ຊາວສວນຈົ່ມວ່າ ປີນີ້ ລາຄາມັນຕົ້ນຕົກຕໍ່າ
2024.12.09
“ແມ່ນໆ ມັນຕົ້ນລາຄາລົງແຮງ ລົງເຄິ່ງໜຶ່ງ ມັນດິບປີແລ້ວ 1,800 ປັດຈຸບັນນີ້ 950 ຂາຍຂາດທຶນຫັ້ນແຫຼະ ຄ່າຈ້າງກໍາມະກອນ, ກໍາມະກອນ ໃຊ້ແຕ່ເງິນໝົດເດ້ ຈໍາເປັນຕ້ອງຂາຍໄປຈັ່ງຊັ້ນແຫຼະ.”
ນີ້ແມ່ນສຽງສະທ້ອນ ຂອງຊາວສາວມັນຕົ້ນ ຢູ່ເມືອງປະທຸມພອນ ແຂວງຈໍາປາສັກ ທີ່ໄດ້ຮັບຜົນກະທົບ ຈາກລາຄາມັນຕົ້ນ ທີ່ຕົກຕໍ່າແຮງ ໃນຮອບທ້າຍປີ 2024 ນີ້, ໂດຍສະເພາະ ມັນຕົ້ນດິບ ປັດຈຸບັນ ລາຄາ 950 ກີບ ຕໍ່ກິໂລກຣາມ ຈາກແຕ່ກ່ອນ ປີ 2023 ລາຄາປະມານ 1,800 ກີບ ຕໍ່ກິໂລກຣາມ.
ສາເຫດທີ່ລາຄາຕົກຕໍ່າ ຍ້ອນວ່າ ໂຮງງານທີ່ຮັບຊື້ມັນຕົ້ນ ບໍ່ສາມາດສົ່ງອອກໄປຈີນ ໄດ້ຄືແຕ່ກ່ອນ ຈຶ່ງຮັບຊື້ເກັບໄວ້ໃນສາງເທົ່ານັ້ນ ເຮັດໃຫ້ມັນຕົ້ນ ລົ້ນຕະຫຼາດ. ດັ່ງທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 9 ທັນວາ 2024 ວ່າ:
“ເພິ່ນວ່າ ໂຕເກົ່າຍັງຫຼາຍຢູ່ ໃນສາງໃນຫຍັງບໍ່ໝົດ ຮັບຊື້ກໍ່ມີແຕ່ຮັບຊື້ ເຂົ້າໄວ້ສະຕ໋ອກໄວ້ຊື່ໆ ກະລາຄາຕໍ່າຫຼາຍແຫຼະ ບໍ່ມີໝ້ອງຈະສົ່ງອອກ ບໍ່ມີບໍລິສັດມາຮັບຊື້ ເຂດອື່ນກະຕໍ່າຄືກັນ.”
ຂະນະທີ່ ຊາວສວນມັນຕົ້ນ ຢູ່ເມືອງທຸລະຄົມ ແຂວງວຽງຈັນ ທ່ານໜຶ່ງ ກໍ່ກ່າວໃນລັກສະນະດຽວກັນວ່າ ຮູ້ສຶກຕົກໃຈ ເຊັ່ນດຽວກັນ ທີ່ລາຄາມັນຕົ້ນ ໃນລາວ ຕົກຕໍ່າແຮງ ເພາະໄລຍະເດືອນມີນາ ຫາ ເມສາ ປີ 2024, ລາຄາມັນດິບ ຢູ່ທີ່ 2,000 ປາຍກີບ ຫາ 3,000 ກີບ ຕໍ່ກິໂລກຣາມ. ແຕ່ມາໃນທ້າຍປີນີ້, ລາຄາຫຼຸດລົງ ຢູ່ທີ່ 1,000 ກີບ ຕໍ່ກິໂລກຣາມ ແລະ ຄັນຖ້າຢູ່ເຂດນອກ ລາຄາກໍ່ມັກຈະຕົກຕໍ່າແຮງຫຼາຍ. ບາງບ່ອນ ມັນດິບລາຄາຫຼຸດລົງ ເຫຼືອ 800 ກີບ ຕໍ່ກິໂລກຣາມ ກໍມີ:
“ກະບໍ່ເຂົ້າໃຈວ່າປີນີ້ ມັນຕົກໄດ້ຈັ່ງໃດ ມັນລົງໄດ້ຈັ່ງໃດ. ຖືວ່າສະເພາະເຂດເຮົານີ້ ກະບາງບ່ອນ ຈະແມ່ນໂລລະ 1,000 ລາຄາມັນດິບເນາະ, ເຂດນອກ ຊົນນະບົດແດ່ໜ້ອຍໜຶ່ງ ຖືກໄປອີກ, ຈັ່ງຊີ້ນ່າ. ພີ່ນ້ອງທາງໄຊຍະບູລີ ເຂົາເຈົ້າກໍໂອ້ຍ. ຢູ່ບາງເຂດ ເຂົາເຈົ້າກະຄືວ່າ 800 ນີ້ກໍ.”
