ເອີ້ນຂວັນປາ ຄືນແມ່ນ້ຳຂອງ ເຊື່ອມໂຍງເໝືອ-ອີສານ

ນີ້ແມ່ນການປະກາດ ເຈດຕະນາ ຂອງພາຄີລຸ່ມນ້ຳຂອງເໜືອ-ອີສານ ນຳໂດຍ ຍານາງ ອ້ອມບຸນ ທິບສຸນາ, ປະທານສະມາຄົມ ເຄືອຂ່າຍສະພາອົງກອນຊຸມຊົນ ລຸ່ມນ້ຳຂອງ 7 ແຂວງພາກອີສານ ແລະ ທ່ານ ທີຣະພົງ ໂພໝັ້ນ, ຜູ້ແທນສະມາຄົມແມ່ນ້ຳ ເພື່ອຊີວິຕ ແລະ ສະຖາບັນຊຸມຊົນລຸ່ມນ້ຳຂອງ ຮ່ວມກັບຊາວບ້ານ ຈາກຫຼາຍບ້ານ ຢູ່ຕາແສງບ້ານມ່ວງ, ເມືອງສັງຄົມ ແຂວງໜອງຄາຍ ທີ່ຕ້ອງການສື່ສານອອກໄປໃຫ້ສັງຄົມຮັບຮູ້ວ່າ ແມ່ນ້ຳຂອງ ເປັນຂອງທຸກຄົນ ບໍ່ແມ່ນຂອງບໍຣິສັດໃດ ບໍຣິສັດນຶ່ງ ທີ່ຕ້ອງການຫາຜົລປໂຍດ ຈາກການຊື້-ຂາຍ ໄຟຟ້າ ແລະ ຢາກໃຫ້ທຸກຄົນມາຮ່ວມກັນ ອະນຸຮັກແມ່ນ້ຳຂອງ.