ປະຊາຄົມອາຊຽນໃກ້ມາແລ້ວ
2015.04.27
ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ່ 26 ຢູ່ ກຸງ ກູລາລັມເປີ້ ປະເທດ ມາເລເຊັຽ ໄດ້ ໄຂ ຂຶ້ນ ໂດຍ ເລີ້ມ ຈາກ ກອງປະຊຸມ ຣັຖມົນຕຣີ ຕ່າງ ປະເທດ ອາຊຽນ ໃນ ວັນທີ 26 ເມສາ ປີ 2015 ແລະ ໃນ ວັນທີ 27 ແມ່ນ ກອງປະຊຸມ ສຸດຍອດ ຜູ້ນໍາ ອາຊຽນ. ຕາມ ຣາຍ ການ ກອງປະຊຸມ ໃນ ວັນທີ 26 ເມສາ ນີ້ ຫົວເຣື້ອງ ທີ່ ຣັຖມົນຕຣີ ຕ່າງ ປະເທດ ອາຊຽນ ໄດ້ ປຶກສາ ຫາລື ກັນ ມີຄື: ການ ສ້າງຕັ້ງ ປະຊາຄົມ ອາຊຽນ ທີ່ ກໍານົດ ປະກາດ ຢ່າງ ເປັນ ທາງການ ໃນ ທ້າຍ ເດືອນ ທັນວາ ປີ 2015.
ວິສັຍທັສ ການພັທນາ ປະຊາຄົມ ອາຊຽນ ຫລັງປີ 2015, ແລະ ຄວາມ ຄືບໜ້າ ກ່ຽວກັບ ການຮ່າງ ກົດ ການ ເດີນເຮືອ ຢູ່ ໃນເຂດ ທະເລ ຈີນ ໃຕ້. ໃນ ວັນ ດຽວກັນ ນີ້ ຍັງມີ ກອງ ປະຊຸມ ຣັຖມົນຕຣີ ເສຖກິດ ອາຊຽນ ກັບ ກັມມາທິການ ທີ່ ປືກສາ ການຄ້າ ສະຫະ ພາບ ຢູໂຣບ ຄັ້ງທີ 13, ກອງປະຊຸມ ມົນຕຣີ ການເມືອງ ແລະ ຄວາມ ໝັ້ນຄົງ ອາຊຽນ, ກອງປະຊຸມ ມົນຕຣີ ປະຊາຄົມ ເສຖກິດ ອາຊຽນ ຄັ້ງທີ 13 ຕິດຕາມ ໂດຍ ກອງ ປະຊຸມ ມົນຕຣີ ການ ປະສານງານ ອາຊຽນ ຄັ້ງທີ່ 16.
ກອງປະຊຸມ ສຸດຍອດ ອາຊຽນ ປະຈໍາປີ 2015 ນີ້ ແມ່ນ ພາຍໃຕ້ ການເປັນ ປະທານ ວຽນ ອາຊຽນ ຂອງ ປະເທດ ມາເລເຊັຽ. ເອກກະສານ ທີ່ ຄາດວ່າ ບັນດາ ຜູ້ນໍາ ຈະ ຮັບຮອງ ເອົາ ແມ່ນ ຖແລງການ ກຸງ ກູລາລັມເປີ້ ທີ່ ແນໃສ່ ປະຊາຊົນ ອາຊຽນ ອັນ ໝາຍເຖິງ ການ ພັທນາ ປະຊາຄົມ ທີ່ ສຸມໃສ່ ປະຊາຊົນ ມີ ຄໍາຂວັນ ວ່າ ປະຊາຊົນ ຂອງ ພວກເຮົາ ວິສັຍທັສ ຂອງ ພວກເຮົາ ປະຊາຄົມ ຂອງ ພວກເຮົາ ຊຶ່ງ ເປັນ ການຂຍາຍ ຄວາມຄິດ ຂອງ ມາເລເຊັຽ ປະເທດ ເຈົ້າພາບ. ແລະ ຖແລງການ ທີ ສອງ ທີ່ ຈະມີຂຶ້ນ ຢູ່ ສະຖານທີ່ ປະຊຸມ ສຸດຍອດ ແຫ່ງ ທີສອງ ຢູ່ ເມືອງ ຕາກ ອາກາດ ລັງກາວີ.
