ຈີນ ສໍາປະທານ ຕຶກຂອງລັດ ເພື່ອເຮັດເປັນຮ້ານອາຫານຈີນ

ສຸພັດຕາ
2025.03.10
ຈີນ ສໍາປະທານ ຕຶກຂອງລັດ ເພື່ອເຮັດເປັນຮ້ານອາຫານຈີນ ນຂໍ້ມູນຂ່າວສານ ການທ່ອງທ່ຽວ ເມື່ອປີ 2020 (ຊ້າຍ) ຮູບພາບໂດຍ RFA, ແລະ ຮ້ານອາຫານ ຕ້າຫຼົງຢ້ຽນ ເມື່ອເດືອນມີນາ ປີ 2025 (ຂວາ) ຮູບພາບໂດຍ ເພຈ FB 大龙焱火锅琅勃拉邦 Dalongyan Hotpot Luang Prabang.
RFA/ເພຈ FB 大龙焱火锅琅勃拉邦 Dalongyan Hotpot Luang Prabang

ນັກລົງທຶນຈີນ ສໍາປະທານສູນຂໍ້ມູນຂ່າວສານ ການທ່ອງທ່ຽວ ເຂດບ້ານປ່າຂາມ ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ເພື່ອເປີດຮ້ານຈຸ່ມ ຕ້າ ຫຼົງ ຢ້ຽນ ສາຂາຫຼວງພຣະບາງ ໃຫ້ບໍລິການ ຈຸ່ມຈີນ, ປີ້ງເສສວນມາຫຼ່າ ແລະອາຫານຈີນ ໂດຍຮ້ານຈຸ່ມຈີນນີ້ ໄດ້ມ້າງລະບຽງເກົ່າ ຢູ່ດ້ານໜ້າ ເພື່ອສ້າງຫ້ອງໃຫຍ່ ຂຶ້ນຊັ້ນເທິງ ພ້ອມຕົບແຕ່ງທັນສະໄໝ ມີຫຼາຍມຸມ ສໍາລັບຖ່າຍຮູບ ເຮັດໃຫ້ຈາກຕຶກເກົ່າ ກາຍເປັນຮ້ານຈຸ່ມຈີນ ທັນສະໄໝ.

ຫຼ້າສຸດ ພະນັກງານ ຮ້ານຈຸ່ມ ຕ້າ ຫຼົງ ຢ້ຽນ ນາງໜຶ່ງ ກ່າວວ່າ ສໍາລັບຮ້ານຈຸ່ມ ແຫ່ງນີ້ ແມ່ນເປີດໃຫ້ບໍລິການທຸກມື້ ເຊິ່ງມາທັງນັກທ່ອງທ່ຽວຈີນ, ນັກທ່ອງທ່ຽວໄທ ແລະຄົນລາວ ເຂົ້າມາໃຊ້ບໍລິການ ແຕ່ເປັນຮ້ານອາຫານ ທີ່ມີລາຄາຂ້ອນຂ້າງສູງ ກວ່າຮ້ານທົ່ວໄປ ຍ້ອນໃຊ້ວັດຖຸດິບ ທີ່ນໍາເຂົ້າມາຈາກປະເທດຈີນ ໂດຍກົງ:

“ເປີດຕັ້ງແຕ່ 9 ໂມງເຄິ່ງ ຈົນຮອດ 11 ໂມງເຄິ່ງ. ຄົນຈີນ ກັບຄົນລາວ, ຄົນໄທກະມີ, ເພິ່ນມາສ່ວນໂຕກະມີ ມາເປັນກຸ່ມກະມີ ຮ້ານເຮົາຊິເປັນຂ້ອນຂ້າງວ່າ Premium ໜ້ອຍໜຶ່ງນ່າ ເພາະວ່າທຸກສິ່ງ ທຸກຢ່າງ ແມ່ນນໍາ ເຂົ້າມາແຕ່ຈີນ.”

ຄວາມຄິດ ຈາກຜູ້ປະກອບການ ນຳທ່ຽວ

ໄກ້ນໍາທ່ຽວ ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ທ່ານໜຶ່ງ ກ່າວວ່າ ຮ້ານຈຸ່ມ ຕ້າ ຫຼົງ ຢ້ຽນ ຂອງຈີນ ນີ້ ເຂົ້າມາແທນທີ່ ສູນຂໍ້ມູນຂ່າວສານ ແລະການທ່ອງທ່ຽວ ຂອງພະແນກຖະແຫຼງຂ່່າວ ວັດທະນະທໍາ ແຂວງຫຼວງພຣະບາງ ໂດຍຮ້ານນີ້ ເປີດໄດ້ປະມານ ເດືອນປາຍແລ້ວ ແລະ ລູກຄ້າ ສ່ວນຫຼາຍ ແມ່ນຄົນຈີນ ເນື່ອງຈາກ ໄກ້ນໍາທ່ຽວ ຂອງບໍລິສັດຈີນ ຈະເອົາແຂກມາ ລົງກິນເຂົ້າທີ່ຮ້ານນີ້ ເຊິ່ງເບິ່ງວ່າ ຈີນ ເຂົ້າມາມີອິດທິພົນ ໃນລາວ ຫຼາຍຂຶ້ນ, ຂະນະທີ່ ໄກ້ນໍາທ່ຽວລາວ ຈະເອົາແຂກ ລົງກິນອາຫານລາວ ຂອງປະຊາຊົນ, ດັ່ງນາງ ກ່າວວ່າ:

