ການຮ່ວມມື ລະຫວ່າງ ສປປລາວ ແລະ ວຽດນາມ ໃນ ປັດຈຸບັນ

0:00 / 0:00
lao-Viet2.jpg
ທ່ານ ບົວສອນ ບຸຜາວັນ ນາຍຍົກ ຣັຖມົນຕຣີ ສປປລາວ ( ດ້ານຂວາ ) ໄປຢ້ຽມຢາມ ວຽດນາມ ແລະໄດ້ພົບປະຫາລື ັບັນຫາຕ່າງໆ ນຳ ທ່ານ ຫງວຽນ ຖັງດັງ ທີ່ ທຳນຽບ ປະທານປະເທດ ທີ່ ກຣຸງ ຮ່າໂນ້ຍ. Photo by AFP (HOANG DINH NAM/AFP)

ການພົວພັນ ຮ່ວມມື ຣະຫວ່າງ ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາຣະນະຣັດ ສັງຄົມນິຍົມວຽດນາມ ໃນ ປະຈຸບັນ.

ການພົວພັນຮ່ວມມ ືຣະຫວ່າງ ສປປ. ລາວ ແລະ ສ.ສ.ວຽດນາມ ບໍ່ວ່າຈະແມ່ນ ທາງດ້ານໃດ ດ້ານການເມືອງ, ການທະຫານ, ດ້ານເສດຖະກິດ, ການຄ້າ, ການລົງທຶນ, ດ້ານສັງຄົມວັທນະທັມ ແລະອື່ນໆ ຕ້ອງຕັ້ງຢູ່ບົນ ພື້ນຖານ ຂອງການປະຕິບັດ ຕາມຂໍ້ຕົກລົງຕ່າງໆ ຣະຫວ່າງ ກົມການເມືອງ ສູນກາງພັກ ຄອມມິວນິສວຽດນາມ ແລະພັກປະຊາຊົນ ປະຕິວັດລາວ. ແລະເຖິງຈະແມ່ນ ການພົວພັນ ຮ່ວມມືຣະດັບ ແຂວງ ຕໍ່ ແຂວງ ເຊັ່ນ ແຂວງວຽງຈັນ ກັບແຂວງ ຮາຍຮຶງ, ແຂວງບໍຣິຄຳໄຊ ກັບແຂວງຮ່າຕິ່ງ ແລະແຂວງເງະອານ, ແຂວງຫົວພັນ ກັບ ແຂວງແທງຮ່ວງ ແລະ ແຂວງເຊິນລາ ລວມທັງການສ້າງຕັ້ງ ໂຮງງານ ຜລິດຢາ CBF ຢູ່ ແຂວງຈຳປາສັກ ຊຶ່ງເປັນໂຮງງານ ລັດວິສາຫະກິດ ປະສົມລາວ-ວຽດນາມ ຄື ແຂວງບິງດິງ ຖືຫຸ້ນ 80% ແລະ ແຂວງຈຳປາສັກ ຖືຫຸ້ນ 20% ນັ້ນ ກໍຕ້ອງປະຕິບັດ ຕາມຈິດໃຈ ແລະເນື້ອໃນຂໍ້ຕົກລົງ ນັ້ນເຊັ່ນກັນ.

ໃນການພົວພັນຮ່ວມມືກັບວຽດນາມ ພັກປະຊາຊົນ ປະຕິວັດລາວ ຢ້ຳຢູ່ຕລອດເຖິງ ສາຍພົວພັນ ມິດຕະພາບ ອັນດູດດື່ມ, ຄວາມສາມັກຄີພິເສດ ແລະການຮ່ວມມື ຮອບດ້ານ ຣະຫວ່າງ ພັກປະຊາຊົນ ປະຕິວັດລາວ ແລະ ພັກຄອມມິວນິສ ວຽດນາມ ບົນພື້ນຖານ ສົນທິສັນຍາ ມິດຕະພາບ ແລະການຮ່ວມມື ຣະຫວ່າງ ສປປ. ລາວ ກັບ ສ.ສ. ວຽດນາມປີ 1997.

