8 ປີ ເຂື່ອນແຕກ ແຕ່ ປະຊາຊົນຍັງຢູ່ຢ່າງລໍາບາກ

ປະຊາຊົນບໍ່ຮອດ 30 ເຊີເຊັນ ສາມາດຟື້ນຟູຊີວິດໄດ້

ຄົບ 8 ປີ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ແຕ່ຄຸນນະພາບຊີວິດຂອງຊາວບ້ານ ຜູ້ໄດ້ຮັບຜົນກະທົບ ເມືອງສະໜາມໄຊ ແຂວງອັດຕະປື ຍັງລຳບາກ-ທຸກຍາກຫຼາຍ.

8 ປີ ເຂື່ອນແຕກ ແຕ່ ປະຊາຊົນຍັງຢູ່ຢ່າງລໍາບາກ ຄົບ 8 ປີ ເຂື່ອນເຊປຽນ-ເຊນ້ອຍນ້ອຍແຕກ ແຕ່ຄຸນນະພາບຊີວິດຂອງຊາວບ້ານ ຜູ້ໄດ້ຮັບຜົນກະທົບ ເມືອງສະໜາມໄຊ ແຂວງອັດຕະປື ຍັງລຳບາກ-ທຸກຍາກຫຼາຍ

8 ປີຜ່ານມາ ວຽກງານການຟື້ນຟູຄຸນນະພາບຊີວິດການເປັນຢູ່ຂອງຊາວບ້ານ, ການພັດທະນາໂຄງລ່າງພື້ນຖານຕ່າງໆ ມີຄວາມຊັກຊ້າ ຂາດປະສິດທິພາບ ຫຼາຍໂຄງການພັດທະນາໄປແລ້ວ ບໍ່ໄດ້ມາດຕະຖານ ເຮັດໃຫ້ຊາວບ້ານສ່ວນໃຫຍ່ ບໍ່ໄດ້ຮັບຄວາມສະດວກສະບາຍ ມີແຕ່ທຸກໄປຕື່ມ ແລະມີບໍ່ດອດ 30% ທີ່ສາມາດກຸ້ມຕົວເອງໄດ້

ຊາວບ້ານຜູ້ປະສົບໄພ ເມືອງສະໜາມໄຊ ເວົ້າວ່າ ກ່ອນເຂື່ອນແຕກ ຊາວບ້ານເມືອງສະໜາມໄຊ ມີລາຍໄດ້ປະມານ 20 ລ້ານກີບຕໍ່ຄົນຕໍ່ປີ ຫຼັງເຂື່ອນແຕກຜ່ານມາ 8 ປີແລ້ວ ລາຍໄດ້ຂອງຊາວບ້ານ ຫຼຸດຕ່ຳກວ່າ 20 ລ້ານກີບຕໍ່ຄົນຕໍ່ປີ, ຕາມລາຍງານຂອງແຂວງອັດຕະປື ລະບຸວ່າ ລາຍໄດ້ສະເລ່ຍຕໍ່ຫົວຄົນ ທົ່ວເມືອງສະໜາມໄຊ ບັນລຸປະມານ 20 ລ້ານກີບຕໍ່ຄົນຕໍ່ປີ

ເລື່ອງທີ່ດິນທຳການກະເສດ ຖືເປັນຄວາມຫຍຸ້ງຍາກທີ່ສຸດຂອງຊາວບ້ານ ເນື່ອງຈາກ ການຈັດສັນທີ່ດິນໃຫ້ນັ້ນ ບໍ່ມີຄວາມເໝາະສົມ ປູກພືດ-ຜັກ ກະຍາກ ບໍ່ມີແຫຼ່ງນ້ຳພຽງພໍ ແລະຍັງຫ່າງໄກຈາກເຂດບ້ານ ປະມານ 10 ຫຼັກ, ຊາວບ້ານຫຼາຍຄອບຄົວ ປະຖິ້ມເຮືອນຊານຍ້າຍໄປຢູ່ທົ່ງ-ຢູ່ສວນ ເພື່ອຄວາມສະດວກໃນການທຳການກະເສດ.

ຊາວບ້ານເມືອງສະໜາມໄຊ ທີ່ໄດ້ຮັບຜົນກະທົບເຂື່ອນແຕກ ໄດ້ກ່າວວ່າ:

“ຫາແນວໃດ ມັນກະຍາກຄູ່ມື້ນີ້ ເງິນກະເຟີຄືຄູມື້ນີ້ ເຮັດຮົ້ວເຮັດສວນ ພໍໄດ້ກິນ ບໍ່ເຖິງ 30 ດອກ ຄົນທີ່ວ່າ ຊິສະບາຍຂຶ້ນ ບໍ່ມີນ່າ ທຸກກວ່າເກົ່າອີກນ່າ ບໍ່ແມ່ນທຸກຄືອເກົ່າ ບ່ອນຫາຢູ່ຫາກິນກະໄກ ໄປ-ມາກະຍາກຂຶ້ນ”

ສ່ວນວຽກງານການຊົດເຊຍເງິນ ປະເພດຊັບສິນມີຄ່າ ເກືອບ 700 ຕື້ກີບ ໃຫັກັບຜູ້ໄດ້ຮັບຜົນກະທົບ ກໍຍັງມິດວຽບ ຈະມີຄຳສັ່ງຈາກ ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໃຫ້ຮີບດ່ວນ ເກັບຂໍ້ມູນ ແລະມອບເງິນຊົດເຊຍໃຫ້ໄວທີ່ສຸດ ແຕ່ການປະຕິບັດໂຕຈິງ ພັດຊັກຊ້າ ບໍ່ໄປ-ບໍ່ມາແນວໃດ.

ນອກຈາກນີ້ ຍັງເກິດການຮັ່ວໄຫຼຂອງເງິນຊົດເຊຍ ຈຳນວນ 81 ຕື້ກີບ ກໍຍັງຜົນການສືບສວນສອບສວນຢ່າງຈະແຈ້ງ ວ່າເງິນຈຳນວນນັ້ນ ຮັ່ວໄຫຼໄປໄດ້ແນວໃດ ແລະພາກສ່ວນໃດ ເປັນຜູ້ເອົາໄປນຳໃຊ້.

ເຫດການ ສັນເຂື່ອນ D ຂອງເຂື່ອນເຊປ່ຽນ-ເຊນ້ຳນ້ອຍແຕກ ເມື່ອວັນທີ່ 23 ກໍລະກົດ ປີ 2018 ສ້າງຫາຍະນະມະຫາສານ ແລະຄວາມທຸກໂສກ ມີຜູ້ເສຍຊີວິດ 71 ຄົນບ້ານຖືກນ້ຳໄຫຼຊຸຢ່າງຮຸນແຮງ ກວມເອົາ 18 ບ້ານ ຊາວບ້ານ 13 ພັນຄົນ ບໍ່ມີບ່ອນຢູ່ອາໄສ.