ໄວ້ອາລັຍ ທ່ານ ພອນເທພ ເທພພິທັກສ໌
2022.07.30
ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ, ຣາຍການບັນເທີງສັປດານີ້ ຂ້າພະເຈົ້າ ພອນ ພູມມີທອນ ພ້ອມດ້ວຍ ທີມງານວິທຍຸ ເອເຊັຽເສຣີ ຂໍສະເເດງຄວາມໄວ້ອາລັຍ ແດ່ດວງວິນຍານ ຂອງອາຈານ ພອນເທພ ເທພພິທັກສ໌, ສິລປີນລາວ ອາວຸໂສ, ທີ່ເຕັມປ່ຽມໄປດ້ວຍ ຄວາມສາມາດ ມີພອນສວັນ ໃນການຮ້ອງເພງ ປະເພດລູກກຸງ ເປັນຂວັນໃຈ ຂອງມິຕຮັກແຟນເພງຊາວລາວ ຈົນຮອດທຸກມື້ນີ້. ສິລປີນ ອາຈານ ພອນເທພ ເທພພິທັກສ໌ ໄດ້ສ້າງຜົລງານ ເພງອະມະຕະຫລາຍໆເພງ ຝາກໄວ້ ໃນວົງການບັນເທີງລາວ ເຊັ່ນ: ເພັດໃນຕົມ, ຖິ່ນທອງ, ຫວງເພາະຮັກ, ອຸທະຍານຮັກ ຊຶ່ງຮ້ອງຄູ່ ກັບ ຍານາງ ນະຣຽມ ແລະ ຜົລງານເພງ ອື່ນໆ....
ສິລປີນ ອາຈານ ພອນເທພ ເທພພິທັກສ໌ ໄດ້ຈາກພວກເຮົາໄປແລ້ວ ໃນຕອນເຊົ້າຂອງ ວັນທີ 28 ກໍຣະກະດາ 2022 ທີ່ບ້ານໂນນແກ້ວ ເມືອງສີໂຄດຕະບອງ ແລະ ພິທີ ຊາປະນະກິດສົບ ໄດ້ຈັດຂຶ້ນ ໃນວັນເສົາ ວັນທີ 30 ເດືອນ ກໍຣະກະດາ ທີ່ຜ່ານມາ.
ພວກເຮົາ ນັກສິລປິນລາວຢູ່ຕ່າງແດນ ແລະ ຢູ່ທົ່ວທຸກມຸມໂລກ ຂໍສະແດງຄາມເສັຽໃຈມາຍັງ ຄອບຄົວຍາດຕິພີ່ນ້ອງ ໝູ່ຄູ່ ທີ່ໄດ້ສູນເສັຽ ຄົນທີ່ຮັກ ແລະ ນັບຖືໄປ ຢ່າງບໍ່ມີວັນກັບມາ.
ເຊັ່ນດຽວກັນກັບ ຄອບຄົວສິລປີນລາວ ໄດ້ສູນເສັຽສະມາຊິກ ບຸກຄົນທີ່ສຳຄັນ ໃນວົງການບັນເທີງລາວ ໄປອີກທ່ານນຶ່ງ ແຕ່ຄວາມດີງາມ ແລະ ຜົລງານເພງອະມະຕະເຫລົ່ານີ້ ຂອງເພິ່ນ ຍັງຈະຢູ່ໃນຄວາມຊົງຈຳ ຂອງພວກເຮົາ ແລະ ມິຕຮັກແຟນເພງຕລອດໄປ...
ຂໍໃຫ້ດວງວິນຍານ ຂອງ ອາຈານ ພອນເທພ ເທພພິທັກສ໌ ຈົ່ງໄປສູ່ສຸຂຕິ ໄປຊູ່ສວັນຊັ້ນຟ້າດ້ວຍເທີ້ນ.....