ບໍຣິສັດຈີນ ຈະສ້າງນິຄົມ ອຸດສາຫະກັມ ຢູ່ທ່າແຂກ-ໜອງບົກ

ອຸ່ນແກ້ວ
2023.03.28
Share on WhatsApp
Share on WhatsApp
ບໍຣິສັດຈີນ ຈະສ້າງນິຄົມ ອຸດສາຫະກັມ ຢູ່ທ່າແຂກ-ໜອງບົກ ພິທີເຊັນບົດບັນທຶກ ຄວາມເຂົ້າໃຈ ຄວາມເປັນໄປໄດ້ ໃນການພັດທະນາໂຄງການ ສ້າງນິຄົມ ອຸດສາຫະກັມ ໝູນວຽນ ອັດສະຣິຍະ ອາຊິໂປຕາສ ຢູ່ເມືອງທ່າແຂກ ແລະ ເມືອງໜອງບົກ ແຂວງຄຳມ່ວນ. ນະຄອນຫຼວງວຽງຈັນ ວັນທີ່ 24 ມີນາ 2023.
ຮູບພາບຈາກ: Pathedlao

ບໍ​ຣິ​ສັດ ຊິ​ໂນ-ອາກ​ຣີ​ໂປ​ຕາ​ສ ຈຳ​ກັດ ຂອງ​ນັກ​ລົງ​ທຶນ​ຈີນ ໄດ້​ເຊັນ​ບົດ​ບັນ​ທຶກ​ ຄວາມ​ເຂົ້າ​ໃຈ ກັບ​ ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ເພື່ອ​ສ້າງ​ໂຄງ​ການນິ​ຄົມ​ ອຸດ​ສາ​ຫະ​ກັມໝູນ​ວຽນ ​ອັດ​ສະ​ຣິ​ຍະ ອາ​ຊີ-ໂປ​ຕາ​ສ ສາ​ກົລ ໃນ​ເນື້ອ​ທີ່ 2,000 ເຮັກ​ຕ້າ​ຣ໌ ຢູ່​ເມືອງ​ທ່າ​ແຂກ ແລະ ເມືອງ​ໜອງ​ບົກ ແຂວງ​ຄຳ​ມ່ວນ.

ການ​ເຊັນ​ບົດ​ບັນ​ທຶກ​ ຄວາມ​ເຂົ້າ​ໃຈ ໄດ້​ມີ​ຂຶ້​ນ​ໃນ​ວັນ​ທີ 24 ມີ​ນາ 2023 ຫຼັງ​ຈາກ​ໄດ້​ມີ​ການ​ກະ​ກຽມຄວາມ​ພ້ອມ ​ທາງ​ດ້ານ​ຕ່າງ​ໆ ມາ​ເປັນ​ເວ​ລາປະ​ມານ 1 ປີ, ອີງ​ຕາມ​ການ​ຣາຍ​ງານ ຂອງ​ສື່ມວນ​ຊົນລາວ ໃນ​ວັນ​ທີ​ 27 ມາ​ນີ ທີ່​ຜ່ານ​ມາ. ໂຄງ​ການນີ້ ​ກຳ​ລັງ​ຢູ່​​ລະ​ວ່າງ​ການ​ດໍ​າ​ເນີນ​ການ ກໍ່​ສ້າງ, ແຕ່​ເຈົ້າ​ໜ້າ​ທີ່ ກ່ຽວ​ຂ້ອງປະ​ຕິ​ເສດ ​ທີ່​ຈະ​ໃຫ້​ຣາຍ​ລະ​ອຽດ​ໄດ້.

ເຈົ້າ​ໜ້າ​ທີ່ ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ​ ໃນ​ວັນ​ທີ 28 ມີ​ນາ ວ່າ

“ຂໍ້​ມູນ​ກ່ຽວ​ກັບ​ໂຄງ​ການ ເພິ່ນ​ເຊັນ​ສັນ​ຍາ​ກັນ​ແລ້ວ ເພິ່ນ​ກະ​ໜ້າ​ຈະ​ເຣີ່ມ​ໂຕນີ້​ມັນ ເປັນ​ຂໍ້​ມູນ​ລັບ​ພາຍ​ໃນ​ເພາະ ເຮົາ​ບອກ​ບໍ່​ໄດ້.”

