ຊາວສວນມັນຕົ້ນ ຈໍາເປັນຕ້ອງຂາຍມັນຕົ້ນ ໃນລາຄາຖືກ

ພອນ ພູມມີທອນ
2024.12.19
ຊາວສວນມັນຕົ້ນ ຈໍາເປັນຕ້ອງຂາຍມັນຕົ້ນ ໃນລາຄາຖືກ ຮູບພາບປະກອບ: ປ້າຍລະບຸລາຄາມັນຕົ້ນ ຕັ້ງຕໍ່ໜ້າໂຮງງານ ຮັບຊື້ມັນຕົ້ນ ແຫ່ງໜຶ່ງ ຢູ່ ສປປ ລາວ
RFA

ເມື່ອຕົ້ນສັບປະດານີ້ ຊາວສວນມັນຕົ້ນ ໃນເມືອງສັງທອງ ນະຄອນຫຼວງວຽງຈັນ ໄດ້ພາກັນຫຼັ່ງໄຫຼ ຂັບລົດຂົນມັນຕົ້ນ ມາລຽນແຖວຢູ່ໂຮງງານມັນຕົ້ນ ແຫ່ງຫໜຶ່ງ ຢູ່ບ້ານກັ້ວ ເມືອງສັງທອງ ເພື່ອຈະຂາຍມັນຕົ້ນໃນລາຄາຖືກ ໃຫ້ແກ່ໂຮງງານດັ່ງກ່າວ ຍ້ອນ ບໍ່ມີທາງເລືອກ. ເນື່ອງຈາກປັດຈຸບັນ ລາຄາມັນຕົ້ນ ຕົກຕໍ່າແຮງ ເພາະ ບໍ່ຢາກຂາຍໃຫ້ ພໍ່ຄ້າແມ່ຄ້າຄົນກາງ ຍ້ອນຈະຖືກກົດລາຄາ ຕໍ່າລົງໄປອີກ.

ຈາກໂຮງງານຮັບຊື້ມັນດິບ 1,100 ຫາ 1,200 ກີບ ຕໍ່ກິໂລ ພໍ່ຄ້າແມ່ຄ້າຄົນກາງ ຈະກົດລາຄາລົງເຫຼືອ 800 ຫາ 900 ກີບ ຕໍ່ກິໂລກຣາມ ແລະ ໂຮງງານດັ່ງກ່າວ ຈະເປີດຮັບຊື້ 2-3 ວັນຕໍ່ເທື່ອ ເທົ່ານັ້ນ, ເຮັດໃຫ້ຊາວສວນມັນ ຈຶ່ງຮີບພາກັນໄປຂາຍ.

ດັ່ງ ຊາວສວນມັນຕົ້ນ ໃນເມືອງສັງທອງ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 13 ທັນວາ ນີ້ວ່າ:

"ແມ່ນແຫຼະ ປີນີ້ຕົກຕໍ່າຫຼາຍ ຄືທາງບ້ານກັ້ວ ເມືອງສັງທອງນີ້ ກໍໂຮງງານນ້ອຍເນາະ ບາດນີ້ ມັນຢູ່ໃກ້ ຜູ້ໃດກໍຢາກໄປຂາຍຢູ່ນີ້ ໃສ່ລົດຕົວເອງໄປຂາຍ ກໍພາໃຫ້ມັນອັ່ງຢູ່ໂຮງງານນັ້ນ ໂຮງງານເກັບຊື້ປີນີ້ ໂລໜຶ່ງ 1,200 ພໍ່ຄ້າຄົນກາງມັນຊື້ດຽວນີ້ເຫຼືອຢູ່ 800-900 ໂຮງງານບ້ານກັ້ວນີ້ກະ ເປີດມື້ໜຶ່ງ ສອງມື້ ແລ້ວກະປິດ ເພາະວ່າມັນລົ້ນ ທໍ່ໃດກໍຈໍາເປັນຕ້ອງໄດ້ຂາຍ."

