ດິນຟ້າອາກາດ ມີສ່ວນສົ່ງຜົນໃຫ້ ການພັດທະນາເສດຖະກິດ ບໍ່ຄືບໜ້າ

ໄຊຍາ
2024.05.28
ດິນຟ້າອາກາດ ມີສ່ວນສົ່ງຜົນໃຫ້ ການພັດທະນາເສດຖະກິດ ບໍ່ຄືບໜ້າ ຄິວລົດໂດຍສານສາຍເໜືອ ເມືອງຊະນະສົມບູນ. ເດືອນກໍລະກົດ ປີ 2023.
RFA

ການປ່ຽນແປງ ຂອງດິນຟ້າອາກາດ ສົ່ງຜົນໃຫ້ປະເທດລາວ ປະເຊີນກັບໄພແຫ້ງແລ້ງ, ອາກາດຮ້ອນອົບເອົ້າ, ຂາດເຂີນນໍ້າກິນ ນໍ້າໃຊ້ ກະທົບໃສ່ການຜະລິດ ແລະການພັດທະນາເສດຖະກິດ ຢູ່ລາວ ມາຫລາຍປີແລ້ວ ຊຶ່ງລັດຖະ ບານ ກໍາລັງເລັ່ງແກ້ໄຂ ເພື່ອບໍ່ໃຫ້ປະເທດ ໄດ້ຮັບຜົນກະທົບ ແບບຊໍາເຮື້ອແລະຮຸນແຮງຂຶ້ນກວ່າເກົ່າ.

ປະຊາຊົນຜູ້ນຶ່ງ ຢູ່ແຂວງສາລະວັນ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 28 ພຶດສະພານີ້ ເຖິງການປ່ຽນແປງຂອງສະພາບດິນຟ້າອາກາດ ວ່າ ໄລຍະ 2 ປີມານີ້ ໄດ້ສົ່ງຜົນກະທົບ ຢ່າງໜັກໜ່ວງ ຕໍ່ຊາວກະສິກອນ ເພາະບໍ່ສາມາດປູກເຂົ້ານາປີ ໄດ້ຕາມລະດູການ ຍ້ອນຝົນຕົກຫລ້າ ທົ່ງນາບໍ່ມີນໍ້າພຽງພໍ ຫຍຸ້ງຍາກຫລາຍ.

2 ປີມານີ້ ເຮັດຫຍູ້ງຍາກຫລາຍແຫລະ ມາເບິ່ງແລ້ວສະພາບການຜະລິດນາປີນີ້ ກະຄືເຜີໆນີ້ ໄດ້ຫວ່ານເຂົ້າ 2 ເທື່ອຫັ້ນແຫລະ ເສັຽແນວພັນຫັ້ນແລ້ວ ພາໃຫ້ມັນເສັຽຍ້ອນຝົນຕົກຫລ້າ ຄືຊີ້ແຫລະ ກະມີແຕ່ແດດໄດ໋ນິ.

ທ່ານເວົ້າອີກວ່າ ເດືອນພຶດສະພາ ຂອງທຸກປີ ຊາວກະສິກອນ ຕ້ອງກຽມເນື້ອທີ່ເພື່ອຕົກກ້າ ດໍານາ. ດຽວນີ້ ເກີດຝົນຕົກຫລ້າ ຊາວກະສິກອນ ກໍເລີຍບໍ່ສາມາດກຽມເນື້ອທີ່ ແລະເຮັດນາບໍ່ໄດ້ຕາມລະດູການ ຍ້ອນບໍ່ມີນໍ້າພຽງພໍ, ດິນແຫ້ງ ປູກເຂົ້າບໍ່ໄດ້.

ເມື່ອເຮັດນາ ແບບດັ້ງເດີມ ບໍ່ໄດ້ຕາມລະດູການ ຊາວກະສິກອນ ກໍຕ້ອງໄດ້ຫັນໄປປູກເຂົ້າ ແບບຫວ່ານເອົາ ແທນການດໍາແບບດັ້ງເດີມ ຊຶ່ງວິທີການນີ້ ຈະໄດ້

ໃຊ້ແນວພັນເຂົ້າ ຫລາຍກວ່າເກົ່າ.