ພ້ອມ​ດຽວ​ກັນ​ນີ້ ວິທຍຸ ເອ​ເຊັຽ​ເສ​ຣີ ກໍ​ໄດ້​ຕິດ​ຕໍ່​ໄປ​ຫາ​ຜ​ແນກ ​ແຜນ​ການ ແລະ ການ​ລົງ​ທຶນ ແຂວງ​ຄຳ​ມ່ວນ ເພື່ອ​ສອບ​ຖາມ​ຂໍ້​ມູນ ​ເພີ່ມ​ຕື່ມ ແຕ່​ເຈົ້າ​ໜ້າ​ທີ່​ຢູ່​ຜ​ແນກ​ການ​ດັ່ງ​ກ່າວ ປະ​ຕິ​ເສດ​ທີ່​ຈະ​ໃຫ້​ສັມພາດ ຍ້ອນ​ວ່າ ໂຄງ​ການນີ້ ຂຶ້ນ​ກັບ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ.

ມີ​ການ​ດຳ​ເນີນ​ການ​ ລົງ​ມືກໍ່​ສ້າງໂຄງ​ການ​ດັ່ງ​ກ່າວ ທີ່​ຫ່າງ​ຈາກໃຈ​ກາງ​ເມືອງ​ທ່າ​ແຂກ ປະ​ມານ 6 ກິ​ໂລ​ແມັດ ແຕ່ຊາວຍັງ​ບໍ່​ຮູ້​ຣາຍ​ລະ​ອຽດ ກ່ຽວ​ກັບ​ຂັ້ນ​ຕອນການກໍ່​ສ້າງ ແລະ ຍັງ​ບໍ່​ມີ​ຂໍ້​ມູນ​ວ່າ ໄປ​ກວມ​ເອົາ​ທີ່​ດິນ​ຂອງ​ຊາວ​ບ້ານ​ແນວ​ໃດ.

ຊາວ​ບ້ານ ຢູ່​ເມືອງ​ທ່າ​ແຂກ ທ່ານ​ນຶ່ງ ໄດ້​ກ່າວ ວິທຍຸ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ:

“ແມ່ນ ກຳ​ລັງ​ເຣີ່ມ​ແດ່ ເມືອງ​ທ່າ​ແຂກ​ເນາະ ມີ​ສັມປະ​ທານ​ຫຼາຍ ມັນ​ມີ​ຫຼາຍ​ປະ​ເທດ ​ເຂົາ​ເຂົ້າ​ມາ​ລົງ​ທຶນ​ຢູ່​ໃນ​ນີ້​ແລ້ວ ມັນ​ສັມປະ​ທານ​ກະ​ຫຼາຍ.”

ຄົນ​ຈີນ​ທີ່​ເຂົ້າ​ມາ​ເຮັດ​ໂຄງ​ການ ໄດ້​ມາ​ເຊົ່າ​ເຮືອນ​ຂອງ​ປະ​ຊາ​ຊົນ ຢູ່​ເຂດ​ເມືອງ​ໜອງ​ບົກ. ຊາວ​ບ້ານເມືອງ​ໜອງ​ບົກ ໄດ້​ກ່າວ​ວ່າ:

“ຢູ່​ປະ​ມານ 6 ຫຼັກ ເຂົາ​ເຈົ້າ​ລົງ​ມື​ເຮັດ​ແລ້ວໄດ໋ ລົງ​ມາ​ເປັນ​ປີ 2 ປີ​ແລ້ວ ຢູ່​ເຮືອນ​ເຮົາ​ນີ້​ກະ​ພວກ​ຈີນ​ມາ​ເຊົ່າ​ປະ​ຈຳ​ຢູ່​ກະ​ມີ ເຂົາ​ເຈົ້າ​ເຮັດ​ມາ​ດົນ​ແລ້ວ​ໄດ໋.”

ຊາວ​ບ້ານ​ທີ່​ຢູ່​ໃກ້​ກັບ​ໂຄງ​ການ​ດັ່ງ​ກ່າວ ກໍ​ໃຫ້​ຂໍ້​ມູນ​ວ່າ ໂຄງ​ການ​ເຂດ​ອຸດ​ສາ​ຫະ​ກັມ​ແຫ່ງນີ້ ຍັງ​ບໍ່​ໄດ້​ຖືກ​ເນື້ອ​ທີ່​ດິນ​ຂອງ​ເຂົາ​ເຈົ້າ. ຊາວ​ບ້ານ​ອີກ ທ່ານ​ນຶ່ງ ໄດ້​ກ່າວ​ວ່າ:

“ໂອ ບໍ່​ຖືກທີ່​ດິນ​ເຮົາ​ບໍ່​ຖືກ ບໍ່​ຖືກໂຄງ​ການ ມັນ​ດິນ​ແມ່ນ​ດິນ​ໂຄງ​ການ ສ່ວນ​ຫຼາຍ​ມັນ​ກະ​ບໍ່​ຖືກ ມັນ​ຢູ່​ຄົນ​ລະ​ບ່ອນ ຢູ່​ຄົນ​ລະ​ເຂດ ດິນ​ເທດ​ສະ​ບານ​ເຮົາ​ນີ້ບໍ່​ຖືກ.”