ກອງປະຊຸມ ສຸດຍອດ ອາຊຽນ ແຕ່ລະ ຄັ້ງ ຜ່ານມາ ນັກ ສັງເກດການ ທັງຫລາຍ ມັກ ເວົ້າວ່າ ມັນຄື ຄວາມຝັນ ທີ່ ຈະນໍາ ປະຊາຊົນ ໄປສູ່ ຄວາມ ສົມບູນ ພູນສຸກ ທີ່ ຍືນຍົງ ໃນທຸກໆ ດ້ານ. ໃນ ຄວາມຈິງ ນັ້ນ ບາດກ້າວ ເດີນ ຂອງ ອາຊຽນ ຍັງມີ ອຸປສັກ ຫລາຍດ້ານ. ຖ້າ ຈະເວົ້າເຖິງ ບັນຫາ ໃຫ່ຽໆ ດ້ານ ຄວາມ ໝັ້ນຄົງ ໃນ ພູມີພາກ ແລ້ວ ແມ່ນ ບັນຫາ ຜິດຖຽງ ກັນ ເຣື້ອງ ອະທິປະຕັຍ ເຂດນໍ້າ ແດນດິນ ຢູ່ ໃນ ເຂດ ທະເລຈີນ ໃຕ້, ຣະຫ່ວາງ ຈີນ ກັບ 4 ປະເທດ ສະມາຊິກ ອາຊຽນ ໂດຍສະເພາະ ແລ້ວ ແມ່ນ ຣະຫ່ວາງ ຈີນ ກັບ ສອງ ປະເທດ ສະມາຊິກ ອາຊຽນ ວຽດນາມ ແລະ ຟີລິປປິນ.
ກອງປະຊຸມ ຣັຖມົນຕຣີ ຕ່າງ ປະເທດ ອາຊຽນ ໃນ ວັນອາທິດ ນີ້ ຟີລິປປິນ ໄດ້ ຮຽກຮ້ອງ ເຖິງ ບັນດາ ປະເທດ ສະມາຊິກ ວ່າ ໃຫ້ ອາຊຽນ ເປັນ ອັນນຶ່ງ ອັນດຽວ ກັນ ໃນການ ເອົາ ທ່າທີ ເພື່ອ ໃຫ້ ຈີນ ຢຸດເຊົາ ກິຈກັມ ການ ສ້າງສາ ຕ່າງໆ ຢູ່ໃນເຂດ ເກາະ ທະເລຈີນ ໃຕ້ ຊຶ່ງ ຈີນ ອ້າງວ່າ ເປັນ ອະທິປະຕັຍ ຂອງຈີນ. ຟີລິປປິນ ກ່າວ ເຕືອນ ຈີນ ໃຫ້ ຢຸດເຊົາ ການ ກ່າວອ້າງ ອະທິປະຕັຍ ໃນ ໝູ່ເກາະ ຕ່າງໆ ໃນເຂດ ທະເລ ຈີນ ແລ້ວ ຫັນມາ ເຈຣະຈາ ກັນ ເຣື້ອງ ກົດ ການເດີນ ເຮືອ ທີ່ ທຸກ ປະເທດ ຕ້ອງ ເຄົາລົບ ນັບຖື ເປັນ ກົດໝາຍ. ຟີລິປປິນ ອ້າງວ່າ ຈີນ ໄດ້ສ້າງ ເດີ່ນຍົນ ແລະ ອາຄານ ຢູ່ໃນ ເກາະ ສອງ ແຫ່ງ ຊຶ່ງ ອາດ ໃຊ້ ສໍາລັບ ການ ປະຕິບັດ ການ ທາງ ທະຫານ ກໍອາດ ເປັນໄດ້. ໃນ ກອງ ປະຊຸມ ເທື່ອນີ້ ປາກົດວ່າ ວຽດນາມ ບໍ່ໄດ້ ຍົກ ບັນຫານີ້ ຂຶ້ນມາ ເວົ້າ ໂດຍ ຕົນເອງ ທັ້ງໆທີ່ ວຽດນາມ ກັບ ຈີນ ແຍ້ງຊີງ ກັນ ເຣື້ອງ ອະທິປະຕັຍ ຢູ່ ເຂດ ເກາະ ສະແປຣັດລີ ຕລອດ ມາ.