“ຫາກໍສ້າງແລ້ວ ຫາກະເປີດເດືອນນີ້ ກໍເຫັນຄົນລາວໄປໜ້ອຍໜຶ່ງ, ສ່ວນຫຼາຍ ຈະແມ່ນຈີນ ສ່ວນຫຼາຍ ຈະເປັນຮ້ານຈີນໝົດແລ້ວ. ຕອນນີ້ ກະຄືວ່າ ຈີນເຂົ້າມາ ມີອິດທິພົນ ໃນບ້ານເຮົາຫຼາຍ. ສ່ວນຫຼາຍ ຈະແມ່ນແຂກຈີນ, ເພິ່ນຊິເອົາມາລົງເອງ. ສ່ວນຫຼາຍ ຄັນແມ່ນມາຈັ່ງຊີ້ ເຮົາບໍ່ຄ່ອຍຊິເອົາເຂົ້າຮ້ານ ເຮົາຊິເອົາເຂົ້າຮ້ານປະຊາຊົນ ກິນອາຫານລາວຈັ່ງຊີ້ນ່າ. ທີ່ຈິງ ເຂົາເຈົ້າກໍຮູ້ສຶກໝົດຫັ້ນແຫຼະ ແຕ່ມັນເຮັດຫຍັງບໍ່ໄດ້ດຸ ແນວເຂົາເຈົ້າເຮັດແນວນັ້ນ ມາແລ້ວເດ້. ອີກມຸມໜຶ່ງ ເພິ່ນກໍວ່າເຂົ້າໃຈຫ້ອງການທ່ອງທ່ຽວ ມັນຮອງຮັບບໍ່ໄດ້ຫຼາຍ ເພາະມັນຢູ່ໃນເມືອງ ບ່ອນຈອດລົດຈອດລາ ມັນກໍກີດ.”

ຂະນະທີ່ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຫຼວງພຣະບາງ ນາງໜຶ່ງ ກ່າວວ່າ ສູນຂໍ້ມູນຂ່າວສານ ແລະການທ່ອງທ່ຽວ ເຂດບ້ານປ່າຂາມ ເປັນອາຄານທີ່ຊຸດໂຊມຫຼາຍ ແລະມີຂະໜາດນ້ອຍ ຈຶ່ງເຮັດໃຫ້ຂັ້ນເທິງ ມີທິດຊີ້ນໍາ ໃຫ້ຍ້າຍໄປອາຄານຫຼັງໃໝ່ ຢູ່ເຂດບ້ານເດີ່ນຮົ່ມແທນ, ເຊິ່ງຫ່າງຈາກບ່ອນເກົ່າ ພຽງ 3 ກິໂລແມັດ ຈຶ່ງເຮັດໃຫ້ອາຄານຫຼັງເກົ່າ ມອບໃຫ້ນັກລົງທຶນຈີນ ສໍາປະທານ 10 ປາຍປີ ເພື່ອເຮັດຮ້ານຈຸ່ມ ຕ້າ ຫຼົງ ຢ້ຽນ ສາຂາ ຫຼວງພຣະບາງ, ດັ່ງທ່ານກ່າວວ່າ:

“ພວກເຮົາ ກະຍັງມີສູນຂໍ້ມູນຄືເກົ່າ ຫັ້ນແຫຼະ. ດຽວນີ້ ມັນບໍ່ໄດ້ເວົ້າ ໂອ້ ໄປຂາຍຫັ້ນ ໃຫ້ເຂົາໝົດແລ້ວ. ມັນບໍ່ແມ່ນເດີ້, ອັນນັ້ນເດີ້ ກະສໍາປະທານນໍາລັດເນາະ ບາດແລ້ວ ໝົດອາຍຸ 10 ປີ ກະ 15 ປີ ກໍເປັນຂອງລັດ ຄັນເຂົາບໍ່ຢາກເຊົ່າຕໍ່ ອາຄານສະຖານທີ່ເຂົາກໍ່ປັບປຸງ ມັນກະດີກວ່າເກົ່າເດ້ ມັນກະນ້ອຍແດ່ ອາຄານກໍຊຸດໂຊມ ມັນເກົ່າເດ້ ພວກເຮົາ ກໍເລີຍຍ້າຍໄປ ອາຄານພຸ້ນ ກໍສະດວກສະບາຍ ຢູ່ຫັ້ນເນາະ ຂອງລັດຄືເກົ່າ.”