ໂຄງ​ການນີ້ ໄດ້​ຕັ້ງ​ຢູ່​ເຂດ​ສັມ​ປະ​ທານ​ ຂອງ​ຣັ​ຖ​ບານ ເພື່ອ​ຮອງ​ຮັບ​ບໍ​ຣິ​ສັດ​ຕ່າງໆ ທີ່​ຈະ​ເຂົ້າ​ມາ​ສ້າງ​ໂຮງ​ງານ​ອຸດ​ສາ​ຫະ​ກັມ ແລະ ບໍ​ຣິ​ສັດ​ເຫຼົ່າ​ນັ້ນ ຕ້ອງ​ເສັຽ​ຄ່າ​ສັມ​ປະ​ທານ​ໃຫ້​ຣັ​ຖ.

ຊາວ​ບ້ານ​ອີກ​ຄົນ​ນຶ່ງ​ໄດ້​ກ່າວ​ວ່າ:

“ໂຕ​ທີ່​ກຳ​ລັງ​ຊິ​ສ້າງ​ໃໝ່​ເອີ ອັນ​ນີ້​ລະ​ສາຍ​ພູ​ຂຽວ 6 ກິ​ໂລ​ແມັດ ມັນ​ດິນ​ຂອງ​ເຂົາ​ສັມ​ປະ​ທານ ລະໃຜ​ຢາກ​ໄປ​ເຮັດ​ເຂດ​ຂອງເຂດ ​ຂອງ​ເພິ່ນ​ສຳ​ປະ​ທານ​ແລ້ວ ມີ​ແຕ່​ເຈົ້າ​ຢາກ​ມາ​ຕັ້ງ​ໂຮງ​ງານ​ໄປ​ເສັຽ​ຄ່າ​ສັມ​ປະ​ທານ​ໃຫ້​ເພິ່ນ.”

ໂຄງ​ການ​ນິ​ຄົມ​ອຸດ​ສາ​ຫະ​ກັມ ໝູນ​ວຽກ​ອັດ​ສະ​ຣິ​ຍະ ອາ​ຊີ-ໂປ​ຕາ​ສ ສາ​ກົລ ມີ​ເນື້ອ​ທີ 2,000 ເຮັກ​ຕ້າ​ຣ໌ ແບ່ງ​ອອກ​ເປັນ 3 ເຂດ ໃຫຍ່ ຄື ເຂດ​ນິ​ຄົມອຸດ​ສາ​ຫະ​ກັມ​ປຸ໋ຍ​ໂປ​ຕາ​ສ, ເຂດ​ນິ​ຄົມ​ອຸດ​ສາ​ຫະ​ກັມອະ​ໂປ​ຕາ​ສ ແລະ ຕົວ​ເມື​ອງ​ອາ​ຊີ-ໂປ​ຕາ​ສ ເຊິງ​ຄາດ​ວ່າ ຈະ​ໃຊ້​ງົບ​ປະ​ມານ​ລົງ​ທຶນ​ປະ​ມານ 4 ຕື້ ໂດ​ລາ​ຣ໌

ໃນ​ສ່ວນ​ຂອງ​ເຂດ ​ນິ​ຄົມ​ອຸດ​ສາ​ຫະ​ກັມປຸ໋ຍ​ໂປ​ຕ​າ​ສ ມີ​ເປົ້າ​ໝາຍ​ເພື່ອ​ໃຫ້​ປະ​ເທດ​ລາວ ສາ​ມາດ​ຜ​ລິດ​ປຸ໋ຍ​ໂປ​ຕາ​ສ ເປັນ​ອັນ​ດັບ 1 ຂອງ​ອາ​ຊ້ຽນ ແລະ ອັນ​ດັບ 4 ຂອງ​ໂລກ ໂດຍ ໃນ​ປີ 2023 ຈະ​ໃຫ້​ຜ​ລິດ​ປຸ໋ຍ​ໂປ​ຕາ​ສ ຈຳ​ນວນ 3 ລ້ານ​ຕັນ ແລະ ໃນ​ປີ 2025 ຈະ​ເພີ່ມ​ການ​ຜ​ລິດ ​ເປັນ 5 ລ້ານ​ຕັນ ແລະ ຫຼັງ​ຈາກ​ນັ້ນ ເພີ່ມ​ເປັນ 10 ລ້ານ​ຕັນ​ຕໍ່​ປີ.

