ຊາວສວນມັນຕົ້ນ ອາດໄປປູກພືດອື່ນ ແທນ ຍ້ອນລາຄາມັນຕົ້ນ ຕົກຕ່ຳ
2025.01.09
![ຊາວສວນມັນຕົ້ນ ອາດໄປປູກພືດອື່ນ ແທນ ຍ້ອນລາຄາມັນຕົ້ນ ຕົກຕ່ຳ ຊາວສວນມັນຕົ້ນ ອາດໄປປູກພືດອື່ນ ແທນ ຍ້ອນລາຄາມັນຕົ້ນ ຕົກຕ່ຳ](https://www.rfa.org/lao/daily/economy/cassava-price-drops-but-govt-has-no-concrete-plan-to-solve-01092025015857.html/@@images/7e58baa4-9fbf-45a9-a8e9-4e3890de5100.jpeg)
ມາຮອດປັດຈຸບັນນີ້, ລາຄາມັນຕົ້ນ ໃນລາວ ຍັງສືບຕໍ່ຕົກຕ່ຳ ແລະ ຍັງບໍ່ມີ ພາກສ່ວນກ່ຽວຂ້ອງ ສາມາດແກ້ໄຂບັນຫາ ໃຫ້ຊາວສວນມັນຕົ້ນ ໄດ້ເທື່ອ ຈົນອາດເຮັດໃຫ້ ຊາວສວນມັນຕົ້ນ ຈຳນວນໜຶ່ງ ຕ້ອງຢຸດເຊົາ ການປູກມັນຕົ້ນ ເພື່ອຫັນໄປ ປູກພືດອື່ນ ແທນ, ເປັນຕົ້ນ ຊາວສວນມັນຕົ້ນ ໃນແຂວງໄຊຍະບູລີ ກໍມີແນວຄິດ ທີ່ຈະຫັນໄປ ປູກໝາກເດືອຍ ແທນ ເພາະມີລາຄາ 7,500 ກີບຕໍ່ກິໂລກຣາມ, ແຕ່ລາຄາມັນຕົ້ນ ມີຢູ່ທີ່ 800 ກີບຕໍ່ກິໂລກຣາມ. ດັ່ງຊາວສວນມັນຕົ້ນ ໃນແຂວງໄຊຍະບູລີ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 8 ມັງກອນ ນີ້ວ່າ:
“ຕົກຕ່ຳຫັ້ນແຫຼະ ໂລໜຶ່ງ 800 ກີບ, ມັນແຫ້ງ 2,500 ນ່າ. ປີກາຍນີ້, ລາຄາ 1,500 ກີບ. ມັນແຫ້ງນີ້ 4,000 ປີນີ້, ກະຈຳເປັນ ກໍໄປຂາຍກ່ອນສາ ຖືກກະຢ່າ, ອີ່ຫຍັງກໍຢ່າມັນແຫຼະ. ຕິດລົບ ຕິດໜີ້ໄປຫຼາຍແລ້ວ ກະບໍ່ປູກແລ້ວ ຈະຫັນໄປປູກໝາກເດືອຍ ແລ້ວ, ໂລ 7,500, ໄຄກວ່າມັນຕົ້ນ.”
ຂະນະທີ່ ຢູ່ເມືອງປາກງື່ມ ນະຄອນຫຼວງວຽງຈັນ ລາຄາມັນຕົ້ນ ຍັງຕົກຕ່ຳ ເຊັ່ນກັນ, ເຊິ່ງບໍ່ໄດ້ມີ ການປັບຂຶ້ນ ໄປຕ່າງຈາກແຂວງອື່ນ ໃນລາວ. ຄັນຖ້າຫາກ ພໍ່ຄ້າ-ແມ່ຄ້າຄົນກາງ ໄປຮັບຊື້ ຈະຖືກກົດລາຄາ ເຫຼືອແຕ່ປະມານ 800 ຫາ 1,000 ກີບ ຕໍ່ກິໂລກຣາມ ເຮັດໃຫ້ຊາວສວນມັນຕົ້ນ ອີກຈຳນວນໜຶ່ງ ຍັງບໍ່ທັນ ເກັບກູ້ໄປຂາຍ ເພາະຈະເຮັດໃຫ້ ຂາດທຶນຫຼາຍ ເນື່ອງຈາກວ່າ ຕ້ອງເສຍຄ່າຈ້າງແຮງງານ ເກັບກູ້ມັນຕົ້ນ ວັນລະ 250,000 ກີບ, ເຊິ່ງຫຼາຍຄົນຄິດວ່າ ຄັນຖ້າຫາກ ລາຄາບໍ່ດີຂຶ້ນ ກໍຈະປະມັນຕົ້ນ ໄວ້ເປັນດິນເປົ່າ ຫຼືຫັນໄປປູກພືດອື່ນ ແທນ, ແຕ່ຄັນຖ້າຜູ້ໃດ ມີເນື້ອທີ່ຫຼາຍ ກໍອາດຈະມີຄົນຈີນ ເຊົ່າໄປປູກໝາກໂມ, ໝາກກ້ວຍ. ດັ່ງຊາວສວນມັນຕົ້ນ ຢູ່ເມືອງປາກງື່ມ ນະຄອນຫຼວງວຽງຈັນ ທ່ານໜຶ່ງ ກ່າວວ່າ:
“ຄິດວ່າ ມັນຈະເປັນໄປບໍ່ໄດ້ແລ້ວ, ລາຄາມັນຈະຂຶ້ນ, ຫັ້ນນ່າ. ປີນີ້, ຖ້າເປັນແບບນີ້ ມັນຈະຕ້ອງໄດ້ປະໄວ້ ເປັນດິນເປົ່າຫວ່າງ ເປັນຈຳນວນຫຼາຍ ກໍໃຫ້ຈີນເຊົ່າ ປູກກ້ວຍບໍ່, ປູກໝາກໂມ ໄປຊັ້ນແຫຼະ. ກະຫຼາຍໆຄົນ ກະຍອມແລ້ວ, ກະສ່ວນຫຼາຍ ຄົນກໍຍັງບໍ່ທັນຫຼົກ. ໂລລະ 1,000 ມັນຕັດອີກ 20% ຈະເຫຼືອຢູ່ 800. ຄັນເຫຼືອ 800 ມາຕັດ 20% ຈະເຫຼືອຢູ່ 600, ແມ່ນໃຜຈະໄປຫຼົກໄດ້ ລະບາດນີ້.”
ຂະນະດຽວກັນ, ຊາວສວນມັນຕົ້ນ ໃນແຂວງຈຳປາສັກ ທ່ານໜຶ່ງ ໄດ້ກ່າວວ່າ ປົກກະຕິ ໄລຍະຕົ້ນເດືອນມັງກອນ ຂອງແຕ່ລະປີ, ລາຄາມັນຕົ້ນ ຈະມີລາຄາປັບຂຶ້ນ, ແຕ່ປີນີ້ ມັນຕົ້ນ ຍັງລາຄາຕົກຕ່ຳ ຄືປີກາຍ, ເຊິ່ງທ່ານຄິດວ່າ ຊາວສວນມັນຕົ້ນ ບາງຄົນ ກໍຈະປູກມັນຕົ້ນ ໜ້ອຍລົງ ໂດຍເຮັດເອງ ບໍ່ຕ້ອງຈ້າງແຮງງານ ເພາະຫາກຝືນເຮັດ ຈຳນວນຫຼາຍ ກໍຈະຂາດທຶນໜັກ. ບາງຄົນ ອາດຈະປະດິນໄວ້ລ້າໆ ເພາະດິນ ທີ່ຜ່ານການປູກມັນຕົ້ນ ຈະກາຍເປັນດິນເສຍ ແລະ ຄັນຖ້າຈະຫັນໄປ ປູກພືດຢ່າງອື່ນ ແທນ, ກໍຕ້ອງບໍາລຸງ ໜ້າດິນໃໝ່, ເຊິ່ງຕ້ອງໃຊ້ເງິນ ລົງທຶນຕື່ມອີກ ຈຶ່ງເຮັດໃຫ້ບາງຄົນ ຕ້ອງໄປຫາ ເຮັດວຽກງານທຳ ຢ່າງອື່ນ ເປັນຕົ້ນ ໄປເປັນຄົນງານ ຢູ່ຕ່າງປະເທດ.
“ທໍ່ຫັ້ນແຫຼະ, ປີທີ່ແລ້ວ ປະມານເດືອນນີ້ ມັນກໍ 1,700, 1,600. ອັນນີ້, ມີແຕ່ 900 ຄິດວ່າ ຄັນເປັນແນວນີ້ ເຂົາກໍປູກໜ້ອຍລົງ ຫັ້ນແລ້ວ. ຊິເຮັດສ່ຳເຫື່ອ ສ່ຳແຮງໂຕເອງ, ບໍ່ຈ້າງແລ້ວ, ຈ້າງໄປ ມັນຫຼຸບເດ້. ບາດນີ້, ປູກໄປ ມັນບໍ່ມີກຳໄລ ກໍປະ ເພາະວ່າ ປູກມັນຕົ້ນນີ້, ດິນມັນຂ້ອນຂ້າງ ມັນຊິຈືດແດ່ແລ້ວເດ້, ເສຍ, ໄປປູກແນວອື່ນ ມັນກໍບໍ່ຢາກງາມ. ບາງຄົນ ກໍວ່າແນວໃໝ່ ໄປໄທຊັ້ນແລ້ວ.”
