ຊາວສວນມັນຕົ້ນ ຮຽນຮ້ອງພາກຣັຖ ແກ້ໄຂບັນຫາ ຂາຍມັນຕົ້ນ

ອຸ່ນແກ້ວ
2023.01.19
Share on WhatsApp
Share on WhatsApp
ຊາວສວນມັນຕົ້ນ ຮຽນຮ້ອງພາກຣັຖ ແກ້ໄຂບັນຫາ ຂາຍມັນຕົ້ນ ຮູບໂຕຢ່າ ໂຮງງານຜລິດແປ້ງມັນຕົ້ນແຫ່ງນຶ່ງ ຢູ່ເມືອງເຊໂປນ ແຂວງສວັນນະເຂດ.
ຮູບພາບໂດຍ: ນັກຂ່າວ ພົລເມືອງ

ຊາວ​ສວນ​ມັນ​ຕົ້ນ ຮຽກ​ຮ້ອງ​ໃຫ້​ທາງ​ການ​ລາວ ອຳ​ນວຍ​ຄວາມ​ສດວກ ໃນ​ການ​ຂາຍ​ມັນ​ຕົ້ນ ເພື່ອ​ແກ້​ໄຂບັນ​ຫາ ພໍ່​ຄ້າ​ຄົນ​ກາງ​ກົດ​ລາ​ຄາ. ລາ​ຄາ​ມັນ​ຕົ້ນ ​ໃນ​ແຕ່​ລະ​ແຂວງ ມີ​ຄວາມ​ແຕກ​ຕ່າງ​ກັນ, ບ​າງ​ແຂວງ ກໍ​ລາ​ຄາ​ສູງ ແຕ່ ບາງ​ແຂວງ ກໍ​ລາ​ຄາ​ຕ່ຳ.

ໃນ​ວັນ​ທີ 16 ມົກ​ກະ​ຣາ ທີ່​ຜ່ານ​ມາ ມີ​ຊາວ​ສວນ​ມັນ​ຕົ້ນ ຢູ່​ເມືອງ​ສ​ນາມ​ໄຊ ແຂວງ​ອັດ​ຕະ​ປື ໂພ​ສວີ​ດີ​ໂອລົງ​ທາງ​ສື່​ສັງ​ຄົມ ​ອອນ​ລາຍນ໌ ໂດຍລາວ​ອະ​ທິ​ບາຍ​ວ່າ ໄດ້​ຮັບ​ຊື້ມັນ​ຕົ້ນນ້ຳ​ໜັກ 3 ຕັນ ຈາກ ອ້າຍ, ​ເອື້ອຍ, ນ້ອງ, ພໍ່​, ແມ່ ​ຢູ່​ໃນ​ຄອບ​ຄົວ​ດຽວ​ກັນ ໄປ​ຂາຍ​ຢູ່​ຕ່າງ​ແຂວງ ແຕ່ ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ​ບໍ່​ອະ​ຍຸ​ຍາດ​ໃຫ້ຂາຍ.

ຊາວ​ສວນ​ມັນ​ຕົ້ນ ​ຄົນ​ດັ່ງ​ກ່າວ ຍັງ​ອະ​ທິ​ບາຍ​ຕື່ມ​ວ່າ ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ​ຖາມ​ຫາ​ໃບ​ອະ​ນຸ​ຍາດ ​ໃນ​ການ​ຊື້​-ຂາຍ​ມັນ​ຕົ້ນ ແຕ່ ລາວ​ກໍ​ບໍ່​ມີໃບ​ອະ​ນຸ​ຍາດ ​ດັ່ງ​ກ່າວ ຍ້ອນ​ວ່າ ເປັນ​ພຽງ​ຊາວ​ສວນ ​ປູກ​ມັນ​ຕົ້ນ​ເທົ່າ​ນັ້ນ ບໍ່​ໄດ້​ປັນ​ພໍ່​ຄ້າ​ຄົນ​ກາງ ທີີ່​ຮັບ​ຊື້​ຂາຍ​ມັນ​ຕົ້ນໂດຍ​ຕຣົງ.

