ຜູ້ທີ່ຖືກຜົນກະທົບ ຈາກໂຄງການພັດທະນາ ສີທັນດອນ ຫາກໍໄດ້ເງິນຄ່າຊົດເຊີຍ

0:00 / 0:00

ຊາວບ້ານ ຈໍານວນ 15 ຄອບຄົວ ໃນ 3 ບ້ານ ຢູ່ເມືອງໂຂງ ແຂວງຈໍາສັກ ປະກອບມີ ບ້ານບຶງງາມ, ບ້ານ ທ່າຄໍ້ ແລະ ບ້ານເສັດເຕົາເຫຼັກ ເຊິ່ງສູນເສັຍທີ່ດິນປຸກສ້າງ ໃຫ້ກັບການພັດທະນາ ສະໜາມກ໊ອບ ລວມມູນຄ່າ ໄດ້ຮັບເງິນຄ່າຊົດເຊີຍແລ້ວ ຈາກບໍລິສັດຜູ້ພັດທະນາ ເຂດເສດຖະກິດໃໝ່ ສີທັນດອນ ແລະທາງການແຂວງຈໍາສັກ ໄດ້ມອບເງິນຊົດເຊີຍ ລວມເປັນຈໍານວນ 1,131,158,000 ກີບ (1 ຕື້ 131 ລ້ານ 1 ແສນ 5 ສິບ 8 ພັນກີບ), ດັ່ງເຈົ້າໜ້າທີ່ທ້ອງຖິ່ນ ເມືອງໂຂງ ແຂວງຈໍາປາສັກ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 23 ສິງຫາ ນີ້ວ່າ:

“ຍັງໆ ບໍ່ທັນໂຍກຍ້າຍ ບ້ານຈັດສັນເຂົາເຮັດຢູ່ ແຕ່ບໍ່ທັນແລ້ວ ເອີ່... ຜູ້ໄດ້ກະໄດ້ ຜູ້ໃດກະມີ ຜູ້ດິນໜ້ອຍ ກະ 20-30 ລ້ານ ຄັນດິນສວນກະ ເຮັກຕ້າໜຶ່ງ 50 ລ້ານ ຄັນດິນປຸກສ້າງ ເຮັກຕ້າໜຶ່ງ ກະ 800 ລ້ານ ຄັນດິນນາ 110 ລ້ານ ເຮັກຕ້າໜຶ່ງ ຕາມໜ້ອຍຕາມຫຼາຍ.”

ທ່ານຍັງກ່າວອີກວ່າ ສໍາລັບເງິນຄ່າຊົດເຊີຍ ທີ່ຊາວບ້ານໄດ້ຮັບໄປນັ້ນ ຖືວ່າ ມີຄວາມສົມເຫດສົມຜົນທີ່ສຸດ ເຊິ່ງທຸກຄອບຄົວ ກະຍິນດີ ແລະຍອມຮັບເອົາ ເງິນຄ່າຊົດເຊີຍ ໂດຍບໍ່ໄດ້ມີການຮຽກຮ້ອງ ສິ່ງໃດຕື່ມອີກ. ນອກຈາກນີ້ ບໍລິສັດຜູ້ພັດທະນາໂຄງການ ຍັງຈະສ້າງເຮືອນຈັດສັນໃໝ່ ໃຫ້ກັບຊາວບ້ານທີ່ໄດ້ຮັບຜົນກະທົບ ຕ້ອງຖືກໂຍກຍ້າຍ ແລະປັດຈຸບັນ ບໍລິສັດ ກໍ່ພວມດໍາເນີນການກໍ່ສ້າງ ແຕ່ຍັງບໍ່ທັນສໍາເລັດເທື່ອ.

ແນວໃດກໍ່ຕາມ ກໍ່ຍັງມີຊາວບ້ານອີກຫຼາຍຄອບຄົວ ໃນຫຼາຍບ້ານ ທີ່ພາກສ່ວນທີ່ກ່ຽວຂ້ອງ

ຍັງບໍ່ທັນລົງມາເອົາຂໍ້ມູນຜົນກະທົບ ສໍາເລັດເທື່ອ ແຕ່ເມື່ອໃດກໍ່ຕາມ ຖ້າມີການເອົາຂໍ້ມູນສໍາເລັດແລ້ວ ບໍລິສັດຜູ້ພັດທະນາໂຄງການ ແລະທາງການລາວ ກໍ່ຈະມອບເງິນຄ່າຊົດເຊີຍ ໃຫ້ກັບພວກເຂົາ ເປັນຂັ້ນຕໍ່ໄປ.