ແລະພ້ອມທັງ ໃຫ້ຄຳໝັ້ນສັນຍາ ຕໍ່ພັກຄອມມິວນິສວຽດນາມ ວ່າ ເຖິງສະພາບ ການສາກົນ ໄດ້ມີການປ່ຽນປີ້ນ ຢ່າງໃຫຍ່ຫຼວງ ແລະຈະຜັນແປ ໄປແນວໃດກໍ່ຕາມ ພັກປະຊາຊົນ ປະຕິວັດລາວ ກໍ່ຈະເຮັດ ສຸດຄວາມສາມາດ ຂອງຕົນ ເພື່ອຮ່ວມກັບ ພັກຄອມມິວນິສ ວຽດນາມ, ຖະໜອມຮັກ ແລະເພື່ມພູນ ຄູນສ້າງສາຍພົວພັນ ມິດຕະພາບ ອັນເປັນມູນເຊື້ອ ຄວາມສາມັກຄີພິເສດ ແລະການຮ່ວມມື ຮອບດ້ານ ລາວ-ວຽດນາມ ໃຫ້ເປັນມໍຣະດົກ ຕົກທອດອັນລ້ຳຄ່າ ໃຫ້ແກ່ຄົນລຸ້ນຕໍ່ໆ ໄປ; ແລະວ່າ ຈະຮ່ວມກັບພັກ ຄອມມິວນິສວຽດນາມ ເພີ່ມທະວີ ການສຶກສາອົບຮົມ ໃຫ້ພະນັກງານ, ນັກຮົບ ແລະປະຊາຊົນ ບັນດາເຜົ່າ, ທຸກຊັ້ນຄົນ ເປັນຕົ້ນ ແມ່ນຄົນລຸ້ນໜຸ່ມລາວ ດ້ວຍການຈະນຳເອົາ ແນວຄິດ ໂຮ່ຈິມິນ ມາເຜີຍແຜ່ ຢູ່ໃນສັງຄົມລາວ.

ສິ່ງດັ່ງກວ່າວ ຈະສແດງໃຫ້ເຫັນ ເປັນຕົ້ນ ໃນໄລຍະການຢ້ຽມຢາມ ຂອງຜູ້ນຳພັກ-ຣັດ ສປປ.ລາວ ແລະ ສ.ສ.ວຽດນາມ ໃນທຸກໆ ຣະດັບ ນັບຕັ້ງແຕ່ ທ່ານນົງ ດຶກ ແມັງ ເລຂາທິການໃຫຍ່ ພັກຄອມມິວນິສ ວຽດນາມ ແລະ ທ່ານຈູມມະລີ ໄຊຍະສອນ ເລຂາທິການໃຫຍ່ ພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ສປປ. ລາວ ເຖິງນັກວິຊາການ ແລະພະນັກງານ ທ້ອງຖິ່ນ ຊຶ່ງປະຕິບັດກັບ ຢ່າງເປັນປະຈຳຈົນ ມາຮອດເທົ່າທຸກວັນນີ້.

ແລະໃນຕອນແລງທີ 22 ພຶສຈິກາ 2007 ນີ້ ທ່ານ ຈູມມະລີ ໄຊຍະສອນ ເລຂາທິການໃຫຍ່ ຄະນະ ບໍຣິຫານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ສປປ.ລາວ ກໍໄດ້ຕ້ອນຮັບ ຄະນະຜູ້ແທນ ຄະນະຈັດຕັ້ງ ສູນກາງພັກຄອມມິວນິສ ວຽດນາມ ນຳໂດຍ ທ່ານ ໂຮ່ດຶກວຽດ ກັມມະການ ກົມການເມືອງ ສູນກາງພັກ, ເລຂາທິການ ສູນກາງພັກ, ຫົວໜ້າ ຄະນະຈັດຕັ້ງ ສູນກາງພັກ ຄອມມິວນິສ ວຽດນາມ ດ້ວຍການຕີຣາຄາສູງ ຕໍ່ການຢ້ຽມຢາມ ສປປ. ລາວ ແລະຖືເປັນ ການປະກອບສ່ວນ ເຂົ້າໃນການເພີ່ມພູນ ຄຸນສ້າງສາຍພົວພັນ ມິດຕະພາບ, ການຮ່ວມມື ຮອບດ້ານ ແລະຄວາມສາມັກຄີ ແບບພິເສດ ອັນເປັນມູນເຊື້ອ ຣະຫວ່າງ ສອງພັກ ສອງຣັດ ແລະ ປະຊາຊົນ ສອງຊາຕ ລາວ-ວຽດນາມ ເໝືອນກັນກັບທຸກໆ ຄັ້ງທີ່ມີການພົບປະກັນ… ມາ ໃນໄລຍະຫຼັງໆ ນີ້ ເຫັນວ່າ ວຽດນາມ ໄດ້ຫັນຄວາມສົນໃຈ ໃສ່ການລົງທຶນ ຂອງຕົນ ຢູ່ລາວຫຼາຍຂຶ້ນ. ແລະໃຫ້ການຊ່ວຍເຫຼືອລາວ ໃນດ້ານການພັທນາ ໂຄງຮ່າງ ເສດຖະກິດ, ປັບປຸງ ແລະກໍ່ສ້າງຖນົນຫົນທາງ, ອະນຸຍາດໃຫ້ລາວ ໃຊ້ທ່າເຮືອນ້ຳເລິກ ອອກສູ່ທະເລ ແລະອື່ນໆ.

