ເຮັດວຽກຣົດໄຟ ລາວ-ຈີນ ພາສາຈີນ ຕ້ອງໄດ້

ໄຊຍາ
2020.09.09
F-railway-logo ປ້າຍບໍຣິສັດ ທາງຣົດໄຟ ລາວ-ຈີນ ອັນບອກເຖິງຈຸດ ທີ່ເປັນເຂດຊັພສິນ ທີ່ບໍຣິສັດພວມກໍ່ສ້າງ ແລະ ຄຸ້ມຄອງ ໃນເຂດເມືອງນາຊາຍທອງ ນະຄອນຫຼວງວຽງຈັນ. ຮູບຖ່າຍເມື່ອເດືອນເມສາ 2020 ໂດຍ: TS
RFA

ບໍຣິສັດ ທາງຣົດໄຟ ລາວ-ຈີນ ຈຳກັດ ໄດ້ປະກາດ ເມື່ອທ້າຍເດືອນກຸມພາ 2020 ວ່າ ຈະສ້າງງານ 600-700 ຕໍາແໜ່ງ ເພື່ອປະກອບເຂົ້າ ໃນການບໍຣິການ ຣົດໄຟ ລາວ-ຈີີນ. ແຕ່ຊຸດທຳອິດ ໄດ້ປະກາດສມັກເອົາ 300 ຄົນ ເພື່ອມາເຝິກອົບຮົມ ຂັ້ນພື້ນຖານ. ຈາກນັ້ນ, ຈະສົ່ງພະນັກງານ ທີ່ຖືກຄັດເລືອກ ໄປເຝິກງານ ຢູ່ເມືອງຄຸນໝິງ, ມົນທົນຢູນານ ປະເທດຈີນ ເປັນເວລາ 16-18 ເດືອນ, ແຕ່ໂດຍພື້ນຖານ ຜູ້ສມັກ ຕ້ອງໄດ້ພາສາຈີນ ເປັນຫຼັກ. ດັ່ງຜູ້ສມັກຄົນນຶ່ງ ທີ່ບໍ່ຜ່ານການສັມພາດ ໃນຊຸດທີ 2 ແລະ 3 ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 07 ກັນຍາ 2020 ວ່າ ເພິ່ນໄດ້ປະກາດຣາຍຊື່ ອອກມາໃນວັນທີ 01 ກັນຍາ ຜ່ານມາ ບໍ່ມີຊື່ເຂົ້າຮ່ວມສັມພາດ, ໂດຍຕົນເອງ ຮຽນຈົບການຣົດໄຟ ມາຈາກວຽດນາມ.

"ນ້ອງໄປສັມພາດແລ້ວ ເພິ່ນອອກຊື່ມາແລ້ວ, ຮູ້ສຶກເສັຽໃຈນ້ອຍນຶ່ງແຫຼະ ເພາະວ່າ ຄວາມຫວັງເຮົານີ້ ຮຽນທາງຣົດໄຟມານີ້ ກະຢາກເຂົ້າໄປ ໃນອົງກອນຫັ້ນແຫຼະ, ແຕ່ວ່າເພິ່ນບໍ່ຮັບ ແລະ ກະເສັຽໃຈ ເຮົາຮຽນຢູ່ວຽດມາ ບໍ່ຖືກພາສາເຂົາເຈົ້າ."

ທ່ານໄດ້ກ່າວຕື່ມວ່າ ປັດຈຸບັນ ຕົນເອງກຳລັງຢູ່ ໃນສະພາບບໍ່ມີວຽກເຮັດ ງານທຳ ແລະ ຍັງຊອກວຽກເຮັດ ໄປເລື້ອຍໆ ຍ້ອນຜົລກະທົບ ຈາກການແຜ່ຣະບາດ ຂອງພຍາດໂຄວິດ-19.

ສ່ວນຜູ້ສມັກ ອີກຄົນນຶ່ງ ກໍໄດ້ກ່າວວ່າ ບໍ່ໄດ້ຖືກເອີ້ນ ໄປສັມພາດ ທັງທີ່ວ່າ ເອກະສານສມັກ ທີ່ສົ່ງໄປ ກໍຄົບຖ້ວນ ຕຣຽມພ້ອມ ທີ່ຈະສັມພາດ, ແຕ່ບໍ່ໄດ້ ຮັບໂອກາດ.

"ເຮົາກະບໍ່ໄດ້ເສັຽໃຈ, ແຕ່ຮູ້ສຶກເສັຽດາຍ, ຫັ້ນນ່າ ບໍ່ມີໂອກາດ. ເຮົາກະສົ່ງເອກະສານ ຢູ່ໃນວັນທີ 3 ເດືອນ 5, ແຕ່ວ່າບໍ່ເຫັນເພິ່ນເວົ້າວ່າ ຄັດເລືອກແລ້ວອີ່ຫຍັງຊີ້ນ່. ໄປເບິ່ງຣາຍຊື່ ທີ່ວ່າ ອອກຫຍັງກະບໍ່ມີຊື່ເຮົາ, ບາງທີມັນມີຄົນ ທີ່ວ່າເກັ່ງກ່ອນເຮົາ ຫຼືວ່າສົມບູນແບບ ກ່ອນເຮົາຊີ້ນ່າ."

ສ່ວນຜູ້ສມັກ ທີ່ຜ່ານການສັມພາດ ໃນຊຸດທີ 2 ແລະ 3 ແລ້ວກໍມີຈຳນວນນຶ່ງ ໄດ້ສຣະສິດໄປ ແລະ ຂໍຖອນອອກຈາກ ການເຂົ້າເຝິກອົບຮົມ ຍ້ອນຄອບຄົວດຽວກັນ ຫາກໍຜ່ານສັມພາດ ຄືກັນ.

