ການລົງທຶນຢູ່ແຂວງອຸດົມໄຊ ຫຼາຍກວ່າ 75% ແມ່ນຂອງນັກທຸລະກິດຈີນ
2025.02.11
ການລົງທຶນຢູ່ແຂວງອຸດົມໄຊ ໃນປີ 2024 ທີ່ຜ່ານມາ ມີນັກທຸລະກິດ ທັງ ພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນທັງໝົດ 221 ໂຄງການ, ມູນຄ່າ 5 ຕື້ປາຍກີບ, ຊຶ່ງໃນນັ້ນ ຫຼາຍກວ່າ 75% ແມ່ນຂອງນັກລົງທຶນຈີນ, ອີງຕາມຄໍາຖະແຫຼງ ຂອງນາງ ຈັນທະລາ ໄຊບຸນເຮືອງ ຫົວໜ້າ ພະແນກແຜນການ ແລະ ການລົງທຶນ ແຂວງອຸດົມໄຊ ທີ່ທາງການລາວ ລາຍງານ ໃນມື້ວັນທີ 10 ກຸມພາ 2025 ນີ້.
ໃນຈໍານວນ 221 ໂຄງການທີ່ວ່ານັ້ນ ໄດ້ສ້າງຜົນກະທົບ ຕໍ່ ສິ່ງແວດລ້ອມ ແລະ ປະຊາຊົນ ຫຼາຍ. ເປັນຕົ້ນ ກໍແມ່ນໂຄງການລົງທຶນຂອງຈີນ. ແລະ ໃນຊຸມປີທີ່ຜ່ານມາ ຄືແຕ່ທ້າຍເດືອນພຶດສະພາ ຫາເດືອນມິຖຸນາ 2021, ນໍ້າ ໃນສາຍນໍ້າບາກ ໃນເຂດບ້ານຫົວນໍ້າບາກ ເມືອງໄຊ ເກີດມີນໍ້າເປັນສີຂຽວ, ມີກິ່ນເໝັນ ໄຫຼລົງມາ, ເຮັດໃຫ້ປາຕາຍຈໍານວນໜຶ່ງ ຍ້ອນໂຄງການຂຸດຄົ້ນບໍ່ແຮ່ ປ່ອຍນໍ້າປົນເປື້ອນສານພິດເຄມີ ລົງມາໃສ່ສາຍນໍ້ານັ້ນ, ດັ່ງຊາວບ້ານ ຢູ່ແຂວງອຸດົມໄຊ ຜູ້ໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 11 ກຸມພານີ້ວ່າ:
“ນັກລົງທຶນຂອງຈີນ ມາລົງທຶນ ຢູ່ອຸດົມໄຊນີ້ຫຼາຍນໍ. ໜຶ່ງນີ້ ໃນການຂຸດຄົ້ນບໍ່ແຮ່ນໍ. ຜົນກະທົບນີ້ ແມ່ນວ່າ ສານເຄມີ ມັນໄຫຼລົງທາງຫົວນໍ້າບາກນໍ. ປາຕາຍຫຼາຍ. ມີຜົນກະທົບເຖິງປະຊາຊົນ. ນໍ້ານີ້ ມັນບໍ່ໃສນໍດ, ມັນຂຸ່ນຕະຫຼອດ. ເຈົ້ານາຍໄດ້ເງິນ, ຜົນກະທົບ ແລ້ວ ໃຫ້ປະຊາຊົນເປັນຜູ້ຮັບ.”
ນໍ້າປົນເປື້ອນສານພິດເຄມີ ທີ່ໄຫຼລົງມານັ້ນ ໄດ້ໄຫຼໄປຮອດເຂດເທດສະບານ ນະຄອນຫຼວງພຣະບາງ ຈໍານວນ 9 ບ້ານ ຈົນວ່າໄດ້ເຮັດໃຫ້ທາງການແຈ້ງເຕືອນ ຫ້າມບໍ່ໃຫ້ປະຊາຊົນ ໃນເຂດນັ້ນ ໃຊ້ນໍ້າສາຍນໍ້າຄານຊົ່ວຄາວ, ແລະ ໄດ້ມີການຮຽກຮ້ອງ ໃຫ້ຂະແໜງການທີ່ກ່ຽວຂ້ອງ ທັງ ຂັ້ນແຂວງ ແລະ ຂັ້ນສູນກາງ ມາກວດການໍ້ານັ້ນ.