ຕໍ່ບັນຫາ ລາຄາມັນຕົ້ນ ຕົກຕ່ຳນີ້, ທາງດ້ານເຈົ້າໜ້າທີ່ ສະມາຄົມ ມັນຕົ້ນລາວ ນາງໜຶ່ງ ໄດ້ກ່າວວ່າ ບັນຫາດັ່ງກ່າວນີ້ ຍັງບໍ່ສາມາດ ແກ້ໄຂໄດ້ເທື່ອ ຍ້ອນວ່າ ລາຄາເປັນໄປ ຕາມກົນໄກ ຂອງຕະຫຼາດ, ໂດຍສະເພາະ ຕະຫຼາດຈີນ ທີ່ບໍ່ຮັບຊື້ຫຼາຍ ຄືແຕ່ກ່ອນ ເພາະຫຼາຍໂຮງງານ ເຂົາເຈົ້າກໍມີ ມັນຕົ້ນເກັບໄວ້ ໃນສາງຢູ່ແລ້ວ. ປັດຈຸບັນ, ມັນຕົ້ນ ໃນລາວ ຕ້ອງສົ່ງອອກ ໄປໃຫ້ໄທ.
“ເບິ່ງຢູ່ວ່າ ຈະອັບຈັ່ງໃດ, ມັນເປັນຢູ່ ໃນລາຄາສາກົນ, ມັນຂຶ້ນກັບຕະຫຼາດ ຂຶ້ນກັບຜູ້ຮັບຊື້. ຈີນ ເຂົາບໍ່ນຳໃຊ້ມັນແລ້ວ, ເຂົາເຈົ້າກໍມີ ຂອງເຂົາເຈົ້າ ສະຕ໊ອກຢູ່ແລ້ວນ່າ.”
ເຖິງຢ່າງໃດກໍຕາມ, ທາງການແຂວງໄຊຍະບູລີ ກໍໄດ້ຮັບຮູ້ ເຖິງບັນຫາ ດັ່ງກ່າວນີ້ແລ້ວ, ເຊິ່ງໄດ້ມີການຫາລື ລາຄາເກັບຊື້ ແລະ ການສົ່ງອອກມັນຕົ້ນ ໃນ 4 ເມືອງ, ເຊິ່ງມີເນື້ອທີ່ 53 ພັນກວ່າເຮັກຕາ ເພື່ອສົ່ງອອກ ໄປປະເທດໄທ.
ກ່ອນໜ້ານີ້, ໃນປີ 2021 ລາຄາຊື້-ຂາຍມັນຕົ້ນ ຢູ່ຫຼາຍແຂວງ ໃນລາວ ກໍໄດ້ປະສົບບັນຫາ ລາຄາບໍ່ເທົ່າກັນ ໃນແຕ່ລະແຂວງ ເຊັ່ນກັນ, ໂດຍມີລາຄາຕ່ຳສຸດ 400 ກີບ ຕໍ່ກິໂລກຣາມ ແລະ ສູງສຸດ 3,000 ກີບ ຕໍ່ ກິໂລກຣາມ ຍ້ອນຖືກນາຍທຶນ ຕ່າງປະເທດ ທັງຈີນ ແລະ ຫວຽດນາມ ກົດລາຄາ ແລະ ປັ່ນລາຄາ ຄິດໄລ່ຕາມ ໄລຍະທາງ ການເດີນທາງ ໄປຮັບຊື້ມັນຕົ້ນ ໃນແຕ່ລະແຫ່ງ ເຮັດໃຫ້ລາຄາມັນຕົ້ນ ຜັນຜວນ ແລະ ບໍ່ເປັນລາຄາດຽວກັນ ໃນທົ່ວປະເທດ.
ສຳລັບເນື້ອທີ່ ປູກມັນຕົ້ນ ຢູ່ລາວ, ປັດຈຸບັນ ມີເນື້ອທີ່ຫຼາຍກວ່າ 112,000 ເຮັກຕາ. ສ່ວນໃຫຍ່ ປູກຢູ່ແຂວງໄຊຍະບູລີ, ແຂວງສາລະວັນ, ແຂວງຈຳປາສັກ, ແຂວງບໍລິຄຳໄຊ, ແຂວງວຽງຈັນ, ແຂວງອັດຕະປື ແລະ ແຂວງສະຫວັນນະເຂດ, ອີງຕາມການລາຍງານ ຂອງເວັບໄຊ ASEAN CASSAVA CENTER ປີ 2023.