ແຜນການ ເຮັດໃຫ້ ອາຊຽນ ຮວມເຂົ້າ ກັນ ເປັນ ປະຊາຄົມ ອາຊຽນ ນີ້ ແມ່ນ ຕັ້ງຢູ່ ເທິງ 3 ເສົາ ຄໍ້າ ຄື: ປະຊາຄົມ ເສຖກິດ ອາຊຽນ ປະຊາຄົມ ດ້ານ ການເມືອງ ຄວາມ ໝັ້ນຄົງ ແລະ ປະຊາຄົມ ສັງຄົມ ວັທນະທັມ ອາຊຽນ. ນັກ ວິຈັຍ ຈາກ ສະຖາບັນ ປະເທດ ສິງຄະໂປ ວ່າ ເປົ້າໝາຍ ການສ້າງ ປະຊາຄົມ ເສຖກິດ ອາຊຽນ ບໍ່ພຽງແຕ່ ການ ຍົກເລີກ ການ ເກັບ ພາສີ ຂາເຂົ້າ ເທົ່ານັ້ນ ແຕ່ ພ້ອມກັນ ນັ້ນ ແມ່ນ ຍົກ ເອົາສິ່ງ ກີດຂວາງ ປະເພດ ທີ່ ບໍ່ແມ່ນ ພາສີ ເປັນຕົ້ນ ການ ກໍ່ສ້າງ ໂຄງຮ່າງ ພື້ນຖານ ການ ໂທຣະຄົມ ມະນາຄົມ ແມ້ແຕ່ ຄຸນນະພາບ ຂອງ ແຮງງານ ກໍດີ.
ນາງ Sanchita Basu Das ຫົວໜ້າ ກອງ ຄົ້ນຄວ້າ ສໍາລັບ ການ ສຶກສາ ອາຊຽນ ປະຈໍາ ສະຖາບັນ ເອເຊັຽ ຕະເວັນອອກ ສ່ຽງໃຕ້ ກ່າວວ່າ: ການ ພັທນາ ສັງຄົມ ເສຖກິດ ມີ ຄວາມ ສໍາຄັນ ຄືກັນກັບ ຄວາມ ສໍາຄັນ ຂອງ ການ ສຶກສາ ແລະວ່າ ການ ສຶກສາ ຢູ່ໃນ ບັນດາ ປະເທດ ສະມາຊິກ ອາຊຽນ ນີ້ ມີ ມາຕຖານ ສູງ ຄືກັນ ແລ້ວ ຫລືບໍ່? ນາງ ວ່າ ອາຊຽນ ເປັນ ປະຊາຄົມ ໃຫ່ຽ ທີ່ ມີຫລາຍ ຊາຕ ຫລາຍ ພາສາ. ຖ້າ ຫາກວ່າ ບໍຣິສັດ ຈາກ ຫລາຍ ປະເທດ ເຂົ້າໄປ ໃນ ປະເທດ ນຶ່ງ ທີ່ ພາສາ ອັງກິດ ບໍ່ແມ່ນ ມາຕຖານ ຂອງ ປະເທດ ນັ້ນແລ້ວ ອັນນັ້ນ ອາດແມ່ນ ບັນຫາ ນຶ່ງ ຂອງ ປະຊາຄົມ ອາຊຽນ.
ປັດຈຸບັນ ອາຊຽນ ໃຊ້ ພາສາ ອັງກິດ ໃນການ ຕິດຕໍ່ ພົວພັນ ວຽກງານ ແຕ່ ບໍ່ໄດ້ ຕົກລົງ ເປັນ ເອກກະພາບ ກັນວ່າ ຈະເອົາ ພາສາ ໃດ ເປັນ ພາສາ ທາງການ ຂອງ ອາຊຽນ. ເຈົ້າໜ້າທີ່ ທາງການ ລາວ ທີ່ ບໍ່ ປະສົງ ອອກຊື່ ຍອມຮັບ ວ່າ ສໍາລັບ ສປປ ລາວ ທີ່ ບໍ່ໃຊ້ ພາສາ ອັງກິດ ເປັນ ພາສາ ທາງການ ຍັງ ມີຄວາມ ຫຍຸ້ງຍາກ ບໍ່ຫນ້ອຍ ໃນການ ຕິດຕໍ່ ພົວພັນ ກັບ ບັນດາ ປະເທດ ສະມາຊິກ ທີ່ ໃຊ້ ພາສາ ອັງກິດ ເປັນ ພາສາ ທາງການ.