ດັ່ງທ່ານ ທອງລຸນ ສີສຸລິດ ຮອງນາຍົກຣັດຖະມົນຕຣີ ຣັດຖະມົນຕີ ການຕ່າງປະເທດ ສປປ. ລາວ ກ່າວວ່າ:

(ສຽງ) “ໃນ 3-4 ປີຜ່ານມານີ້ ໂຕເລກການລົງທຶນຂອງວຽດນາມ ເຂົ້າມາປະເທດລາວນີ້ ເພີ່ມຂຶ້ນຢ່າງຫຼວງຫຼາຍ. ໂຄງການຕ່າງໆ ທີ່ວຽດນາມ ເຂົ້າມາລົງທຶນນີ້ ຂ້າພະເຈົ້າຄຶດວ່າ ແມ່ນຖືກຕ້ອງ ກັບຄວາມສາມາດ ໂບ່ມຊ້ອນ ທີ່ລາວມີ.”

ເວົ້າເຖິງການຄ້າ ແລະການລົງທຶນ ຂອງວຽດນາມ ຢູ່ລາວ ຕາມນັກການທູດ ຣະດັບສູງ ຂອງ ສປປ.ລາວ ໄດ້ກ່າວ ຕໍ່ສື່ມວນຊົນ ຢູ່ນະຄອນຫຼວງ ຮ່າໂນ່ຍ ແລະປະເທດວຽດນາມ ວ່າ ລາວ ແລະວຽດນາມ ໄດ້ຕົກລົງ ຮ່ວມມືກັນໃນ 4 ຂະແໜງການເຊັ່ນ ການຄ້າ ແລະການລົງທຶນ, ການຂົນສົ່ງ, ການສ້າງ ເຂື່ອນໄຟຟ້າ ເພື່ອພະລັງງານ ແລະການຂຸດຄົ້ນ ແຮ່ທາດ. ແລະຈະສຳຫຼວດ ຫານ້ຳມັນ ແລະແກສທັມມະຊາດ ຢູ່ ແຂວງພາກໃຕ້ ຂອງລາວ ໃນອະນາຄົດໃກ້ໆ ນີ້. ນອກຈາກການລົງທຶນ ທາງດ້ານອຸດສາຫະກັມ ແລ້ວ ກໍເປັນການລົງທຶນດ້ານກະສິກັມ ແລະປ່າໄມ້. ການເຊົ່າທີ່ດິນນັບແສນເຮັກຕາ ເພື່ອປູກຢາງພາລາ, ຊຶ່ງປາກົດວ່າ ພື້ນທີ່ເຊົ່າ ບໍ່ໜ້ອຍໄດ້ຄວບຄຸມເອົາ ທີ່ດິນ ຂອງປະຊາຊົນ ໃນເຂດ 4 ແຂວງ ພາກໃຕ້ຂອງລາວ ຊຶ່ງເຮັດໃຫ້ ພວກເຂົາເຈົ້າ ຈຳຕ້ອງໄດ້ຍ້າຍ ໜີອອກຈາກທີ່ນັ້ນ.

