອງຄາຍ ຂອງໄທຍ ພວມແຫ້ງຫຼາຍ. ການທີ່ນ້ຳແຫ້ງເທືອນີ້ ເຣີ່ມຕັ້ງແຕ່ ວັນທີ 2 ທັນວາ ເປັນຕົ້ນມາ ລະດັບນ້ຳຂອງຫຼຸດລົງ ຫຼາຍກວ່າ 3 ແມັດ ໃນໄລຍະເວລາ ພຽງບໍ່ຮອດ 1 ສັປດາ.