ຄົນຈີນບາງສ່ວນກັບມາ ສ້າງທາງ ຣົດໄຟ

ສຸພັດຕາ
2020.03.25
F-RAILROAD ວຽກງານການເຈາະອຸມົງ ຂອງທາງຣົດໄຟ ລາວ-ຈີນ
RFA

ຄົນງານຈີນສ່ວນນຶ່ງ ທີ່ກັບເມືອຈີນ ໃນລະຍະກຸດຈີນ ທີ່ຜ່ານມາ ເຣີ່ມເດີນທາງກັບເຂົ້າມາເຮັດວຽກ ໃນໂຄງການສ້າງທາງຣົດໄຟ ລາວ-ຈີນ ຢູ່ແຂວງອຸດົມໄຊ ແລ້ວ ພາຍຫຼັງສະຖານະການ ການແຜ່ຣະບາດ ຂອງພຍາດປອດອັກເສບ ຫຼື ໂຄວິດ-19 ຢູ່ປະເທດປະເທດຈີນ ໄດ້ຫຼຸດ ຜ່ອນລົງ ສົ່ງຜົນໃຫ້ຄົນງານຈີນ ດັ່ງກ່່າວ ໄດ້ຮັບອະນຸຍາດ ໃຫ້ເດີນທາງເຂົ້າມາໃນລາວ ເພື່ອສືບຕໍ່ສ້າງທາງ ຣົດໄຟ ໃຫ້ສໍາເຣັດຕາມແຜນ ທີ່ວາງໄວ້, ດັ່ງເຈົ້າໜ້າທີ່ກ່ຽວຂ້ອງ ໃນແຂວງອຸດົມໄຊ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 25 ມີນາ ນີ້ວ່າ:

“ຈີນດຽວນີ້ມັນຂະເຈົ້າຢຸດແລ້ວຈີນນະ ໂຄວິດຫັ່ນຂະເຈົ້າສະກັດກັ້ນໄດ້ແລ້ວເດ້ ແລ້ວຂະເຈົ້າກະຍັງປ່ອຍເຂົ້າມາຢູ່ ແຕ່ກໍບໍ່ຫຼາຍປານໃດດອກ ແຕ່ວ່າສະເພາະທາງຣົດໄຟ ຂະເຈົ້າກະຢູ່ແຄ້ມ ຂະເຈົ້າພຸ້ນຍັງໄກ ໄກໂຕເມືອງ ຢູ່ປ່າພຸ້ນແຫຼະ ຢູ່ແຄ້ມໝາຍຄວາມວ່າ ຫ່າງຈາກເທສບານ ເມືອງໄຊ ກະມານ ຫ້າ 60 ກິໂລແມັດ.”

ທ່ານກ່າວຕື່ມວ່າ ກ່ອນທີ່ຄົນງານຈີນ ດັ່ງກ່າວຈະເຂົ້າມານັ້ນ ກໍໄດ້ຜ່ານການກວດກາ ຢ່າງເຂັ້ມງວດ ຈາກເຈົ້າໜ້າທີ່ປະຈໍາດ່ານ ກວດຄົນເຂົ້າ -ອອກເມືອງ ແລະໄດ້ຮັບການຢັ້ງຢືນວ່າ ບໍ່ໄດ້ຕິດເຊື້ອພຍາດ ໂຄວິດ-19 ແລະເຊື່ອວ່າຄົນງານຈີນ ທີ່ເຮັດວຽກທາງຣົດໄຟ ກໍຈະທະຍອຍ ກັບມາເຮັດວຽກ ໃນລາວເລື້ອຍໆ ທ່າມກາງການຕິດຕາມກວດກາ ຂອງເຈົ້າໜ້າທີ່ກ່ຽວຂ້ອງ ສ່ວນພໍ່ຄ້າແມ່ຄ້າຊາວຈີນ ຮວມທັງນັກທ່ອງທ່ຽວ ຈີນນັ້ນ ຍັງບໍ່ທັນເຂົ້າມາເທື່ອ.

ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ດ້ານແຮງງານ ແລະສວັດດີການສັງຄົມ ແຂວງອຸດົມໄຊ ທ່ານນຶ່ງ ກ່າວວ່າ ໃນເບື້ອງຕົ້ນພົບວ່າ ຄົນງານຈີນ ໄດ້ ເດີນທາງເຂົ້າມາແທ້ ແຕ່ບໍ່ຮູ້ຈໍານວນຣະອຽດ ຊຶ່ງຈະໄດ້ລົງຕິດຕາມ ກວດກາຄົນງານດັ່ງກ່າວຮວມທັງຄົນງານ ບໍຣິສັດອື່ນໆນອກເໜືອຈາກ ໂຄງການ ສ້າງທາງຣົດໄຟລາວ-ຈີນ:

“ໄດ້ຍິນຂ່າວຂະເຈົ້າວ່າມາແລ້ວ ທະຍອຍມາແລ້ວແຕ່ບໍ່ຮູ້ດີ ເພາະວ່າຂະເຈົ້າເຂົ້າມາ ສ່ວນຫຼາຍນິ່ ຂະເຈົ້າເຂົ້າມາບໍ່ເຫັນ ເພາະວ່າດຽວນີ້ຫັ່ນ ພວກເຮົາກະມີແຜນວ່າຊິລົງໄປ ຕິດຕາມຂໍ້ມູນບັນດາບໍຣິສັດ ຫຼືວ່າບ້ານຕ່າງໆຫັ້ນນະ ທີ່ວ່າຂະເຈົ້າເຂົ້າມາຫ້ານ ອັນນີ້ພວກເຮົາມີແຜນວ່າ ຊິລົງແບບຫັ້ນ.”

ໃນຂນະດຽວກັນ ຊາວເມືອງໄຊ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ ຕົນຍັງບໍ່ຮູ້ເທື່ອວ່າ ຄົນງານຈີນໄດ້ເດີນທາງເຂົ້າມາ ເຮັດວຽກສ້າງທາງ ຣົດໄຟ ແຕ່ເຖິງຢ່າງໃດກໍຕາມ ໃນເວລານີ້ ປະຊາຊົນຫຼາຍຄົນ ຢູ່ເມືອງໄຊ ກໍໄດ້ປ້ອງກັນໂຕເອງຫຼາຍຂຶ້ນ ພາຍຫຼັງຮູ້ວ່າຢູ່ລາວ ມີຜູ້ຕິດເຊື້ອ ພຍາດໂຄວິດ-19 ແລ້ວ ຈໍານວນ 3 ຄົນ:

“ຣະມັດຣະວັງໂຕໃຜໂຕມັນ ຢູ່ເຮືອນໃຜເຮືອນມັນແດ່ ໄປມາກະອັດສົບອັດປາກໄປແດ່່ແລ້ວ ເຮົາກະຢ້ານຫັ່ນແຫຼະແຕ່ວ່າຣະມັດຣະວັງໄທເຮົາ ບໍ່ໄດ້ໄປພົວພັນ ຕ່າງປະເທດ ຫຼາຍປານໃດ.”

ປັດຈຸບັນວຽກງານສ້າງທາງຣົດໄຟລາວ-ຈີນ ໃນແຂວງອຸດົມໄຊ ກໍດໍາເນີນໄປຢ່າງເປັນປົກກະຕິ ເນື່ອງຈາກບາງວຽກງານ ກໍຍັງມີຄົນງານລາວ ເຮັດໄດ້ຢູ່ ສ່ວນວຽກງານບາງຢ່າງ ທີ່ຕ້ອງລໍຖ້ານັກວິຊາການຈີນ ນັ້ນ ກໍຄາດວ່າ ຈະກັບມາດໍາເນີນການໄດ້ໃນໄວໆນີ້ ພາຍຫຼັງສະຖານະການ ການແຜ່ຣະບາດຂອງພຍາດໂຄວິດ-19 ຢູ່ຈີນ ຫຼຸດຜ່ອນລົງຫຼາຍແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.