ແລະທັງສອງຝ່າຍ ໄດ້ຕົກລົງກັນ ວ່າຈະຍົກຣະດັບ ການຄ້າໃຫ້ໄດ້ຄາດໝາຍ 1 ຕື້ໂດລາ ສະຫະຣັດ ໃນປີ 2010 ແລະໃຫ້ຂຶ້ນເປັນ 2 ຕື້ໂດລາ ສະຫະຣັດ ໃນປີ 2015. ປະຈຸບັນມູນຄ່າ ການລົງທຶນ ຂອງວຽດນາມ ຢູ່ລາວ ເປັນອັນດັບທີ 3 ຮອງ ລົງມາຈາກ ໄທ ແລະ ຈີນ, ມີການລົງທຶນ 84 ໂຄງການ ດ້ວຍມູນຄ່າ ຫຼາຍກວ່າ 580 ລ້ານໂດລາ ສະຫະຣັດ. ຂະນະມີບາງຂ່າວວ່າ ປະຈຸບັນ ວຽດນາມ ມີມູນຄ່າ ການລົງທຶນຢູ່ ສປປ.ລາວ ຫຼາຍກວ່າ 1 ຕື້ໂດລາ ສະຫະຣັດ ໂດຍລວມເອົາມູນຄ່າ ການກໍ່ສ້າງ ໂຄງການເຂື່ອນ ເຊຂະໝານ 3 ເຂົ້ານຳ.

ຕາມຂ່າວຊິນຫົວຂອງຈີນ ທີ່ອ້າງຕາມລາຍງານ ຂ່າວໃນທ້ອງຖິ່ນ ຂອງວຽດນາມວ່າ ບໍຣິສັດນ້ຳມັນ ແລະ ແກສທັມມະຊາດ ຂອງວຽດນາມ ຫຼື Petro Vietnam ເປິດເຜີຍວ່າ ຈະລົງທຶນ ສ້າງເຂື່ອນ ຜລິດກະແສໄຟຟ້າ ຂະໜາດໃຫຍ່ ໃນພາກເໜືອ ຂອງລາວ 1,410 MW ດ້ວຍມູນຄ່າ ກໍ່ສ້າງ 1,700 ລ້ານໂດລາ ສະຫະຣັດ.

ຕໍ່ໂຄງການ ທີ່ຈະສ້າງເຂື່ອນ ກັ້ນນ້ຳຂອງ ແຫ່ງທີ 5 ທີ່ ແຂວງ ຫຼວງພຣະບາງ ຊຶ່ງທາງການລາວ ອະນຸຍາດໃຫ້ວຽດນາມ ເຂົ້າມາສຶກສາ ເຖິງຄວາມເປັນໄປໄດ້ນັ້ນ ທ່ານ ສາຍສະໝອນ ຄົມທະວົງ ຮອງເຈົ້າແຂວງ ແຂວງ ຫຼວງພຣະບາງ ກ່າວວ່າ:

(ສຽງ) “ຣັດຖະບານລາວ ແມ່ນໄດ້ອະນຸຍາດໃຫ້ ບໍຣິສັດໄອແກສ ຂອງ ວຽດນາມ ຈະມາສຳຫຼວດ ເບິ່ງຄວາມເປັນໄປໄດ້ ຈະສ້າງເຂື່ອນ ກັ້ນໃສ່ລຳແມ່ນ້ຳຂອງ ເໜືອເມືອງປາກອູ ນີ້ ຄາດກະລະແມ່ນ 2,000-3,000 MW ເຮົາກະເວົ້າບໍ່ໄດ້ວ່າ ມັນຈະເປັນແນວໃດນໍ. ແນ່ນອນ ເວລາເຮົາກັບນ້ຳນີ້ ມັນຈະຖ້ວນ ສວນຜັກ ສວນຫຍ້າ ແຄມນ້ຳແຄມ ໃນປະຊາຊົນ.”

ແຕ່ໃນຄວາມເປັນຈິງ ໂຄງການ ກໍ່ສ້າງເຂື່ອນໄຟຟ້າ ນ້ຳຕົກ ລວມທັງເຂື່ອນ ທີ່ກັ້ນນ້ຳຂອງ ໃນລາວນັ້ນ ແມ່ນຖືກຄັດຄ້ານ ຢ່າງເປັນຂະບວນ ຈາກບັນດາອົງການ ພິທັກສະພາບແວດລ້ອມ ແລະທັມມະຊາດຕ່າງໆ ໃນທົ່ວໂລກ.

