ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ພົບກັນອີກຕາມເຄີຍ ໃນຣາຍການ ຕອບຈົດໝາຍ ຫວັງວ່າທຸກໆທ່ານ ຄົງສະບາຍດີ ເພື່ອບໍ່ເປັນການ ເສັຍເວລາ Maysoly ກໍຂໍເຊີນທຸກໆທ່ານ ເຂົ້າສູ່ຣາຍການເລີຍ email ທຳອິດ ທີ່ຈະນຳມາອ່ານ ສູ່ທ່ານຟັງມຶ້ນີ້ ຂຽນຈາກທ່ານ (Christopher Yang) ເມືອງ St Paul ຣັຖ Minnesota, ໃນ email ເພີ່ນຖາມມາວ່າ ທາງວິທຍຸ ເອເຊັຍເສຣີ ມີເພງ ທີ່ມີຊື່ວ່າ “ຄົນ” ແລະ ອິກເພງນື່ງຊື່ວ່າ “ແລ້ວແຕ່ໃຈບໍ່” ຖ້າມີຊ່ວຍ ອັດເປັນ MP3 ສົ່ງທາງ email ໄປໃຫ້ເພີ່ນແດ່ ວ່າຊັ້ນ ກ່ອນອື່ນ ຂໍຂອບໃຈທີ່ທ່ານ ຂຽນ email ວິທຍຸ ເອເຊັຍເສຣີ ເພງທີ່ທ່ານຖາມ ມານັ້ນ Maysoly ບໍ່ແນ່ໃຈວ່າ ຫ້ອງສົ່ງຂອງ ພວກເຮົາມີບໍ່) ຖ້າມີ ກໍຕ້ອງຖາມ ຜູ້ກຳກັບເພງວ່າ ເພີ່ນມີເວລາວ່າງ ພິເສດ ອັດສົ່ງໃຫ້ທ່ານ ຫຼືບໍ່? ຖ້າເປັນແນວໃດນັ້ນ ຈະບອກໃຫ້ທ່ານຊາບອີກ ຈົດໝາຍສບັບ ຕໍ່ໄປ ຂຽນຈາກ ສາຍນ້ຳ ຍົມມະນາ ບອກວ່າ ໄດ້ສົ່ງກາບກອນ ເຂົ້າມາຮ່ວມ ເພື່ອອ່ານ ປະກອບຣາຍການ ອິກເທື່ອນື່ງ ເນື່ອງຈາກວ່າ ໃນຣະຍະຜ່ານມາ ທາງພາກເໜືອ ກໍມີຫິມະຕົກຫຼາຍ ຖືກປິດງານ ຢູ່ບ້ານຕັ້ງຫຼາຍມື້ ກໍເລີຍມີເວລາ ວ່າງແດ່ ຈີ່ງສົ່ງກາບ ກອນມາຮ່ວມອີກ ຖ້າຜິດພາດ ຫຼືບໍ່ມ່ວນ ຂໍອະພັຍ ນຳທ່ານຜູ້ຟັງ ວ່າຊັ້ນ ກອນບົດນີ້ມີຊື່ວ່າ (ສຽງກອງປະຕິວັດ) ເພີ່ນຂຽນມາດັ່ງນີ້:
ຕົວະຕື່ມຕົວະ ຕົວະຕື່ມສຽງກອງ
ດັງນອງໆ ສຽງກອງຕື່ມຕົວະ
ຕີຕົວະຍົວະ ລາວນອກລາວໃນ
ໃຫ້ຫຼົງໄຫລ ແນວທາງເປິດກວ້າງ
ຕີອວດອ້າງ ທົ່ວອາເມຣິກາ
ການາດາ ຮອດແດນຝຣັງ
ມີຄຳສັ່ງ ເມືອສ້າງເມືອງລາວ
ຮອດຍ່ານຄາວ ສ້າງເມືອງແປງບ້ານ
ບໍ່ຕ້ອງຢ້ານ ເຣື້ອງເກົ່າເບື້ອງຫຼັງ
ບໍເປັນຫຍັງ ປ່ຽນແປງດີແລ້ວ
ເພີ່ນຫ້າງແຮ້ວ ຄອຍບໍຣິການ
ເຊີນທຸກທ່ານ ກະກຽມຮັບຕ້ອນ
ເຢາະຢ່ອງຍອ້ນ ຮ່ອນໃສ່ສຽງກອງ
ເປັນທຳນອງ ຈັງຫວະປະຕິວັດ
ພັກແລະຣັຖ ຈັ່ງແມ່ນເພີ່ນດີ
ແຕ່ກ່ອນຄືຜີ ດຽວນີ້ຄືພຣະ
ຖືທັມມະ ເຊົາຂ້າເຊົາຟັນ
ແຕ່ຜະເດັດການ ນັ້ນຍັງຄືເກົ່າ…..ທ່ານເອີ່ຍ!....