"ຂະເຈົ້າສັມພາດແລ້ວນ່າ ໄປແລ້ວ, ແຕ່ວ່າເຮົາສຣະສິດ, ຫັ້ນນ່າ ເພາະວ່າ ນ້ອງໄດ້ສອງຄົນເນາະ. ນ້ອງ ລະກະນ້ອງຂອງເຮົາ ໄປແລ້ວຊີ້, ຫັ້ນນ່າ ເຮົາຈັ່ງບໍ່ໄປ. ອັນນີ້ແມ່ນຊ່ວງທີສອງ ມັນມີຊຸດທີສອງ ໂຕທີສອງ ກັບສາມ."

ທາງດ້ານຜູ້ສມັກ ທີ່ຜ່ານການສັມພາດແລ້ວ ໄດ້ກ່າວວ່າ ຍັງລໍຖ້າເຈົ້າໜ້າທີ່ ຂອງບໍຣິສັດ ທາງຣົດໄຟ ລາວ-ຈີນ ຈຳກັດ ຕິດຕໍ່ມາຕື່ມ ເພື່ອບອກຣາຍລະອຽດ ກ່ຽວກັບມື້ ທີ່ຈະເຂົ້າຮ່ວມເຝິກອົບຮົມ, ເຊິ່ງໄລຍະນີ້ ຖ້າຜົລ ຂອງການກວດສຸຂພາບ.

"ກາຍັງບໍ່ໄດ້ຕຣຽມພ້ອມອີ່ຫຍັງເທື່ອ ເພາະວ່າ ຍັງຢູ່ບ້ານພີ້ເນາະ ເພາະວ່າ ຍັງຖ້າຜົລ ກວດສຸຂພາບ. ກະບໍ່ຍາກປານໃດເນາະ ກະທັມມະດາ ກະດີໃຈນ້ອຍນຶ່ງ ເພາະວ່າຊິໄດ້ປະກອບສ່ວນ ເຂົ້າໃນວຽກງານຕໍ່ໄປ."

ຕໍ່ກັບເຣື່ອງນີ້ ເຈົ້າໜ້າທີ່ ຂອງບໍຣິສັດ ທາງຣົດໄຟ ລາວ-ຈີນ ຈຳກັດ ໄດ້ກ່າວວ່າ ພາຍຫຼັງຈາກ ທາງບໍຣິສັດ ໄດ້ສຳເຣັດ ການຄັດເລືອກ ຜູ້ສມັກເຮັດວຽກ ໃນຊຸດທີ 2 ຊຸດທີ 3 ຈຳນວນປະມານ 425 ຄົນທັງຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພຣະບາງ ກໍໄດ້ແຈ້ງການ ໃຫ້ໄປກວດສຸຂພາບ ຕາມສະຖານທີ່ ທີ່ກຳນົດ ແລະ ລໍຖ້າ ທາງບໍຣິສັດ ອອກແຈ້ງການ ມາຣາຍງານໂຕ ເພື່ອເຂົ້າເຝິກອົບຮົມ ຮ່ວມກັບບັນດາ ຜູ້ທີ່ຜ່ານການຄັດເລືອກ ໃນຊຸດທີ 1.

ທ່ານ ຫຼີ ປິ່ງສວນ, ຜູ້ອຳນວຍການໃຫຍ່ ບໍຣິສັດຣົດໄຟ ລາວ-ຈີນ ຈຳກັດ ໄດ້ກ່າວວ່າ ການຮັບສມັກ ພະນັກງານ ຈະຈັດສັນ ເປັນສາມໄລຍະ, ໂດຍໄລຍະທີ 1 ຄາດວ່າ ຈະສມັກ 300 ຄົນ. ເງືີ່ອນໄຂຂອງຜູ້ສມັກ ຕ້ອງຮູ້ພາສາຈີນ, ມີສຸຂພາບແຂງແຮງດີ, ມັກໃນວຽກງານຂົງເຂດຣົດໄຟ, ປັບເຂົ້າກັບ ສະພາບເງື່ອນໄຂ ວຽກປ່ຽນຜຽນ ແລະ ວຽກກາງຄືນ. ຕ້ອງຮຽນຈົບຊັ້ນສູງ ຂຶ້ນໄປ. ວິຊາສະເພາະ ດ້ານການຂົນສົ່ງທາງຣາງ, ສັນຍານສື່ສານ, ວິສະວະກັມໄຟຟ້າ ຈະພິຈາຣະນາ ເປັນພິເສດ ເປັນຕົ້ນແມ່ນ ວິສະວະກັມກົລຈັກ, ອອກແບບກົລຈັກ ແລະ ການຜລິຕ, ວິສະວະກັມເຕັກນິກເຊື່ອມຈອດ, ວິທສາດເຕັກໂນໂລຢີໄຟຟ້າ, ວິສະວະກັມຂໍ້ມູນ, ການຄວບຄຸມທາງຣາງ, ການສື່ສານການຂົນສົ່ງ, ການຄຸ່້ມຄອງ ການຂົນສົ່ງ, ອາຍຸບໍ່ເກີນ 30 ປີ.

ພາຍຫຼັງຄັດເລືອກ ບໍຣິສັດຈະສົ່ງຜູ້ໄດ້ຮັບ ການຄັດເລືອກໄປເຝິກງານ ຢູ່ທີ່ເມືອງຄຸນໝິງ ເປັນເວລາ 16-18 ເດືອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.