ນອກຈາກບັນຫາທີ່ວ່ານີ້ແລ້ວ ຊາວບ້ານ ຜູ້ດຽວກັນນີ້ ກໍຍັງເວົ້າຕື່ມວ່າ ທີ່ຜ່ານມາ ໂຮງງານຢາງພາລາຂອງຈີນ ກໍສົ່ງຜົນກະທົບ ຕໍ່ ສິ່ງແວດລ້ອມ ແລະ ສັງຄົມ, ສົ່ງກິ່ນເໝັນໄປທົ່ວ ຮວມໄປເຖິງບ້ານກໍນ້ອຍ ເມືອງໄຊ. ປະຊາຊົນ ໄດ້ຮັບຜົນກະທົບຫຼາຍ, ກິນເຂົ້າ ກະບໍ່ແຊບ.
“ຜ່ານມາ ກໍໂຮງງານຢາງພາລານີ້ ຂອງຈີນ ກໍມີຜົນກະທົບຕໍ່ສິ່ງແວດລ້ອມ ກໍກະທົບປະຊາຊົນ. ກະເໝັນ ກະທົ່ວທິດທົ່ວແດນໄປລະ ຢູ່ເຂດບ້ານກໍນ້ອຍ ເມືອງໄຊ. ທາງເມືອຫຼວງນໍ້າທາ ກະເໝັນຄັກອັນນີ້ນະ. ກິນເຂົ້າກະບໍ່ແຊບ. ເຮົາຂີ່ລົດ ຂີ່ລາງ ໄປນໍາທາງກະເໝັນ.”
ແລະຊາວບ້ານ ຢູ່ແຂວງອຸດົມໄຊ ອີກຜູ້ໜຶ່ງ ກໍເວົ້າວ່າ ນັກທຸລະກິດຈີນ ເຂົ້າມາລົງທຶນ ຢູ່ລາວ ເປັນເລື່ອງດີ ສໍາລັບເຈົ້າໜ້າທີ່ທາງການ, ແຕ່ສໍາລັບປະຊາຊົນ ຢູ່ບາງເຂດແລ້ວ ແມ່ນໄດ້ຮັບຜົນກະທົບ ຮວມທັງ ຈາກໂຮງງານໄມ້ອັດ ຂອງຈີນ ຢູ່ເຂດບ້ານແຊນ ເມືອງໄຊ, ຈາກການຂຸດຄົ້ນບໍ່ແຮ່ ຢູ່ເມືອງງາ ທີ່ເຮັດໃຫ້ສານພິດເຄມີ ຊະຊາຍໄປຕາມດິນ ແລະ ໄຫຼລົງນໍ້າຫ້ວຍ, ເຮັດໃຫ້ສັດນໍ້າຕາຍ.
“ມີແຕ່ເໝັນໂຮງງານໄມ້ອັດ ມີກິ່ນຢູ່ ຫາຍໃຈຍາກ ເວລາເຂົາເຈົ້າອົບ ປ່ອຍຄວັນອອກມາ. ປີກ່ອນຫັ້ນ ໄປເມືອງງາ ໄປເຄັຍວຽກ ເຂົາຂຸດຄົ້ນອີ່ຫຍັງບໍ່ຮູ້ແຫຼະ ແຕ່ວ່ານໍ້າຫັ້ນ ມັນຈະດໍາໄປເລີຍ ນໍ້າຫ້ວຍນ້ອຍຫັ້ນນະ ແດງໄປຕາມໜ້າດິນ ຫຼືວ່າ ບາງອັນ ກໍຈະແມ່ນສານເຄມີເຂົາເຈົ້າຫັ້ນແຫຼະ ປະເພດສັດທີ່ຢູ່ຫ້ວຍຫັ້ນແຫຼະ ຕາຍແທ້.”