ສູນຂໍ່ມູນຂ່າວສານ ການທ່ອງທ່ຽວ ຖືກຍົກຍ້າຍ

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນນະຄອນຫຼວງພຣະບາງ ທັງ 2 ທ່ານ ກໍຢືນຢັນກົງກັນວ່າ ປັດຈຸບັນ ສູນຂໍ້ມູນຂ່າວສານ ແລະການທ່ອງທ່ຽວ ຈາກທີ່ຢູ່ອາຄານຫຼັງເກົ່າ ເຂດບ້ານປ່າຂາມນັ້ນ ໄດ້ຍ້າຍມາອາຄານຫຼັງໃໝ່ ທີ່ມີລັດຖະບານເປັນເຈົ້າຂອງຕຶກ ເຂດບ້ານເດີ່ນຮົ່ມ ໄດ້ປະມານ 1 ປີ ແລ້ວ ແລະ ຍ້າຍມາໃຊ້ຕຶກຮ່ວມກັບ ຂະແໜງການທ່່ອງທ່ຽວ ຂອງພະແນກຖະແຫຼງຂ່າວ ວັດທະນະທໍາ ແລະທ່ອງທ່ຽວ, ດັ່ງທ່ານກ່າວຕອນໜຶ່ງວ່າ:

“ມັນສູນຂໍ້ມູນຂ່າວສານ ຄືວ່າບໍ່ມີແລ້ວເດ້ ຍ້າຍຫ້ອງການ ໄປຢູ່ບ່ອນອື່ນແລ້ວ ໂຕນັ້ນ ບໍ່ແມ່ນແລ້ວ ຕັ້ງແຕ່ກີ້ ແມ່ນຫ້ອງການ ຖວທ ພະແນກຖະແຫຼງຂ່າວນີ້ ແຕ່ວ່າດຽວນີ້ ເຂົາເຈົ້າຍ້າຍມາຢູ່ ເດີ່ນຮົ່ມແລ້ວ ຍ້າຍດົນແລ້ວເດີ້.”


ຂ່າວ ກ່ຽວກັນ

ໄຕ້ຫວັນ ຈັດໃຫ້ລາວ ເປັນປະເທດປາຍທາງ ທີ່ມີຄວາມສ່ຽງສູງ ຕໍ່ການເປັນແຫຼ່ງ ຂອງແກ້ງຄອນເຊັນເຕີ

ການທ່ອງທ່ຽວ ຢູ່ແຂວງຫຼວງພຣະບາງ ກໍາລັງດີ້ນຮົນ ຍ້ອນບໍລິສັດທ່ອງທ່ຽວຈີນ ຈັບຈອງ ເອົານັກທ່ອງທ່ຽວຈີນ

ຄົນຈີນ ສືບຕໍ່ເຮັດ ທຸລະກິດທ່ອງທ່ຽວ ຜິດກົດໝາຍ ໃນແຂວງຫຼວງພຣະບາງ.


ກ່ອນໜ້ານນີ້ ຄືວັນທີ 22 ມັງກອນ 2025 ພະແນກຖະແຫຼງຂ່າວວັດຖະນະທໍາ ແລະທ່ອງທ່ຽວ ແຂວງຫຼວງພຣະບາງ ໄດ້ແຈ້ງການ ເລກທີ 193/ຖວທຂ ວ່າ ປິດບໍລິການ ສູນຂໍ້ມູນຂ່າວສານ ການທ່ອງທ່ຽວ (ໂຮງແຊກເກົ່າ) ຊົ່ວຄາວ ໃນລະຫວ່າງວັນທີ 20 ມັງກອນ ຫາວັນທີ 19 ກຸມພາ 2025 ເພື່ອເປັນການປັບປຸງ ເຮັດໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ມີຄວາມສະດວກ ແລະສະອາດຈົບງານ ເນື່ອງຈາກວ່າ ສະພາບປັດຈຸບັນ ສະຖານທີ່ດັ່ງກ່າວ ມີຄວາມຊຸດໂຊມ ແລະສິ່ງອໍານວຍຄວາມສະດວກ ເພື່ອຮອງຮັບນັກທ່ອງທ່ຽວ ບາງຈຸດເປ່ເພ ບໍ່ສາມາດຕອບສະໜອງ ໃນການໃຫ້ບໍລິການນັກທ່ອງທ່ຽວ ແລະ ຈະເປີດໃຫ້ບໍລິການນັກທ່ອງທ່ຽວ.

ສໍາລັບ ສູນຂໍ້ມູນຂ່າວສານ ການທ່ອງທ່ຽວ ນະຄອນຫຼວງພຣະບາງ ແມ່ນເປັນຕຶກ ທີ່ປະສົມປະສານ ຂອງສະຖາປັດຕະຍະກຳ ແບບດັ້ງເດີມຂອງລາວ ກັບສະຖາປັດຕະຍະກໍາ ເອີຣົບ ເຊິ່ງເປັນສ່ວນໜຶ່ງ ຂອງເມືອງມໍລະດົກໂລກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.