ການກວດກາທີ່ດິນລັດ ໃຫ້ໂຄງການສຳປະທານ ບໍ່ມີຄວາມຄືບໜ້າເທົ່າທີ່ຄວນ

ຈຳປາທອງ
2024.10.21
ການກວດກາທີ່ດິນລັດ ໃຫ້ໂຄງການສຳປະທານ ບໍ່ມີຄວາມຄືບໜ້າເທົ່າທີ່ຄວນ ພື້ນທີ່ ທີ່ຖືກປ່ອຍຫວ່າງ ໃນແຂວງພາກເໜືອຂອງລາວ. ເດືອນຕຸລາ 2022.
RFA

ມາເຖິງປັດຈຸບັນ ລັດຖະບານລາວ ໄດ້ອະນຸມັດໃຫ້ພວກນັກລົງທຶນເຊົ່າ ຫຼືສໍາປະທານ ດິນໃນທົ່ວປະເທດ ໃນເນື້ອທີ່ 1 ລ້ານປາຍເຮັກຕ້າ ໃນຈໍານວນ 2,000 ປາຍໂຄງການ. ແຕ່ໄດ້ກວດພົບວ່າ ມີ 400 ປາຍໂຄງການ ກວມເອົາເນື້ອທີ່ 240,000 ປາຍເຮັກຕ້າ ບໍ່ໄດ້ຮັບການພັດທະນາ ແລະຖືກລະເລີຍ, ອີງຕ້າມການລາຍງານ ຂອງກະຊວງຊັບພະຍາກອນທໍາມະຊາດ ແລະສິ່ງແວດ ລ້ອມ.

ເຖິງທາງການລາວໄດ້ສັ່ງໃຫ້ມີການຕິດຕ້າມ ກວດກາ ເພື່ອຍົກເລີກສັນຍາເຊົ່າ ຫຼືສໍາປະທານ ໂຄງການທີ່ບໍ່ໄດ້ຮັບການພັດທະນາ ແລະຖືກລະເລີຍ ທີ່ວ່ານັ້ນ,  ແລະປັບໄໝຕ້າມລະບຽບການ. ແຕ່ມາຮອດດຽວນີ້ ກໍຍັງບໍ່ມີຄວາມຄືບໜ້າ ໃນການແກ້ໄຂບັນຫາດັ່ງກ່າວເທົ່າທີ່ຄວນ ດັ່ງເຈົ້າໜ້າທີ່ກະຊວງຊັບພະຍາ ກອນທໍາມະຊາດ ແລະສິ່ງແວດລ້ອມ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 21 ຕຸລານີ້ວ່າ:

ກະຍາກແດ່ ເຂົາເຊົ່າມັນບໍ່ຖືກຕ້ອງຕ້າມລະບຽບ ກະໃຫ້ເຂົາເຊົ່າຫັ້ນກະຍັງເວົ້າກັນຢູ່ນາວໆຢູ່ນີ້ແຫລະ ຄືພວກຈີນມາເຊົ່າປູກໝາກໂມ ຢາກຍາກແດ່ຫັ້ນແຫລະ ເອົາກັນໄປເອົາກັນມາ ສິໝົດປີແລ້ວ ຍັງບໍ່ແຕກເທື່ອເດ້ ແຕ່ວ່າເພິ່ນກະ ອັນໃດບໍ່ຖືກເພິ່ນກະຍົກເລີກ ຖອນຄືນ ສິເອົາໃຈໃສ່ຕື່ມຫັ້ນນ່າເອີ້ນເຂົາມາເວົ້າມາວ່າ ກະປະຊຸມກັນຢູ່.

ທ່ານກ່າວຕື່ມວ່າ ນັບຕັ້ງແຕ່ມີຄໍາສັ່ງໃຫ້ຕິດຕ້າມ ກວດກາ ເພື່ອຍົກເລີກ ແລະປັບໄໝຄືທີ່ວ່ານັ້ນ ເວົ້າລວມແລ້ວ ແມ່ນສາມາດຈັດຕັ້ງປະຕິບັດໄດ້ ບໍ່ເຖິງ 100 ໂຄງການ ໃນຈໍານວນ 400 ປາຍໂຄງການນັ້ນ ຍ້ອນລາຍລະອຽດໃນສັນຍາຂອງແຕ່ລະໂຄງການ ຂ້ອນຂ້າງຊັບຊ້ອນ ແລະບາງໂຄງການພົວພັນກັບຫຼາຍໜ່ວຍງານ ໂດຍສະເພາະໂຄງການຂອງຈີນ ຢູ່ແຂວງພາກເໜືອຂອງປະເທດ ມີບັນຫາຫຼາຍທີ່ສຸດ ເພາະເຈົ້າໜ້າທີ່ທ້ອງຖິ່ນ ບໍ່ເຂັ້ມງວດໃນການບັງຄົບໃຊ້ກົດ ໝາຍ.