ຢູ່ແຂວງບໍລິຄໍາໄຊ ຊາວລາວຜູ້ນຶ່ງ ເວົ້າເຖິງນໍ້າ ສໍາລັບປູກຝັງ ແລະລ້ຽງສັດຂອງຊາວບ້ານ ເມື່ອກ່ອນໆວ່າ ໄດ້ເພິ່ງພາຟ້າຝົນ ແລະແຫລ່ງນໍ້າທໍາມະຊາດ, ແຕ່ດຽວນີ້ ຝົນບໍ່ຕົກຕາມລະດູການ ອາກາດຮ້ອນອົບເອົ້າ ແຫລ່ງນໍ້າທໍາມະຊາດຂາດເຂີນນໍ້າຫລາຍ ເຮັດບໍ່ໄດ້ຄືເກົ່າ ຍ້ອນມີການຕັດໄມ້ທໍາລາຍປ່າ, ການຂຸດຄົ້ນແຮ່ທາດ ແລະການຕັນນໍ້າຂອງເຂື່ອນໄຟຟ້າ ຊຶ່ງທັງໝົດນັ້ນ ແມ່ນລັດຖະ ບານລາວ ເປັນຜູ້ອະນຸຍາດໃຫ້ເຮັດ. ແລະເມື່ອຊາວບ້ານ ໄດ້ຮັບຜົນກະທົບຂາດເຂີນນໍ້າ ກໍບໍ່ໄດ້ມີພາກສ່ວນທາງການທີ່ກ່ຽວຂ້ອງໃດ ຮັບຜິດຊອບ ແລະຊ່ວຍແກ້ໄຂ ເພື່ອຫລຸດຜ່ອນຜົນກະທົບ ທີ່ເກີດຂຶ້ນນັ້ນແຕ່ຢ່າງໃດ ດັ່ງທີ່ທ່ານເວົ້າໃນມື້ດຽວກັນນີ້ວ່າ:

ເພິ່ນເວົ້າກະຖືກຢູ່ ເຄີຍຢູ່ນໍາທໍາມະຊາດມາ ຢູ່ນໍາຫ້ວຍນໍາຮ່ອງມາຫາປູຫາປາມັນກະ ແຫ້ງແລ້ງແຮງໄດ໋ເນາະເວົ້າແທ້ກະດາຍເນາະ ບໍ່ມີພາກສ່ວນມາຮັບຜິດຊອບ ມາເບິ່ງດູແລ ພັດຢ້ານມັນສິກະທົບໄປຫລາຍອັນ.

ແລະຢູ່ແຂວງຫົວພັນ ຊາວລາວຜູ້ນຶ່ງກໍເວົ້າວ່າ ເຖິງຈະຢູ່ແຂວງພາກເໜືອ ທີ່ມີລັກສະນະເປັນພູສູງ ແຕ່ໄລຍະທີ່ຜ່ານມາ ກະບໍ່ເຄີຍໄດ້ປະເຊີນກັບບັນຫາໄພແຫ້ງແລ້ງ ຂັ້ນຮຸນແຮງຄືແບບນີ້ ຍ້ອນປ່າໄມ້ຖືກທໍາລາຍ ຢ່າງໜັກ ຮວມທັງຈາກການສ້າງເຂື່ອນໄຟຟ້າ ແລະການຂຸດຄົ້ນແຮ່ທາດ ເຮັດໃຫ້ຊາວບ້ານຫຍຸ້ງ ຍາກ ບໍ່ມີນໍ້າພຽງພໍ ທັງໃນລະດູແລ້ງ ແລະລະດູຝົນ.