ຊາວບ້ານ ທ່ານໜຶ່ງ ໃນແຂວງຈໍາສັກ ທີ່ໄດ້ຮັບຜົນກະທົບ ກ່າວວ່າ ໄດ້ສູນເສັຍເນື້ອທີ່ດິນສວນ ໃຫ້ກັບໂຄງການດັ່ງກ່າວ ເພື່ອສ້າງສະໜາມກ໊ອບ ແຕ່ເງິນຄ່າຊົດເຊີຍ ກະບໍ່ໄດ້ຮັບຫຼາຍປານໃດ ປະມານ 20 ປາຍລ້ານກີບ ເພາະເນື້ອທີ່ດິນບໍ່ຫຼາຍ ແຕ່ໄລຍະທີ່ຜ່ານມາ ກະພໍສ້າງລາຍຮັບໃຫ້ກັບຄອບຄົວ ພໍກຸ້ມຢູ່ກຸ້ມກິນ ແຕ່ຫຼັງຈາກນີ້ ກະຍັງບໍ່ຮູ້ຊະຕາກໍາໂຕເອງວ່າ ຈະໄປທໍາມາຫາກິນອາຊີບໃດ, ດັ່ງຊາວບ້ານ ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ:-

“ກະບໍ່ປານໃດແຫຼະ ລາຍຮັບລາຍໄດ້ ມັນກະຫຼຸດລົງ ເຮົາກະໄດ້ພໍໄດ້ ຢູ່ໄປຕາມຮີດເກົ່າຄອງຫຼັງ ເຮົາຊັ້ນແຫຼະ.”

ຊາວບ້ານ ນາງໜຶ່ງ ໃນເມືອງໂຂງ ແຂວງຈໍາສັກ ກ່າວວ່າ ຊາວບ້ານຫຼາຍຄົນ ພາກັນອຸກໃຈຫຼາຍ ເຖິງວ່າ ຈະໄດ້ຮັບເງິນຄ່າຊົດເຊີຍມາແລ້ວ ແຕ່ກະບໍ່ມີບ່ອນຢູ່ອາໄສຖາວອນເທື່ອ ແລະເຖິງວ່າ ບໍລິສັດຈະສ້າງເຮືອນຈັດສັນໃໝ່ ແຕ່ກະບໍ່ຮູ້ວ່າ ພື້ນຖານໂຄງຮ່າງທີ່ຈໍາເປັນຈະສະດວກສະບາຍ ຫຼືບໍ່ ສ່ວນບ້ານອື່ນໆ ທີ່ຢູ່ອ້ອມຂ້າງໂຄງການດັ່ງກ່າວ ກະບໍ່ຮູ້ວ່າ ຈະຖືກຜົນກະທົບ ຫຼືໄດ້ຍ້າຍອອກມື້ໃດ ແລະຫຼາຍຄົນ ກະຂ້ອນຂ້າງເປັນກົງວົນໃຈ ກັບອະນາຄົດຂອງພວກເຂົາເອງ, ດັ່ງຊາວບ້ານນາງນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຄອນພະເພັງ ໄປແຫຼະ ຕໍ່ໄປມນມີແຕ່ຈີນ ແລ້ວມັນກະຊິໄລ່ເຮົາອອກມາໝົດແຫຼະ ພວກຢູ່ຫັ້ນກະເລີ້ມຍັບຍ້າຍ ອອກມາຫຼາຍແລ້ວເດ້ ກະຍັງມີຮ້ານຢູ່ ຂາຍຄືເກົ່າ.”

ສ່ວນຊາວບ້ານ ອີກທ່ານໜຶ່ງ ໃນເມືອງໂຂງ ແຂວງຈໍາປາສັກ ກ່າວວ່າ ໃນເຂດຄອນພະເພັງ ດຽວນີ້ ຖືກສໍາປະທານໄປໝົດແລ້ວ ໃນອະນາຄົດ ກະຍັງບໍ່ຮູ້ວ່າ ຈະມີອີກຈັກບ້ານ ທີ່ຈະໄດ້ຮັບຜົນກະທົບ ແລະຖືກໂຍກຍ້າຍ ອອກຈາກເຂດດັ່ງກ່າວ, ດັ່ງຊາວບ້ານ ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ:

“ຈີນເຂົາມາເຮັດເດີ່ນກ໊ອບ ເຮັດເຮືອນຫຼາຍຫຼັງ ເຮັດກໍາແພງ ເຮັດຫຍັງໝົດແລ້ວເດ້ ປູທາງເຂົ້າ ເຮັດປ້າຍເຂົ້າ ຈັ່ງວ່າຕໍ່ໄປ ເຂົາຊິເອົາໝົດ.”