ສາ​ເຫດ​ທີ່​ຊາ​ວ​ສວນ ​ຄົນ​ດັ່​ງ​ກ່າວ ເອົາ​ມັນ​ຕົ້ນ​ໄປ​ຂາຍ​ຢູ່​ຕ່າງ​ແຂວງ ຍ້ອນ​ວ່າ ລາ​ຄາ​ຮັບ​ຊື້​ຢູ່​ພາຍ​ໃນ​ເມືອງ​ຂອງ​ຕົນ ລາຄາຢູ່ທີ່ 2,800 ກີບ ຕໍ່​ກິ​ໂລກຣາມ ສ່ວນ​ວ່າ ຢູ່​ແຂວງ​ອື່ນ ລາ​ຄາບໍ່​ຕ່ຳ​ກວ່າ 3,000 ກີບ ຕໍ່​ກິ​ໂລກຣາມ.    

ຕໍ່​ບັນ​ຫາ​ດັ່ງ​ກ່າວ ຊາວ​ສວນ​ມັນ​ຕົ້ນ ​ກໍ​ເຫັນ​ວ່າ ເປັນ​ເຣື່ອງບໍ່​ຍຸ​ຕິ​ທັມ ສະ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ຢາກ​ໃຫ້​ ທາງ​ການ​ເຂົ້າ​ມາ​ແກ້​ໄຂ ​ເຣື່ອງ​ລາ​ຄາ​ໃຫ້​ເໝາະ​ສົມ ແທນ​ທີ່​ຈະ​ຖືກ​ພໍ່​ຄາ​ຄົນ​ກາງ​ກົດ​ລາ​ຄາ.

ຊາວ​ສວນ​ມັນ​ຕົ້ນ ຢູ່​ແຂວງ​ອັດ​ຕະ​ປື ໄດ້​ກ່າວ​ໃນັວນ​ທີ 19 ມົກ​ກະ​ຣາ ວ່າ:

ສວນກໍສວນຂອງເຮົານີ້ແຫຼະ ກໍຂອງອ້າຍ ເອື້ອຍ ຈິງໆ ນີ້ແຫຼະ ລູກພໍ່ແມ່ດຽວກັນ ນີ້ແຫຼະ ເຂົາເຈົ້າບໍ່ມີຣົຖລາ. ມັນ, ມັນກໍໄກແດ່ ຢູ່ເທບານເມືອງນີ້ ມັນກໍລາຄາຖືກແດ່ຫັ້ນນ່າ ຂ້ອຍກໍເລີຍວ່າ ເອົາມັນໄປແກ່ຂາຍຢູ່ຊ່ອງເມັກ-ວັງເຕົ່າ ຫັ້ນ. ເຈົ້າໜ້າທີ່ກວດເບິ່ງວ່າ ເຈົ້າແກ່ໄປເຈົ້າມີເອກສານຄົບຖ້ວນແລ້ວບໍ ຂ້ອຍວ່າ ຂ້ອຍບໍ່ມີ ຂ້ອຍບໍ່ໄດ້ເກັບຊື້ມັນຕົ້ນທົ່ວໄປ ບໍ່ໄດ້ເປັນພໍ່ຄ້າມັນ.”

ຫຼັງ​ຈາກ​ທີ່ທ່ານ ໄດ້​ເຜີຍ​ແຜ່​ຄ​ລິບ​ວີ​ດີ​ໂອ ລົງ​ໄປ​ແລ້ວ ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ​ ກໍ​ໄດ້​ລົງ​ມາ​ກວດ​ສອບ ແລະ ຕັ້ງລາ​ຄາ​ກາງ ​ໃຫ້​ຊາວ​ກະ​ສິ​ກອນ ທີ່​ຂາຍ​ໃນ​ພື້ນ​ທີ່ ໃນ​​ລາ​ຄາບໍ່​ຕ່ຳ​ກວ່າ 3,000 ກີບ ຕໍ່​ກິ​ໂລກຣາມ. ຊາວ​ສວນ​ມັນ​ຕົ້ນ​ຄົນ​ດຽວ​ກັນ​ນີ້ ກ່າວ​ຕື່ມ​ວ່າ:   