ຮ້ອນສົມຄວນໄດ໋ປູກຫຍັງກະຫຍູ້ງຍາກສົມຄວນ ປູກເຂົ້າໄກ່ນ້ອຍມີຄວາມຫຍູ້ງຍາກສົມຄວນ ຖືວ່ານໍ້າຊໍາ ນໍ້າແຫ້ງແລ້ງຫລາຍ ຄັນວ່ານໍ້າບໍ່ມານີ້ ປູກເຫດຜັກ ເຮັດຫຍັງກະຍາກແລ້ວບໍ່ມີນໍ້າ ແມ່ນແລ້ວນໍ້າແຫ້ງຖືວ່າປາສູນພັນໝົດແລ້ວ.

ພ້ອມດຽວກັນນີ້ ເຈົ້າໜ້າທີ່ ຜະແນກກະສິກໍາ ແລະປ່າໄມ້ ກໍເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 28 ພຶດສະພານີ້ ເຖິງປະຊາຊົນລາວໃນທົ່ວປະເທດວ່າ ໂດຍພື້ນຖານແລ້ວ ມີອາຊີບປູກຝັງ, ລ້ຽງສັດເປັນຫລັກ ແຕ່ປັດຈຸບັນ ການປ່ຽນແປງຂອງດິນຟ້າອາກາດ ນັບມື້ທະວີຄວາມຮຸນແຮງຂຶ້ນ ເຮັດໃຫ້ປະຊາຊົນ ຫັນໄປເຮັດອາຊີບອື່ນຫລາຍຂຶ້ນ ເຊັ່ນອອກໄປຄ້າຂາຍ, ໄປເຮັດວຽກຢູ່ຕາມໂຮງຈັກໂຮງງານ ຫລືໄປເຮັດວຽກຢູ່ຕ່າງປະເທດ.

ແມ່ນແຫ້ໄດ ເພາະວ່າລາວມັນຢູ່ໃນປະເທດທີ່ທຸກຍາກ ປະເທດທີ່ຈໍາເປັນຕ້ອງ ໄດ້ເວົ້າວຽກປູກຝັງ ລ້ຽງສັດນີ້ໄດ້ຫລາຍຢູ່ ມັນກະເປັນຕາຄິດຢູ່ໜ້ອຍນຶ່ງ ມັນມີການເໜັງຕີງ ປ່າໄມ້ນີ້ຖືກບຸກລຸກທໍາລາຍຫລາຍແທ້ໆພວກລ້ຽງສັດກະຫລຸດລົງ ບໍ່ຮູ້ວ່າທາງການນໍານີ້ສິເຮັດແນວໃດ.

ແລະເຈົ້າໜ້າທີ່ ອົງການອາຫານ ແລະການກະເສດ ຫລື FAO ປະຈໍາລາວ ກ່າວຕໍ່ວິທຍູເອເຊັຽເສຣີວ່າ ການປ່ຽນແປງຂອງດິນຟ້າອາກາດ ສົ່ງຜົນໃຫ້ປະເທດລາວ ປະເຊີນກັບໄພແຫ້ງແລ້ງ ນັບມື້ຮຸນແຮງຂຶ້ນເລື້ອຍໆ ເຮັດໃຫ້ການຜະລິດສະບຽງອາຫານຫລຸດລົງ ໃນຂະນະທີ່ຕົ້ນທຶນການຜະລິດສູງຂຶ້ນ ເຮັດໃຫ້ປະຊາຊົນ ທໍາການກະເສດໜ້ອຍລົງ.

ອົງການ FAO ແລະພາກສ່ວນທີ່ຫກ່ຽວຂ້ອງ ກໍພະຍາຍາມ ທີ່ຈະສົ່ງເສີມຫລາຍຮູບແບບ ເປັນຕົ້ນ ແຈກແນວພັນເຂົ້າ ແລະແນວພັນພືດ ໃຫ້ຊາວບ້ານ ທໍາການຜະລິດ ເພີ້ມຂຶ້ນ, ສະໜັບສະໜູນເງິນທຶນ ສ້າງລະບົບຊົນລະປະທານ ໃຫ້ມີນໍ້າເຮັດການກະເສດໃນລະດູແລ້ງ ແລະອື່ນໆ ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນ ຈາກການປ່ຽນແປງຂອງດິນຟ້າອາກາດ ດັ່ງທີ່ທ່ານກ່າວວ່າ:

ເວົ້າເລື້ອງການປ່ຽນແປງດິນຟ້າອາກາດ ກະຍັງເລັ່ງໃສ່ເລື້ອງພາກກະສິກໍາຢູ່ ເພື່ອໃຫ້ຜະລິດເປັນສະບຽງອາຫານ ແຕ່ວ່າເຮົາກະຄວບຄູ່ໄປນໍາກັບການເບິ່ງອັນສິ່ງແວດລ້ອມຫັ້ນນ່າ ເຮົາກະຍັງຄວບຄູ່ ເຮັດຄຽງຄູ່ກັນໄປຫັ້ນນ່າ ເພື່ອບໍ່ໃຫ້ມັນສູນເສັຽສິ່ງແວດລ້ອມຫລາຍ.  

ການຂາດເຂີນນໍ້າໃນລະດູແລ້ງ ສົ່ງຜົນກະທົບໃສ່ການຜະລິດນໍ້າປະປາ ນໍ້າບໍ່ພຽງພໍຢູ່ຫລາຍແຂວງ ກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນ ແລະຫົວໜ່ວຍທຸລະກິດຢ່າງໜັກ. ນອກຈາກນີ້ ຍັງສົ່ງຜົນກະທົບໃສ່ເຂື່ອນໄຟຟ້າໃນທົ່ວປະ ເທດ, ມີນໍ້າໃນອ່າງເກັບນໍ້າຕໍ່າກວ່າ 30% ເຮັດໃຫ້ການຜະລິດໄຟຟ້າຫລຸດລົງ 10%, ການສະໜອງໄຟຟ້າຢູ່ພາຍໃນບໍ່ພຽງພໍ ເກີດບັນຫາໄຟຕົກ ໄຟດັບເລື້ອຍ ຈົນຕ້ອງໄດ້ຊື້ໄຟຟ້າຈາກປະເທດໄທ.

ເມື່ອໄຟຟ້າບໍ່ພຽງພໍ ລັດວິສາຫະກິດໄຟຟ້າລາວ ກໍໄດ້ຮຽກຮ້ອງໃຫ້ຜູ້ຊົມໃຊ້ໄຟຟ້າທຸກພາກສ່ວນ ຮວມທັງປະຊາຊົນ ໃຊ້ໄຟຟ້າຢ່າງປະຢັດ ອັນເປັນການກົດດັນ ຕໍ່ລະບົບເສດຖະກິດໃນລາວຢ່າງໜັກ ເພາະນັກລົງທຶນ ຂາດຄວາມເຊື່ອໝັ້ນ.

ໃນກອງປະຊຸມຂອງລັດຖະບານ ປະຈໍາເດືອນພຶດສະພານີ້ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ກໍກ່າວວ່າ ໃຫ້ຖືເອົາບັນຫາການປ່ຽນແປງຂອງສະພາບດິນຟ້າອາກາດ ເປັນວາລະ ທີ່ລັດຖະບານ ຕ້ອງເອົາໃຈໃສ່ຕິດຕາມ ກໍຄືໄພພິບັດທາງທໍາມະຊາດ ທີ່ອາດຈະເກີດຂຶ້ນ ພ້ອມທັງແຈ້ງເຕືອນໃຫ້ປະຊາ ຊົນຊາບ ແລະກຽມຮັບມືຢ່າງທັນການ. ພ້ອມກັນນີ້ ກໍໃຫ້ສືບຕໍ່ກະກຽມ ແນວພັນ ແລະປັດໃຈການຜະລິດ ເພື່ອສະໜອງໃຫ້ແກ່ການຜະລິດເຂົ້ານາປີ ແລະປູກພືດລະດູຝົນປີ 2024 ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.