ສໍາລັບໂຄງການ ເຂດພັດທະນາເສດຖະກິດໃໝ່ ສີທັນດອນ, ມາຮອດປັດຈຸບັນ ບໍລິສັດຜູ້ພັດທະນາ ໄດ້ຊົດເຊີຍລ່ວງໜ້າ ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການເພື່ອເຂົ້າໄປພັດທະນາກ່ອນ ມີທັງໝົດ 10 ຈຸດ, ກວມເອົາເນື້ອທີ່ 596.56 ເຮັກຕ້າ, ມູນຄ່າ 72,629,255,673 (72 ຕື້ 6 ຮ້ອຍ 29 ລ້ານປາຍກີບ) ແລະ 5,755,751 (5 ລ້ານ 7 ແສນ 55 ພັນປາຍໂດລາສະຫະລັດ) ຄື:

-ໂຄງການສະໜາມກ໊ອບ ບ້ານທ່າມ່ວງ ຈຳນວນ 50 ຄອບຄົວ ລວມເນື້ອທີ່ດິນ ຈຳນວນ 133.8 ເຮັກຕ້າ.

-ໂຄງການ ອຸດສາຫະກຳລ້ຽງປາຄົບວົງຈອນ ບ້ານບຶງງາມ ຈຳນວນ 15 ຄອບຄົວ ລວມເນື້ອທີ່ດິນ ຈຳນວນ 44.41 ເຮັກຕ້າ.

-ໂຄງການກໍ່ສ້າງຕຶກແຄນຄູ່ ບ້ານທ່າຄໍ້ ຈຳນວນ 43 ຄອບບຄົວ ລວມເນື້ອທີ່ດິນຈຳນວນ 188.9 ເຮັກຕ້າ.

-ໂຄງການ ສາງສິນຄ້າ ບ້ານບຶງງາມ ຈຳນວນ 06 ຄອບຄົວ ລວມເນື້ອທີ່ດິນ ຈຳນວນ 10.7 ເຮັກຕ້າ.

-ຊົດເຊີຍທີ່ດິນປະຊາຊົນ ທີ່ນອນໃນໂຄງການ ແຫຼ່ງທ່ອງທ່ຽວຄອນພະເພັງ ບ້ານທ່າຄໍ້ ຈຳນວນ 06 ຄອບຄົວ ລວມເນື້ອທີ່ດິນ ຈຳນວນ 14.6 ເຮັກຕ້າ.

-ຄ່າໂຍກຍ້າຍຮ້ານຄ້າເກົ່າ ໃນແຫຼ່ງທ່ອງທ່ຽວ ນ້ຳຕົກຕາດຄອນພະເພັງ ຈຳນວນ 24 ຮ້ານ.

-ຊົດເຊີຍຄືນ ໃຫ້ກັບບໍລິສັດ ຍິ່ງໂຊກໄຊ ໂດຍຜ່ານຫ້ອງວ່າການ ແຂວງຈຳປາສັກ ສຳລັບແຫຼ່ງທ່ອງທ່ຽວ ຄອນພະເພັງ ແລະ ສົມພະມິດ.

-ມອບເງິນຊົດເຊີຍ ໃຫ້ບໍລິສັດອຸດົມສິນ ບ້ານທ່າມ່ວງ ໂດຍຜ່ານຫ້ອງວ່າການ ແຂວງຈຳປາສັກ ໃນເນື້ອທີ່ດິນ ຈຳນວນ 126 ເຮັກຕ້າຣ໌.

-ຊົດເຊີຍ ຣີສອດນາແປງ ໃຫ້ບໍລິສັດຍິ່ງໂຊກໄຊ ໂດຍຜ່ານຫ້ອງວ່າການ ແຂວງຈຳປາສັັກ ໃນເນື້ອທີ່ດິນ ຈຳນວນ 65 ເຮັກຕ້າ.

-ຍັງມີໂຄງການ ບ້ານຈັດສັນ (ນອກເຂດ) ຈຳນວນ 10 ຄອບຄົວ ລວມເນື້ອທີ່ດິນຈຳນວນ 12.58 ເຮັກຕ້າ.

ສໍາລັບ ເຂດພັດທະນາເສດຖະກິດໃໝ່ ສີທັນດອນ ແມ່ນເປັນການພັດທະນາ ຕາມຂໍ້ລິເລີ້ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງລັດຖະບານຈີນ ເຊິ່ງເປັນໂຄງການລົງທຶນຂະໜາດໃຫຍ່ ທີ່ມີການສໍາປະທານ ເນື້ອທີ່ດິນໄປທັງໝົດ ເກືອບ 10,000 ເຮັກຕ້າ ທີ່ຄອບຄຸມ ທັງດິນ, ດອນ ແລະ ແມ່ນໍ້າຂອງ ໂດຍມີບໍລິສັດ ລາວມະຫານາທີ ສີທັນດອນ ຮົງກົງ ການລົງທຶນ ແລະບໍລິສັດ LTV ກໍ່ສ້າງຂົວທາງ ຈໍາກັດຜູ້ດຽວ ໄດ້ມີການເຊັນສັນຍາ ສ້າງຕັ້ງບໍລິສັດ ຮ່ວມພັດທະນາ ສີທັນດອນ ຈໍາກັດ.