ນັກ ວິຊາການ ລາວ ທີ່ ອອກໄປ ປະຊາ ສັມພັນ ໂຄງການ ພັທນາ ຫລາຍໆ ໂຄງການ ຢູ່ ນອກ ປະເທດ ຫລາຍ ກໍຣະນີ ຕາມ ທີ່ ສັງເກດ ເຫັນ ກໍຍັງ ບໍ່ສາມາດ ໃຊ້ ພາສາ ອັງກິດ ຣະດັບ ມາຕຖານ ຫລືວ່າ ຣະດັບ ອາຊີພ ວຽກງານ ໄດ້ ເທື່ອ ຫລື ວ່າ ຜູ້ນໍາ ແຕ່ລະ ຣະດັບ ທີ່ ບໍ່ ສາມາດ ເວົ້າ ພາສາ ອັງກິດ ໄດ້ ຢ່າງ ຄ່ອງແຄ້ວ ຍັງມີ ຄວາມ ຫຍຸ້ງຍາກ ໃນການ ປະສານ ວຽກງານ ດ້ວຍ ຕົນເອງ ຢູ່ ນອກ ເວທີ ກອງ ປະຊຸມ. ບາງຄັ້ງ ຜູ້ນໍາ ລາວ ຂາດ ໝູ່ຄູ່ ໂອ້ລົມ ໄດ້ກາຍ ເປັນຄົນ ໂດດດ່ຽວ ຢູ່ ໃນ ເວທີ ສັງຄົມ ຜູ້ນໍາ.
ນາງ Sanchita Basu Das ອະທິບາຍ ຕໍ່ໄປ ວ່າ ຖ້າຫາກ ວ່າ ນາຍ ຊ່າງ ວິສວະກອນ ໃນ ປະເທດ ນຶ່ງ ບໍ່ມີ ຣະດັບ ແບບ ດຽວກັນ ກັບ ໃນ ຫລາຍ ປະເທດ ສະມາຊິກ ອາຊຽນ ທີ່ ພັທນາ ແລ້ວ ບໍຣິສັດ ທີ່ ໄປ ລົງທຶນ ກໍອາດ ຖາມວ່າ ການ ລົງທຶນ ຂອງ ເຂົາເຈົ້າ ຈະໄດ້ ຜົນ ກໍາໄຣ ໄດ້ ແນວໃດ ອັນນັ້ນ ອາດເປັນ ອຸປສັກ ແລ້ວ.
ໃນ ປີ ທີ່ ມາເລເຊັຽ ເປັນ ປະທານ ວຽນ ອາຊຽນ ນີ້ ມາເລເຊັຽ ແບບ ຫາບ ພາລະ ໜັກ ພໍສົມຄວນ ໃນການ ຮ່າງແຜນ ແມ່ບົດ ປະຊາຄົມ ອາຊຽນ ຊຶ່ງ ການຮ່າງ ນີ້ ກໍສໍາເຣັດ ໄປ ແລ້ວ ພຽງແຕ່ 85 ສ່ວນຮ້ອຍ ເທົ່ານັ້ນ. ນອກນັ້ນ ມາເລເຊັຽ ຍັງ ຈະຊ່ວຍ ສລຸບການ ເຈຣະຈາ ຄູ່ຮ່ວມ ເສຖກິດ ພູມີພາກ ຮອບດ້ານ ຊຶ່ງ ເປັນນຶ່ງ ຂອງ ເຂດ ການຄ້າ ເສຣີ ທີ່ ໃຫ່ຽ ຂອງ ໂລກ. ຄູ່ການຄ້າ ພູມີພາກ ກ່າມີ ອາຊຽນ ຈີນ ຍີ່ປຸ່ນ ເກົາຫລີ ໃຕ້ ອິນເດັຍ ອອສເຕຣເລັຽ ແລະ ນິວຊິແລັນ.
ປະເທດ ອອສເຕຣເລັຽ ແລະ ນິວຊິແລັນ ເຂົາ ຈະຮັບເອົາ ຂໍ້ ຕົກລົງ ຄູ່ຮ່ວມ ເສຖກິດ ພູມີພາກ ຮອບດ້ານ ທີ່ ມີ ຄຸນນະພາບ. ສ່ວນ ຈີນ ກັບ ອິນເດັຽ ຊຶ່ງ ເປັນ ປະເທດ ປົກປ້ອງ ຜົນປໂຍດ ສິນຄ້າ ຂອງຕົນ ຫລາຍ ທີ່ສຸດ ບໍ່ທັນ ຕຣຽມພ້ອມ ໝົດ ທຸກຢ່າງ ໃນການ ຕົກລົງ ການຄ້າ ເສຣີ ກັບ ພູມີພາກ ທີ່ ກ່າວ ມານີ້.