ກ່ອນຂ້ອຍຈະລົງລິບໄປຫັ້ນ ກໍໂລນຶ່ງລະ 2,800 ກີບ ມະ 10 ກວ່າລ້ານ 20 ກວ່າລ້ານ ແມ່ນລາຄາດຽວກັນໝົດ ບາດນີ້ ຜູ້ໃຫຍ່ເພິ່ນກໍຮັບຮູ້ແດ່ ທາງເຈົ້າໜ້າທີ່ເພິ່ນກໍລົງກວດສອບ ເຂົາກໍພັດຂຶ້ນລາຄາ 3,000 ກີບ ແລ້ວນີ້ນ່າ ເພາະເຮົາຊື້ກໍໃນລາຄາເບື້ອງຕົ້ນ ເອກພາບກັນວ່າ ຊື້ 3,000 ໝົດເດ້.”

ສ່ວນ​ວ່າ ຊາວ​ສວນ​ມັນ​ຕົ້ນ ຢູ່​ແຂວງ​ສວັນ​ນະ​ເຂດ ​ຕ້ອງຍອມ​ຂາຍ​ໃຫ້​ແກ່​ພໍ່​ຄ້າ​ຄົນ​ກາງ ແລະ ເຂົາ​ເຈົ້າ​ບໍ່​ສາ​ມາດ​​ໄປ​ຂາຍ​ຢູ່​ແຂວງ​ອື່ນ​ໄດ້ ເຊິ່ງ​ລາ​ຄາ​ມັນ​ຕົ້ນ ຢູ່​ທີ່ 3,000 – 3,200 ກີບ ຕໍ່​ກິ​ໂລກຣາມ.

ຊາວ​ສວນ​ມັນ​ຕົ້ນ ທ່ານ ນຶ່ງ ຢູ່​ແຂວງ​ສວັນ​ນະ​ເຂດ ໄດ້​ກ່າວ​ວ່າ:

ມັນດິບ.ມັນແຫ້ງນີ້ ກໍ 3,000 – 3,200 ກີບ ຂຶ້ນໜ້ອຍດຽວ ສ່ວນໃຫຍ່ ມັນກະໄປໄກຄັນໄປຂາຍຢູ່ ໂຕເຂດໃນເມືອງ ນຶ່ງມາບໍ່ມີຣົ, ສອງມາ ມັນກໍໄປນຳທາງມັນ ກໍມີ ການກວດຂັນຫັ້ນແລ້ວ ມັນຕ້ອງມີເອກສານ ຊື້-ຂາຍ ມັນຕົ້ນຈັ່ງໄປໄດ້ຕາມລະບຽບເພິ່ນຫັ້ນແຫຼະ ການປັບໃໝ.”

ລາ​ຄາ​ມັນ​ຕົ້ນ ຢູ່​ແຂວງ​ສວັນ​ນະ​ເຂດ ຢູ່​ທີ່ 3,650 ກີບ ຕໍ່​ກິ​ໂລກຣາມ ສຳ​ລັບ​ມັນ​ຕົ້ນ​ທີ່​ຄຸນ​ນະ​ພ​າບ​ດີ ແຕ່ ຖ້າມັນ​ຕົ້ນ​ທີ່​ຄຸນ​ນະ​ພາ ​ບໍ່​ດີ​ປານ​ໃດ ກໍ​ລ​າ​ຄາ​ຢູ່​ທີ່ 3,000 ກີບ ຕໍ່​ກິ​ໂລກຼາມ. ຜູ້​ຮັບ​ຊື້​-ຂາຍ​ມັນ​ຕົ້ນ ທ່ານ ນຶ່ງ ຢູ່​ແຂວງ​ສວັນ​ນະ​ເຂດ ໄດ້​ກ່າວ​ວ່າ:

ເຮົາກໍຮັບຊື້ ໃນລາຄາຕອນນີ້ຫັ້ນ ຄັນໂຕແຫ້ງເນາະ ມັນກໍ 3,650 ມັນກໍແລ້ວແຕ່ ແລ້ວແຕ່ລະລານ ເຈົ້າໜ້າທີ່ເພິ່ນກໍກຳນົດ ຕ້ອງໄດ້ເຮັດເກສານ ຂໍອະນຸຍາດ ຈາກເມືອງ ຈາກແຂວງເນາະ ມັນຕ້ອງໄດ້ເສັຽພັນທະອາກອນໃຫ້ຣັເດ້.”