ທ່ານກ່າວຕື່ມວ່າ ຖ້າຂາຍມັນຕົ້ນບໍ່ໄດ້ ກໍຈະຂາດທຶນ ເພາະໄດ້ເສຍເງິນຄ່າຈ້າງແຮງງານ ຄ່ານໍ້າມັນ ແລະຄ່າລົງທຶນອື່ນໆ ອີກຫຼາຍຢ່າງ ສໍາລັບເອົາມັນຕົ້ນມາຂາຍ. ເຊິ່ງໃນປີໜ້າ ກໍບໍ່ຮູ້ວ່າຈະປູກມັນຕໍ່ ຫຼື ບໍ່ ເພາະລາຄາຕົກຕໍ່າແຮງແລ້ວສ່ວນໃຫຍ່, ນາຍທຶນຜູ້ຮັບຊື້ເປັນຄົນຈີນ ພໍມັນຕົ້ນມັນລົ້ນຕະຫຼາດ ກໍກົດລາຄາໃຫ້ຕໍ່າລົງ ເຊິ່ງກໍຢາກໃຫ້ພາກສ່ວນກ່ຽວຂ້ອງ ແກ້ໄຂ ແລະ ຊ່ວຍຄວບຄຸມລາຄາ ໃຫ້ບໍ່ຕໍ່າແຮງ ຫລາຍກວ່ານີ້:

"ປະຊາຊົນປູກມັນຫຼາຍປີນີ້ ປີນີ້ລົ້ນໆຫຼາຍ ປີຜ່ານມາ ມັນໄດ້ລາຄາເນາະ 2 ປີຜ່ານມາຫັ້ນ ນາຍທຶນບາດນາຍທຶນຈີນເນາະ ຖ້າມັນຫຼາຍຈັງຊີ້ ມັນກໍກົດລາຄາປະຊາຊົນລົງ ປີຕໍ່ໄປນີ້ ປະຊາຊົນຫຼາຍຄົນຖືວ່າ ຈະລາອອກຈາກວົງການແລ້ວ ໂອ້ຍກໍຢາກໃຫ້ເພິ່ນມາຊ່ວຍແກ້ໄຂ ລາຄາທີ່ຄໍ້າປະກັນໃຫ້ສາ ໃຫ້ປະຊາຊົນ ເຖິງວ່າມັນບໍ່ຫຼາຍກໍໃຫ້ຢູ່ໄດ້."

ຂະນະທີ່ ຊາວສວນມັນຕົ້ນ ໃນເມືອງສັງທອງ ອີກທ່ານໜຶ່ງ ກໍກ່າວເຊັ່ນດຽວກັນວ່າ ທ້າຍປີນີ້ ລາຄາມັນຕົ້ນຕົກຕໍ່າຫຼາຍ ໂດຍສະເພາະ ເກີດຈາກພໍ່ຄ້າແມ່ຄ້າຄົນກາງ ມາຮັບຊື້ ແລ້ວຈະກົດລາຄາຮັບຊື້ ໃຫ້ຖືກກວ່າລາຄາໂຮງງານ, ເຊິ່ງປີກາຍນີ້ ທ່ານຂຸດມັນຕົ້ນໄປຂາຍ ໄດ້ ກິໂລກຣາມລະ 1,500-1,600 ກີບ ແຕ່ປີນີ້ ລາຄາ ຫຼຸດລົງຫຼາຍກວ່ານັ້ນ:

"ຄົນນອກມາເກັບຊື້ໄປ ເອີລາຄາມັນກໍຕົກຫັ້ນແລ້ວ ປີກາຍນີ້ຄັນວ່າເຮົາຮົກອອກຈາກສວນໄປຂາຍຫັ້ນ ເຮົາໄດ້ໂລໜຶ່ງ 1500-1600 ບໍ່ມີຜູ້ຊື້ແທ້ໆກໍຈະບໍ່ໄດ້ຂາຍ ຈໍາເປັນກໍຕ້ອງໄດ້ຂາຍ."

ຂະນະດຽວກັນ ຜູ້ຮັບຊື້ມັນຕົ້ນ ໃນເມືອງສັງທອງ ນາງໜຶ່ງ ກໍຍອມຮັບວ່າ ລາຄາມັນຕົ້ນ ຕົກຕໍ່າລົງຫຼາຍ ເຊິ່ງກໍເປັນໄປຕາມກົນໄກຂອງຕະຫຼາດ ແລະ ລາຄາມັນຕົ້ນໃນແຕ່ລະມື້ ຈະບໍ່ຄືກັນ ເຊິ່ງມື້ນີ້ໂຮງງານຈະຮັບຊື້ລາຄາ 1,150 ກີບຕໍ່ກິໂລກຣາມ ແລະ ໂຮງງານສ່ວນໃຫຍ່ ຈະມີມັນຕົ້ນເກັບໄວ້ໃນສາງຫຼາຍຢູ່ແລ້ວ ຈຶ່ງບໍ່ມີຄວາມຈໍາເປັນ ຈະເປີດຮັບຊື້ທຸກມື້. ດັ່ງນັ້ນ ຖ້າມື້ໃດໂຮງງານເປີດ ຊາວບ້ານ ກໍຈະພາກັນຫຼັ່ງໄຫຼຂັບລົດ ຂົນມັນຕົ້ນມາຂາຍ ກໍເຮັດໃຫ້ລົດຕິດອັ່ງອໍກັນ ຢູ່ໜ້າໂຮງງານ:

"ລາຄາໂຮງງານລະແມ່ນ ລາຄາມື້ນີ້ 1,150 ກີບ ແມ່ນແລ້ວ ລາຄາກໍປ່ຽນແປງຕາມລາຄາຕະຫຼາດ ແບບມັນໂຮງງານ ຫຼາຍໂຮງງານ ເຂົາເຈົ້າຈະປິດ ແບບເຂົາເຈົ້າເກັບຊື້ໄວ້ຫຼາຍ ຢ້ານໂຮງງານປິດ ກໍລຽນຄິວກັນຊັ່ງ."

ທາງດ້ານເຈົ້າໜ້າທີ່ ສະມາຄົມ ມັນຕົ້ນລາວ ໄດ້ກ່າວຕໍ່ບັນຫາມັນຕົ້ນລາວ ລາຄາຕົກຕໍ່ານີ້ວ່າ ຍັງບໍ່ສາມາດແກ້ໄຂ ຫຼື ຄວບຄຸມລາຄາມັນຕົ້ນໄດ້ເທື່ອ ເຊິ່ງກໍຕ້ອງປ່ອຍໃຫ້ເປັນໄປຕາມກົນໄກຂອງຕະຫຼາດ ສ່ວນສາເຫດ ທີ່ລາຄາມັນຕົ້ນລາວຕົກຕໍ່າ ກໍຍ້ອນວ່າ ນາຍທຶນຈີນແລະ ຫວຽດນາມ ບໍ່ຮັບຊື້ ເພາະມີມັນຕົ້ນເກັບໄວ້ໃນສາງຢູ່ແລ້ວ ເຊິ່ງທ່ານເອງກໍໄດ້ຂາຍໃຫ້ແຕ່ປະເທດໄທ ຢ່າງດຽວ ໃນໄລຍະນີ້ ດັ່ງທ່ານກ່າວວ່າ:

"ເປັນຍ້ອນລາຄາມັນຢູ່ຕະຫຼາດໂລກ ຈີນເຂົາເຈົ້າບໍ່ຊື້ ເພາະວ່າມັນກໍຍັງບໍ່ໄດ້ອອກຫຼາຍເທື່ອ ມັນກໍບໍ່ຄືປີກາຍນີ້ ປີກາຍນີ້ຈີນຕ້ອງການ ເຂົາກໍຍາດກັນຊື້ ຍາດກັນຂາຍ ປີນີ້ຫວຽດນາມກໍບໍ່ເອົາ ຈີນກໍບໍ່ເອົາ ກໍຂາຍແຕ່ໃຫ້ໄທ ບໍ່ສາມາດແກ້ໄຂໄດ້ ເບິ່ງໄປແຕ່ລະໄລຍະ ມັນຂຶ້ນຢູ່ກັບຕະຫຼາດ."

ກ່ອນໜ້ານີ້ ໃນປີ 2021 ລາຄາຊື້ຂາຍມັນຕົ້ນ ຢູ່ຫຼາຍແຂວງຂອງລາວ ກໍໄດ້ປະສົບບັນຫາລາຄາ ບໍ່ເທົ່າກັນ ໃນແຕ່ລະແຂວງ ໂດຍມີລາຄາຕໍ່າສຸດ 400 ກີບ ແລະ ສູງສຸດ 3,000 ກີບ ຕໍ່ມັນຕົ້ນ 1 ກິໂລກຣາມ ຍ້ອນ ຖືກນາຍທຶນຕ່າງປະເທດ ທັງຈີນ ແລະ ຫວຽດນາມ ກົດລາຄາ ແລະປັ່ນລາຄາ ຄິດໄລ່ຕາມໄລຍະທາງການເດີນທາງ ໄປຮັບຊື້ມັນຕົ້ນ ໃນແຕ່ລະແຫ່ງ ເຮັດໃຫ້ລາຄາມັນຕົ້ນຜັນຜວນ ແລະບໍ່ເປັນລາຄາດຽວກັນ ໃນທົ່ວປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.