ນີ້ກໍຄືບົດກອນ “ສຽງກອງປະຕິວັດ” ແຕ່ງໂດຍ ສາຍນ້ຳຍົມມະນາ ຖ້າທ່ານມີ ຄຳຄິດເຫັນແນວໃດ ກ່ຽວກັບກອນ ບົດນີ້ກໍເຊີນຂຽນ ຈົດໝາຍ ເຖີງຣາຍການ ຂອງພວກ ເຮົາໄດ້ ຫຼືທ່ານຜູ້ໃດ ຢາກສົ່ງກາບກອນ ຂອງທ່ານ ເຂົ້າມາຮ່ວມຣາຍການ ຕອບຈົດໝາຍ ພວກເຮົາຍີນດີ ຕ້ອນຮັບເຊັ່ນດຽວກັນ ພ້ອມດຽວກັນນີ້ Maysoly ຂໍຂອບໃຈ ນຳທ່ານ ສາຍນ້ຳ ຍົມມະນາ ມາໃນໂອກາດ ນີ້ດ້ວຍ ຫວັງວ່າ ຄົງຕິດຕາມ ຮັງຟັງຢູ່ຕິ້ເນາະ ຈົດໝາຍ ສະບັບຕໍ່ໄປ ກໍຄືຂອງທ່ານ ຄ. ຍົມະຣາຊ ແຟນປະ ຈຳຣາຍການ ສະບັບນີ້ ເພີ່ນສົ່ງ ກຳລັງໃຈມາໃຫ້ ຄະນະທີມງານ ຂອງພວກເຮົາວ່າ ພາກພູມໃຈ ແລະ ຂອບໃຈຮອບດ້ານ ຕໍ່ທຸກໆທ່ານ ຊື່ງກຳລັງ ປະຕິບັດ ໜ້າທີ່ເພື່ອສັງຄົມ, ແລະ ຂໍກ່າວວ່າ ສະຖານີ ເອເຊັຍເສຣີ ແຫ່ງນີ້ ຄືຄັງໜັງສື, ຄັງຄວາມຮູ້, ແລະເປັນທັມ ແຈກຈ່າຍຫຼັກໝັ້ນ ທາງດ້ານແນວຄິດ ຈິດໃຈແນວດີໆ ແກ່ຄົນຍຸກໃໝ່ ທີ່ດ້ອຍໂອກາດ ຮັບຮູ້ກັບ ຄວາມເປັນຈິງ ອັນປະເສິດເລີດລ້ຳ ຄຸນຄ່າ ຂອງຊວິດຕົວເອງ. ພ້ອມດຽວກັນນັ້ນ ທ່ານ ຄ. ຍົມະຣາຊ ຂຽນວ່າ ປີຂານຊີວິດຂອງ ມວນມະນຸດ ທັງຫຼາຍ ແມ່ນ ຕົກຢູ່ໃນ ອຳນດ ໂຫດຮ້າຍຂອງສັດ ເດັຍຣະສານ ເປັນທີ່ເພີ່ງ ມີເມືອງໃດແດ່ວ່າ ເສືອ ມີແນວຄິດ ເບື່ອມັງສັງເປັນ? ອີກດ້ານນື່ງ ເວົ້າສະເພາະ ຢູ່ແຄ້ວນ ດີນແດນ ແຫ່ງສັກສິດ ຄົນສ່ວນ ຫຼາຍຍັງຕື່ນເຕັ້ນ ກັບ ວິທີພັທນາ ແບບຈິນຕະນາ ການໃໝ່ ຄືຄວາມ ກ້າວກະໂດດ ຂັ້ນຂອງ ເຕັກນິກ ວິທຍາການວ່າ ມີຄວາມຮຸ່ງເຮືອງ ກວ່າ ຍຸກສມັຍກ່ອນ ອັນນີ້ຄື ຄວາມເຂົ້າໃຈຜິດ ຢ່າງແທ້ຈີງ ຄວາມເປັນຈີງແລ້ວ ສະໃໝປັຈຸບັນນີ້ ລະແມ່ນລ້າຫຼັງ ອະສົງໄຂເທົ່າ ຂອງສັງຄົມ ສະຫະຊິບ ປະຖົມ ບູຮານແທ້ ຄົນຢຸ່ໃນປະເທດ ທີ່ຈະເຣີນມາ ກ່ອນແລ້ວ ທົ່ວທຸກແຫ່ງ ກຳລັງ ຄົ້ນຄວ້າຕັ້ງໃຈ ສືກສາ ໃນເຣື້ອງ ອາດິຕກາລ ເພື່ອນຳມາ ແກ້ໄຂປັບງປູງ ອະນາຄົດ ໃຫ້ມີຄວາມກ້າວ ໜ້າເທົ່າທຽມກັນ ໃນຮອບດ້ານ ຂອງມວນມະນຸດ ທຸກເພດ ເຫັນໄດ້ຄືແນວນີ້ ຈີ່ງຂໍກ່າວ ດ້ວຍຄວາມເຊື່ອຖື ຕາມຫຼັກຂອງທັມມະວ່າ (ວັນສັຕຣີສາກົລ) ເປັນວັນສຳຄັນ ຂອງການມີຊີວິດ ຂອງຄົນທຸກເພດ ດັ່ງພຣະໂພທິສັດ ຄືພຣະແມ່ກວນອິນ ໃຫ້ພອນຈາກສວັນວ່າ (ລູກເອີ່ຍ! ເກິດມາມີຊີວິດແລ້ວ ຈົ່ງໝັ່ນ ລົດລະກິເລດ ຫລາຍທີ່ສຸດ ເທົ່າທີ່ ຈະປະຕິບັດໄດ້ ພຸທສາສນາ ກໍ່ຊີ້ໃຫ້ຮູ້ແຈ້ງ ແລ້ວວ່າ ພຣະອໍຣະຫັນແທ້ໆ ຂອງແຕ່ລະຄອບຄົວ ຄືມານດາເປັນເຄົ້າ ແລະປະກອບດ້ວຍ ບິດາ ສະນັ້ນຜູ້ໃດ ບໍ່ຮູ້ ເຖີງບຸນຄຸນ ພຣະອໍຣະຫັນ ແທ້ໆຂອງຕົນແລ້ວ ກໍຍີ່ງໂຫດກວ່າ ສັດເດັຍຣະສານ ຊ້ຳອິກ ວ່າຊັ້ນ...
ສຸດທ້າຍນີ້ ຂໍວີິ່ງວອນ ພອນອັນສັກສິດ ຈາກສວັນ ຈົ່ງໄດ້ບັນດານ ຄຸ້ມຄອງ ສິທຂອງສັຕຣີເພດ ໄດ້ກ້າວໜ້າ ໃນຮອບດ້ານ ຕາມຄວາມເປັນຈີງ ຂອງແຕ່ລະຄົນ ທົ່ວທຸກມູມໂລກ ເທີ້ນ… ທີ່ກ່າວມານີ້ ກໍຄືເຣື້ອງທັງໝົດ ໃນຈົດໝາຍຂອງ ທ່ານ ຄ.ຍົມະຣາຊ Maysoly ຂໍຂອບໃຈ ຕາງ ເພື່ອນຍີງທຸກໆຄົນ ແລະຂໍທຸກຄົນໄດ້ຮັບ ພອນອັນປະເສິດ ຢ່າງທົ່ວເຖີງ…
ທ່ານຜູ້ຟັງທີ່ຣົບ ເວົ້າມາກໍຍືດຍາວ ແດ່ແລ້ວສະນັ້ນ ເພື່ອເປັນການ ປ່ຽນບັນຍາກາດ ອັນດັບຕໍ່ໄປ Maysoly ຂໍເຊີນທ່ານ ຟັງເພງລາວ ທີ່ອອນຊອນໆ ເພື່ອປິດທ້າຍ ຣາຍການ ຂອງພວກເຮົາເລີຍ ເພງທີ່ທ່ານຈະໄດ້ຟັງ ໃນມື້ນີ້ Maysoly ຂໍສເນີ ຜົນງານຂອງທ່ານ (ທະນຸ ສີວິໄຊ) ຈາກປະເທດຝຣັງເສດ ມາໃນເພງ ທີ່ມີຊື່ວ່າ (ຄິດເຖີງເມືອງຊຳ) ເພງນີ້ແມ່ນຈັດ ຕາມຄຳຮ້ອງຂໍ ຂອງເຈົ້າຂອງເພງ ຫວັງວ່າ ຄົງໄດ້ຮັບ ກຳລັງໃຈຈາກ ຜູ້ຟັງເປັນຢ່າງດີ ເຊີນຮັບຟັງໄດ້...