ສໍາລັບຢູ່ແຂວງຄໍາມ່ວນ ໃນໄລຍະທີ່ຜ່ານມາ ກວດພົບວ່າ ມີໂຄງການ ທີ່ບໍ່ໄດ້ເຮັດຫຍັງເລີຍ ເຊັ່ນໂຄງການປູກອ້ອຍ 2 ໂຄງການຂອງບໍລິສັດຫວຽດນາມ ທີ່ໄດ້ຮັບສໍາປະທານໃນເນື້ອທີ່ 29,000 ປາຍເຮັກຕ້າ ແລະ 13,000 ປາຍເຮັກ ຕ້າ ຂອງໂຄງການລ້ຽງງົວ ຂອງບໍລິສັດຈີນ 3 ໂຄງການ, ອີງຕ້າມການລາຍງານ ຂອງກະຊວງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ.

ກ່ຽວກັບບັນຫາທີ່ວ່ານີ້ ປະຊາຊົນຜູ້ນຶ່ງ ຢູ່ເມືອງຍົມມະລາດ ແຂວງຄໍາມ່ວນ ທີ່ໄດ້ຮັບຜົນກະທົບ ເສຍດິນທໍາການຜະລິດ ແລະດິນປ່າໄມ້ ກໍໄດ້ຮັບຜົນກະທົບຈາກໂຄງການຟາມລ້ຽງງົວ ຂອງບໍລິສັດ ຄໍາມ່ວນອິມພອດ ຈໍາກັດ ຂອງນັກລົງທຶນຈີນ ທີ່ກວມເອົາດິນຂອງຊາວບ້ານ 600 ປາຍເຮັກຕ້າ ແຕ່ດິນນັ້ນໄດ້ຮັບການພັດທະນາພຽງໜ້ອຍດຽວ.

ເຖິງຊາວບ້ານ ຈະບໍ່ເຫັນດີກັບໂຄງການດັ່ງກ່າວ ແຕ່ກໍບໍ່ສາມາດ ທີ່ຈະເວົ້າຫຍັງໄດ້, ຄັດຄ້ານຫຍັງກໍບໍ່ໄດ້, ແລະທີ່ສໍາຄັນ ແມ່ນຊາວບ້ານບໍ່ໄດ້ຮັບເງິນຄ່າຊົດເຊີຍຢ່າງເໝາະສົມ ແລະຊາວບ້ານຢ້ານວ່າ ຕໍ່ໄປ ເຂົາຈະເຮັດໃບຕ້າດິນໂກງຂາຍໃຫ້ຈີນໝົດກໍເປັນໄດ້ ແລະດິນປ່າ ດິນດົງ ທາງໂຄງການກໍກວມເອົາໄປໝົດ ດັ່ງຊາວບ້ານນາງນຶ່ງ ທີ່ເສຍດີນໃຫ້ໂຄງການລ້ຽງງົວຂອງຈີນ ເວົ້າຕໍ່ຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:

ດິນປ່າດິນດົງເອົາແທ້ໆ ໝົດແລ້ວບາດນີ້ ເຮັດຫຍັງກະເຮັດບໍ່ໄດ້ນໍາເຂົາ ເວົ້າຫຍັງຫະເວົ້າບໍ່ໄດ້ຢ້ານເຂົາເຮັດໃບຕ້າດິນກົງຂາຍໃຫ້ຈີນໝົດ ກະບໍ່ຈັກເນາະ ຄືຊຸມແມ່ນີ້ແຫລະ ດິນແມ່ໆ ຫັກໃບຕ້າດິນຢູ່ເຂົາພຸ້ນແລ້ວ ຢ້ານແນສນັ້ນນ່າ ຊານເມືອງ ເຮັດເດ້ສາ.

ຢູ່ແຂວງອັດຕະປື ປະຊາຊົນຢູ່ເມືອງຊານໄຊ ທີ່ເສຍດິນໃຫ້ໂຄງການປູກອ້ອຍ ຂອງບໍລິສັດຫວຽດນາມ ເວົ້າວ່າ ດິນເປົ່າວ່າງ, ດິນປ່າໄມ້ ແລະດິນທໍາການກະເສດຂອງຊາວບ້ານ ຢູ່ເມືອງໄຊເສດຖາ ແລະເມືອງຊານໄຊ ແມ່ນຖືກທາງໂຄງການສໍາປະທານກວມເອົາໄປຈົນໝົດ ແຕ່ດິນທີ່ໄດ້ສໍາປະທານໄປນັ້ນ ໄດ້ຮັບການສພັດທະນາ ພຽງສ່ວນໃດສ່ວນນຶ່ງເທົ່ານັ້ນ ໃນຂະນະທີ່ຊາວບ້ານໃນພື້ນທີ່ ບໍ່ມີດິນທໍາການກະເສດພຽງພໍ ແລະບາງບ່ອນ ທາງໂຄງການຖົມຮອດຮ່ອງ ຮອດຫ້ວຍ ແລະເວົ້າວ່າ ບໍ່ເຂົ້າໃຈນໍາຂັ້ນເທິງຄືກັນ ດັ່ງປະຊາຊົນຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 21 ຕຸລານີ້ວ່າ:

ກະຄັດຄ້ານຢູ່ ຫ້ວຍ ຮອງຈັ່ງຊີ້ນ່າ ສະຫງວນໄວ້ໄດ້ເປັນປ່າໄມ້ຫັ້ນ ຄືທົ່ງໄຮ່ທົ່ງນາເຂົາ ບາງບ່ອນຖົມຮອດຮ່ອງຮອດຫ້ວຍນ່າ ໂຕນີ້ບໍ່ເຂົ້າໃຈນໍາຂັ້ນເທິງຄືກັນຫັ້ນນ່າ ເປັນນໍາຂັ້ນເທິງບໍ່ຫລືເປັນນໍາບໍລິສັດບໍ່ຫັ້ນນ່າ ກະເລີຍບໍ່ເຂົ້າໃຈນໍາປານໃດ.

ແລະຢູ່ແຂວງຈໍາປາສັກ ປະຊາຊົນກໍເວົ້າວ່າ ລັດຖະບານບໍ່ຄວນອະນຸມັດພື້ນທີ່ປ່າໄມ້ ແລະດິນທໍາການກະເສດ ໃຫ້ບໍລິສັດ ຫຼືນັກລົງທຶນ ທັງພາຍໃນ ແລະຕ່າງປະເທດ ສໍາປະທານ ຕ້າບໃດທີ່ປະຊາຊົນ ຍັງບໍ່ມີພື້ນທີ່ທໍາການກະເສດຢ່າງພຽງພໍ ແລະໂຄງການໃດ ທີ່ຖືກກວດພົບວ່າ ບໍ່ໄດ້ເຮັດຫຍັງ ຫຼືປະຕິບັດຜິດລະບຽບ ກໍຄວນລົບລ້າງສັນຍາສໍາປະທານນັ້ນ ແລະວ່າ ຕ້າມຫຼັກການແລ້ວ ແມ່ນໃຫ້ເມືອງ ໃຫ້ແຂວງ ລົງໄປຈັດພື້ນທີ່ດິນໃຫ້ປະຊາຊົນ ດັ່ງຊາວບ້ານຜູ້ນຶ່ງເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:

ຕ້າມຫລັກການແທ້ນັ້ນ ໃຫ້ເມືອງໃຫ້ແຂວງລົງໄປເຮັດ ປ່າຜະລິດຫລືດິນອັນອື່ນຫັ້ນນ່າ ໃຫ້ເຂົາຈັດພື້ນທີ່ປະຊາຊົນພົນລະເມືອງເຂົາ ໃຫ້ມັນພຽງພໍມັນຈຶ່ງຈະຖືກ ອັນນີ້ມີແຕ່ວ່າບໍລິສັດ ອີ່ສັງກະຂາຍໃຫ້ບໍລິສັດ ມັນສິຖືກບໍ່ແນວນັ້ນ.

ແຂວງ ທີ່ໄດ້ມີການອະນຸມັດໃຫ້ໂຄງການສໍາປະທານດິນໄປແລ້ວ ແຕ່ບໍ່ໄດ້ມີການພັດທະນາ ແລະປະໄວ້ຫຼາຍກວ່າແຂວງອື່ນໆ ແມ່ນແຂວງສະຫວັນນະເຂດ ທີ່ໄດ້ມີການອະນຸມັດໃຫ້ສໍາປະທານໄປແລ້ວ 200,000 ປາຍເຮັກຕ້າ ແຕ່ໄດ້ຮັບການພັດທະນາພຽງປະມານ 35% ຂອງເນື້ອທີ່ທັງໝົດ. ຮອງລົງມາກໍແມ່ນແຂວງຄໍາມ່ວນ ທີ່ໄດ້ມີການອະນຸມັດໃຫ້ສໍາປະທານໄປແລ້ວ 100,000 ປາຍເຮັກຕ້າ ແຕ່ໄດ້ຮັບການພັດທະນາພຽງປະມານ 28% ຂອງເນື້ອທີ່ທັງໝົດ.

400 ປາຍໂຄງການ ຊຶ່ງກວມເອົາເນື້ອທີ່ 240,000 ປາຍເຮັກຕ້າ ທີ່ໄດ້ກວດພົບວ່າ ບໍ່ໄດ້ເຮັດຫຍັງ, ປະໄວ້ລ້າໆນັ້ນ ມີທັງໂຄງການທີ່ບໍ່ມີຕົວຕົນ, ໂຄງການ ຖືກຍົກເລີກແລ້ວ, ໂຄງການໝົດອາຍຸສໍາປະທານ, ໂຄງການສະເໜີສືບຕໍ່, ໂຄງການ ທີ່ບໍ່ແມ່ນໂຄງການເຊົ່າ ຫຼືສໍາປະທານທີ່ດິນລັດ, ໂຄງການທີ່ມີຂໍ້ຂັດແຍ່ງ ແລະໂຄງການໂອນເອົາດິນລັດ ໄປເປັນດິນຂອງບຸກຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.