ການ​ຊື້-ຂາຍ​ມັນ​ຕົ້ນ ຢູ່​ຕ່າງ​ແຂວງ ຕ້ອງ​ມີ​ໃບ​ອະ​ນຸ​ຍາດ ຖືກ​ຕ້ອງ​ຕາມ​ທາງ​ການ​ກຳ​ນົດ. ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ​ແຂວງ​ຈຳ​ປາ​ສັກ ທ່ານ​ນຶ່ງ ໄດ້​ກ່າວ​ວ່າ:

ເກັບຊື້ບ່ອນອື່ນມັນຕ້ອງມີ ເຮົາເກັບຊື້ຢູ່ໃສມັນຕ້ອງມີ ໃບອະນຸຍາດ ຄັນວ່າ ເຮົາບໍ່ມີໃບອະນຸຍາດ ກໍຕ້ອງໄດ້ຍຶດເດ້ ຄັນຂອງເຮົາເອງ ໃນສວນເຮົາເອງ ທີ່ວ່າເຂົາຮັບຊື້ຢູ່ພາຍໃນ ຂອງເຂດເຮົາ ບໍ່ມີກະໄດ້ ແລ້ວລາຄາບໍ່ກົງກັນ ມັນມີພາກສ່ວນນຶ່ງ ມັນຕ້ອງໄດ້ປົກປ້ອງ.”

ປົກ​ຕິ​ແລ້ວ ຊາວ​ສວນ​ມັນ​ຕົ້ນ ຈະ​ຂາຍ​ຢູ່​ໃນ​ແຂວງ​ຂອງ​ຕົນ​ເອງ ຍ້ອນ​ວ່າ ມີ​ຜູ້​ຮັບ​ຊື້​ຢູ່​ແຂວງ​ນັ້ນ​ຢູ່​ແລ້ວ. ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ແຂວງ​ສວັນ​ນະ​ເຂດ ໄດ້​ກ່າວ​ວ່າ:

ທັມມະດາ ຢູ່ຢູ່ແຂວງໃດ ກໍຂາຍຢູ່ແຂວງນັ້ນ ມັນມີໜ່ວຍບໍຣິການ ເຂົາເກັບຊື້ໃຫ້ຢູ່ແລ້ວ ທາງໂຮງງານເຮັດໃບມອບສິດໃຫ້ ກໍມອບໃຫ້ຜູ້ນັ້ນ ເກັບຊື້ແນວນັ້ນ ແນວນີ້ຫັ້ນນ່າ ຄົນປູກກໍເອົາໄປຂາຍໄດ້ນ່າ ໄປເຮັດສັນຍາກັບບໍຣິສັດ ຜູ້ເກັບຊື້ ຢູ່ແຂວງໃດແຂວງນຶ່ງ ກໍສົ່ງເລີຍ.”

ໃນ​ເດືອນ​ກຸມ​ພາ ປີ 2021 ທີ່​ຜ່ານ​ມາ ຊາວ​ສວນ​ມັນ​ຕົ້ນຫຼາຍ​ຄົນ ຢູ່​ແຂວງ​ຈຳ​ປາ​ສັກ ກໍ​ເຄີຍ​ຮຽກ​ຮ້ອງ​ໃຫ້​ທາງ​ການ​ ແກ້​ໄຂ​ບັນ​ຫາ​ລາ​ຄາ ຍ້ອນ​ວ່າ ມີ​ບາງ​ບໍ​ຣິ​ສັດ ຮັບ​ຊື້​ມັນ​ຕົ້ນ​ນຳ​ຊາ​ສວນ ແບບກົດ​ລາ​ຄາ​ມັນ​ຕົ້ນ ລົງ​ຮອດ 400 ກີບ ຕໍ່​ກິ​ໂລ​ກຣາມ ໃນ​ຂະ​ນະ​ທີ່​ລາ​ຄາມັນ​ຕົ້ນ ໃນ​ເວ​ລາ​ນັ້ນ ຕໍ່​າ​ສຸດ​ຢູ່​ທີ່ 1,700 ກີບ ຕໍ່​ກິ​ໂລ​ກຣາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.