ການເຂົ້າມາລົງທຶນຂອງຈີນ ຢູ່ແຂວງອຸດົມໄຊ ມີຫຼາຍໂຄງການ ຮວມທັງ ໂຄງການຂຸດຄົ້ນຫີນປູນ ຢູ່ເມືອງນາໝໍ້, ໂຄງການສໍາຫຼວດ ແຮ່ຄໍາ ແລະ ແຮ່ຕິດພັນ ຢູ່ເມືອງປາກແບງ, ໂຄງການປູກພືດ ຢູ່ເມືອງຮຸນ, ໂຄງການສ້າງສາງພັກສິນຄ້າ, ບ່ອນເຄື່ອນຍ້າຍສິນຄ້າ ຢູ່ ເມືອງໄຊ ແລະ ເມືອງນາໝໍ້, ແລະ ໂຄງການອື່ນໆ ຢູ່ເມືອງຕ່າງໆ ຂອງແຂວງນີ້, ດັ່ງເຈົ້າໜ້າທີ່ ພະແນກແຜນການ ແລະການລົງທຶນ ແຂວງອຸດົມໄຊ ທ່ານໜຶ່ງ ເວົ້າວ່າ:
“ຢູ່ແຂວງພວກເຮົາ ມັນມີ 7 ເມືອງເດ ບັນດາເມືອງກະມີນັກທຸລະກິດຈີນ ທີ່ມາເຮັດຂາຍເຄື່ອງ ຫຼືວ່າມາລົງທຶນ ກິດຈະການຄວບຄຸມສໍາປະທານ ຊີ້ກະມີຫັ້ນນ່າ ກະຖືວ່າການລົງທຶນຂອງພາກເອກກະຊົນ ຢູ່ອຸດົມໄຊຂອງພວກເຮົານີ້ ກະຖືວ່າເພີ່ມຂຶ້ນໃນແຕ່ລະປີ.”
ນອກຈາກນັ້ນ ຍັງມີບົດບັນທຶກຄວາມເຂົ້າໃຈ ຫຼື MOU ກັບຫຼາຍບໍລິສັດ ເພື່ອສຶກສາຄວາມເປັນໄປໄດ້ ຂອງ 13 ໂຄງການ ຊຶ່ງໃນນັ້ນ ຂັ້ນສູນກາງ 6 ໂຄງການ ແລະ ຂັ້ນແຂວງ 7 ໂຄງການ, ຊຶ່ງມີທັງໂຄງການສໍາຫຼວດ, ອອກແບບ ແລະ ສຶກສາຄວາມເປັນໄປໄດ້ ໃນການລົງທຶນພັດທະນາ ພະລັງງານໄຟຟ້າແສງຕາເວັນ ຢູ່ເມືອງໄຊ, ເມືອງນາໝໍ້ ແລະ ເມືອງແບງ, ໂຄງການສຶກສາ, ສໍາຫຼວດ ແລະ ພັດທະນາ ໂຄງການ ເຂດນິຄົມອຸດສາຫະກຳເຄມີ ຢູ່ເມືອງງາ ແລະ ອື່ນໆ.
ການລົງທຶນຂອງນັກທຸລະກິດຕ່າງປະເທດ ຢູ່ແຂວງອຸດົມໄຊ, ອັນດັບໜຶ່ງ ແມ່ນຈີນ ຮອງລົງມາ ແມ່ນຫວຽດນາມ, ຍີ່ປຸ່ນ, ໄທ ແລະ ອື່ນໆ. ໃນນີ້ ຫລາຍກວ່າໝູ່ ແມ່ນຂະແໜງກະສິກໍາ, ຮອງລົງມາ ແມ່ນອຸດສາຫະກໍາ, ການບໍລິການທ່ອງທ່ຽວ ແລະ ກິດຈະການໃໝ່ ຄືໂຄງການພະລັງງານໄຟຟ້າສະອາດ–ພະລັງງານແສງຕາເວັນ ແລະ ພະລັງງານລົມ.