ນອກຈາກໂຄງການສ້າງເຂື່ອນແລ້ວ ກໍຢັງມີໂຄງການອື່ນໆ ອີກ ເຊັ່ນ ຕາມຂ່າວຂອງໄທເວົ້າ ໃນ ວັນທີ 26 ພຶສຈິກາ ນີ້ວ່າ ບໍຣິສັດຂາເຂົ້າ-ຂາອອກ Binh Minh (Bitexco) ຂອງ ວຽດນາມ ຢູ່ແຂວງ Thai Binh ພາກເໜືອ ໄດ້ຮັບການປະມູນ ກໍ່ສ້າງ ແລະຂະຫຍາຍໂຮງແຮມ Latsavong ແລະເຮືອນຮັບແຂກ ຂອງກະຊວງ ປ້ອງກັນປະເທດ ຢູ່ລາວ. ມູນຄ່າ ການຂະຫຍາຍ ໂຮງແຮມລາດສະວົງ 60 ລ້ານ ໂດລາ ສະຫະຣັດ ແລະຄາດວ່າ ຈະສ້າງໃຫ້ສຳເຣັດ ກ່ອນການແຂ່ງຂັນກິລາ SEA Games ຄັ້ງທີ 25 ຊຶ່ງຈະຈັດຂຶ້ນ ຢູ່ລາວ ໃນ ປີ 2009 ນີ້. ສ່ວນວ່າ ເຮືອນຮັບແຂກ ຂອງກະຊວງ ປ້ອງກັນ ປະເທດລາວ ທີ່ຈະຖືກສ້າງ ເປັນຂອງຂວັນ ຈາກກະຊວງປ້ອງກັນ ປະເທດວຽດນາມ ດ້ວຍມູນຄ່າ 1 ລ້ານ ໂດລາ ສະຫະຣັດ ນັ້ນ ຄາດວ່າຈະສ້າງ ໃຫ້ແລ້ວໃນທ້າຍປີ 2008 ນີ້.

ຖ້າເບິ່ງຄືນເຖິງ ປີ 1992 ໃນບັນຊີການລົງທຶນ ຂອງຕ່າງປະເທດ ຢູ່ ສປປ. ລາວ 22 ປະເທດ ທີ່ມາລົງທຶນ ບໍ່ປາກົດເຫັນ ຊື່ ສາທາຣະນະຣັດ ສົງຄົມນິຍົມ ວ່າມີໂຄງການ ລົງທຶນຢູ່ລາວ, ເຖິງວ່າຂະໜາດ ການລົງທຶນ ຂອງໂຄງການນັ້ນ ຈະນ້ອຍກວ່າ 1 ແສນໂດລາສະຫະຣັດ.

ເຖິງແນວໃດ ມາຮອດປະຈຸບັນນີ້ ກໍເຫັນວ່າ ການຄ້າ ຣະຫວ່າງ ລາວ-ວຽດນາມ ແລະ ການລົງທຶນ ຂອງວຽດນາມ ຢູ່ລາວກໍເພີ່ມສູງຂຶ້ນ ຢ່າງຕໍ່ເນື່ອງ.

ແຕ່ເມື່ອເບິ່ງເຖິງບັນຫາ ລວມສຳລັບ ສປປ.ລາວ ໃນການປະຕິບັດ ສອງໜ້າທີ່ຍຸດທະສາດ ຂອງຕົນແລ້ວ ກໍຍັງເຫັນວ່າ ການພົວພັນ ຮ່ວມມືກັນ ສ.ສ. ວຽດນາມ ຈະແມ່ນ ດ້ານການເມືອງ, ດ້ານເສດຖະກິດ-ການຄ້າ, ດ້ານ ວັທນະທັມ ແລະດ້ານອື່ນໆ ກໍລ້ວນແຕ່ປິ່ນອ້ອມ ວຽກງານ ປ້ອງກັນຊາດ ປ້ອງກັນຄວາມສງົບ ຂອງ ພັກປະຊາຊົນ ປະຕິວັດລາວ ນັ້ນຢູ່.

ວິເຄາະ ໂດຍ: ຈຳປາທອງ