ຂະນະດຽວກັນ ຊາວສວນມັນຕົ້ນ ຢູ່ເມືອງປາກງື່ມ ນະຄອນຫຼວງວຽງຈັນ ກ່າວວ່າ ບັນຫາລາຄາມັນຕົ້ນ ທີ່ກໍາລັງຕົກຕໍ່າ ຢູ່ໃນດຽວນີ້ ທ່ານເອງ ກໍເຫັນວ່າ ທາງການ ຄວນຈະເຂົ້າມາຊ່ອຍແກ້ໄຂ ເປັນຕົ້ນວ່າ ໃຫ້ໂຮງງານ ປັບລາຄາຮັບຊື້ມັນຕົ້ນ ເພື່ອຄວາມຢູ່ລອດ ຂອງຊາວສວນປູກມັນຕົ້ນ ເພາະຫຼາຍຄົນ ກໍໄດ້ລົງທຶນໄປຫຼາຍ. ແຕ່ຢູ່ບ່ອນຫ່າງໄກສອກຫຼີກ ບາງແຂວງ ລາຄາມັນຕົ້ນ ບໍ່ຮອດກິໂລກຣາມລະ 800 ກີບ.
“ເລີ່ມທໍ້ຖອຍ ບໍ່ຢາກປູກແລ້ວ ຫວ່າງຕົ້ນປີ, ປີກາຍ ໂລ 1,800 ເດ ກໍຢາກໃຫ້ເພິ່ນແກ້ໄຂ ແບບໃຫ້ພວກໂຮງງານ ເຂົາເຈົ້າເພີ່ມລາຄາໃຫ້ນ່າ ເພາະວ່າ ຄ່າແຮງງານ ນໍ້າມັນກໍແພງ ສໍ່າກັບບໍ່ໄດ້ຫຍັງນ່າ, ຂາດທຶນ. ບາງເຂດໃຕ້ ລາຄາ 800 ເອງເດ້. ມີແຕ່ວ່າ ຢາກໃຫ້ໂຮງງານ ເພິ່ນຮັບຊື້ 1,800-2,000 ຫັ້ນແຫຼະ.”
ບັນຫາດັ່ງກ່າວນີ້ ເຈົ້າໜ້າທີ່ອຸດສາຫະກໍາ ແລະ ການຄ້າ ໃນລາວ ທ່ານໜຶ່ງ ກໍຍອມຮັບວ່າ ປັດຈຸບັນ ລາຄາມັນຕົ້ນຢູ່ລາວ ຕົກຕໍ່າຫຼາຍ ສາເຫດແມ່ນຍ້ອນວ່າ ບໍ່ມີຕະຫຼາດ ແລະ ໂຮງງານທີ່ຮັບຊື້ມັນຕົ້ນ ຍັງບໍ່ສາມາດ ສົ່ງອອກໄປຕະຫຼາດຈີນໄດ້ ເພາະຄວາມຕ້ອງການມັນຕົ້ນ ຂອງຕະຫຼາດ ໃນຈີນ ຫຼຸດລົງກວ່າແຕ່ກ່ອນ. ອີກທັງ ບັນຫາເສດຖະກິດ ໃນປະເທດຈີນ ນໍາດ້ວຍ.
“ແມ່ນແຫຼະ ດຽວນີ້ລົງ ເປັນຍ້ອນບໍ່ມີຕະຫຼາດ. ຕະຫຼາດຂອງຈີນ ຫຼຸດລົງ, ກໍາລັງເງິນ ບໍ່ຢາກດີປານໃດ, ມັນກະບໍ່ຢາກສະສົມໄວ້ຫຼາຍຕິ. ແປ້ງນີ້ນ່າ ປະຊາຊົນ ມັນກະຮູ້ເອງຫັ້ນແຫຼະ ມັນບໍ່ກູ້ຫຼາຍເດ່ດຽວນີ້, ກູ້ມາ ມັນກະບໍ່ກຸ້ມຄ່າ ລະຂາຍກິໂລລະ 1,000.”
ສໍາລັບເນື້ອນທີ່ ປູກມັນຕົ້ນ ຢູ່ລາວ ປັດຈຸບັນ ບໍ່ມີຂໍ້ມູນຄັກແນ່ ວ່າມີຈັກເຮັກຕາ ແຕ່ທາງການລາວ ເຄີຍລາຍງານ ໃນປີ 2020 ລະບຸວ່າ ທົ່ວປະເທດລາວ ມີເນື້ອທີ່ປູກມັນຕົ້ນ ຫຼາຍກວ່າ 1 ແສນເຮັກຕາ ແລະ ສົ່ງອອກມັນຕົ້ນ ຢູ່ລາວ ໄປຕ່າງປະເທດ ໃນ 6 ເດືອນທໍາອິດ ຂອງປີ 2022 ມີມູນຄ່າ ທັງໝົດ 250 ລ້ານໂດລ້າສະຫະລັດ.