ການ ວິເຄາະ ເວົ້າວ່າ ການ ປະກາດ ປະຊາຄົມ ອາຊຽນ ໃນ ທ້າຍປີ 2015 ນີ້ ຍັງ ບໍ່ແມ່ນ ຈຸດ ທີ່ໝາຍ ເທື່ອ ແຕ່ ມັນເປັນ ຈຸດ ເລີ້ມຕົ້ນ ຂອງ ການຮວມໂຕ ຂອງ ປະຊາຄົມ ອາຊຽນ ອັນ ແທ້ຈິງ ທີ່ ຕ້ອງ ໃຊ້ ເວລາ ຍາວ ນານ, ມັນ ມີຄວາມ ສໍາຄັນ ທີ່ ຕ້ອງ ສຸມໃສ່ ສອງ ເສົາຄໍ້າ ປະຊາຄົມ ດ້ານ ການເມືອງ ຄວາມ ໝັ້ນຄົງ ແລະ ປະຊາຄົມ ສັງຄົມ ວັທນະທັມ.
ດຣ. Tan See Seng ຮອງ ຜູ້ ອໍານວຍການ ແລະ ຫົວໜ້າ ກອງ ຄົ້ນຄວ້າ ປະຈໍາ ສະຖາບັນ ປ້ອງກັນ ປະເທດ ແລະ ຍຸທະສາດ ຢູ່ ໂຮງຮຽນ ການ ສຶກສາ ນານາ ຊາຕ ເວົ້າວ່າ ສໍາລັບ ປະຊາຄົມ ພູມາພາກ ທີ່ ມີເນື້ອໃນ ແທ້ໆ ນັ້ນ ມັນ ມີຄວາມ ຈໍາເປັນ ທີ່ ຕ້ອງ ສຸມໃສ່ ເສົາຄໍ້າ ສັງຄົມ ວັທນະທັມ, ໝາຍຄວາມ ວ່າ ຕ້ອງໃຫ້ ພາກ ປະຊາສັງຄົມ ຂອງ ແຕ່ລະ ປະເທດ ເຂົ້າຮ່ວມ ຢູ່ນໍາ ທຸກ ພາກສ່ວນ ຂອງ ການ ຈັດຕັ້ງ ປະຊາຄົມ ອາຊຽນ. ທ່ານວ່າ ອັນນີ້ ຍັງເປັນ ບັນຫາ ຢູ່ ໃນ ທົ່ວ ອາຊຽນ ຢູ່ ເພາະວ່າ ປັດຈຸບັນ ອາຊຽນ ຍັງແມ່ນ ການ ຈັດຕັ້ງ ຣະຫ່ວາງ ຣັຖບານ ຢູ່. ບັນຫາ ສິດທິ ມະນຸດ ໃນ ບັນດາ ປະເທດ ອາຊຽນ ໃນ ທຸກມື້ ນີ້ ຍັງ ໜັກນ່ວງ ຢູ່ ຫລາຍ.
ປະເທດ ສະມາຊິກ ອາຊຽນ ຈະວ່າ ມີການ ປົກຄອງ ດ້ວຍ ຣະບອບ ປະຊາ ທິປະຕັຍ ເຄິ່ງ ປະຊາ ທິປະຕັຍ ຫລື ແມ້ແຕ່ ດ້ວຍ ຣະບອບ ຜະເດັດການ ຣັຖບານ ຕ້ອງ ມີຄວາມ ຮັບ ຜິດຊອບ ຕໍ່ ສິດ ເສຣີພາບ ຂອງ ປະຊາຊົນ ແລະ ສັງຄົມ ໃນ ປະເທດ ຂອງຕົນ. ອັນນັ້ນ ແມ່ນ ເປົ້າໝາຍ ນຶ່ງ ຂອງ ການ ຮວມໂຕ ຂອງ ອາຊຽນ ຊຶ່ງ ບັນຫາ ນີ້ ຍັງ ຫ່າງໄກ ຫລາຍ... ສະບາຍດີ