ສ່ວນ​ໃນ​ເຂດ​ນິ​ຄົມ​ ອຸດ​ສາ​ຫະ​ກັມ ໂປ​ຕາ​ສ ແມ່ນ​ເປັນ​ເຂດ​ສຳລັບ​ ໃຊ້​ຊັບ​ພະ​ຍາ​ກອນ​ທີ່​ຕິດ​ກັບ ​ແຮ່​ເກືອ​ໂປ​ຕ​າ​ສ, ຖ່ານ​ຫິນ, ແຮ່​ບົກ​ຊິດ ແລະ ອື່ນໆ ແລະ ເຂດ​ຕົວ​ເມືອງ​ອາ​ຊີ-ໂປ​ຕາ​ສ ມີ​ເປົ້າ​ໝາຍ​ເພື່ອ​ພັ​ດທະ​ນາ​ເຂດ​ເມືອງ​ທັນ​ສໄ​ມ ທີ່​ມີ​ທັງ​ການ​ແພດ, ການ​ສຶກ​ສາ, ການ​ຄ້າ, ກິ​ລາ, ການ​ບໍ​ຣິ​ການ ແລະ ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ​ອື່ນໆ ອີ​ຕ​ງາມ​ຕາມ​ການ​ຣາຍ​ງານ​ ຂອງ​ທ່ານ Tong Yonghen ກັມ​ມະ​ການ​ບໍ​ຣິ​ຫານ ແລະ ຜູ້​ຈັດ​ການ​ບໍ​ຣິ​ສັດ ຊິ​ໂນ-ອາ​ກ​ຣີ ​ໂປ​ຕາ​ສ ຈຳ​ກັດ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ປີ 2022 ທີ່​ຜ່ານ​ມາ ບໍ​ຣິ​ສັດ ຊິ​ໂນ-ອາກ​ຣີ​ໂປ​ຕາ​ສ ຈຳ​ກັດ ໄດ້​ເຮັດ​ໂຄງ​ການ​ຂຸດ​ຄົ້ນ ບໍ່​ເກືອ​ໂປ​ຕາ​ສ ຫຼື ເກືອ​ກາ​ລີ ຢູ່​ເມືອງ​ໜອງ​ບົກ ແຂວງ​ຄຳ​ມ່ວນ ແລະ ໄດ້​ບຸກ​ເບີກ​ທີ່​ດິນ ​ທຳ​ການ​ກະ​ສິ​ກັມ ​ຂອງ​ຊາວ​ບ້ານ ເປັນ​ຕົ້ນ ບ້ານ ດົງ​ບູນ, ບ້າ​ນາ​ຄຳ, ບ້ານ​ນາ​ຫຼຸບ, ບ້ານ​ປ່າ​ຕິ້ວ ແລະ ບ້ານ​ຊຽງ​ຫວາ, ແຕ່ ບໍ​ຣິ​ສັດດັ່ງ​ກ່າວ ພັດ​ຈ່າຍ​ຄ່າ​ຊົ​ດ​ເຊີຍ​ໃຫ້​ຊາວ​ບ້ານບໍ່​ເໝາະ​ສົມ ແລະ ບາງ​ຄອບ​ຄົວ ກໍ​ຍັງ​ບໍ່​ທັນ​ໄດ້​ຮັບ​ຄ່າ​ຊົດ​ເຊີຍ​ເທື່ອ ໃນ​ຂະ​ນະ​ດຽວ​ກັນ ກໍ​ເອີ້ນ​ເຈົ້າ​ໜ້າ​ທີ່​ຕຳ​ຣວດ ​ມາ​ຈັບ​ຊາວ​ບ້ານ ທີ່ບໍ່​ຍິນຍອມ​ຍົກ​ທີ່​ດິນ​ໃຫ້ບໍ​ຣິ​ສັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.