ໂຄງການເຂື່ອນນໍ້າເທີນ-1
2017.07.31
ທາງການລາວ ມີແຜນການໂຍກຍ້າຍ ປະຊາຊົນຫຼາຍບ້ານ ທີ່ອາສັຍຢູ່ແຄມນໍ້າເທີນ ເປັນຕົ້ນບ້ານສຸກຕັດ ແລະບ້ານກົກຕົ້ນ ເມືອງວຽງທອງ ແຂວງບໍຣິຄໍາໄຊ ເພື່ອການກໍ່ສ້າງ ເຂື່ອນນໍ້າເທີນ-1, ການໂຍກຍ້າຍ ປະຊາຊົນຄັ້ງນີ້ ຈະເລີ່ມຂຶ້ນໃນປີ 2019 ແລະ ໃຫ້ສໍາເຣັດ ພາຍໃນປີ. ຕາມການເປີດເຜີຍ ຂອງເຈົ້າໜ້າທີ່ ທ້ອງຖິ່ນທ່ານນຶ່ງ ໃນວັນທີ 28 ກໍຣະກະດາ 2017:
"ຈະຖືກໂຍກຍ້າຍອອກຈາກພື້ນທີ່ ແລ້ວປະມານປີ 2019 ເພາະວ່າຂະເຈົ້າ ຈະຖືກໂຄງການ ກໍ່ສ້າງເຂື່ອນໄຟຟ້ານໍ້າເທີນ-1 ເດ້ ຈະໃຫ້ຍ້າຍ ໄປຢູ່ພື້ນທີ່ ທີ່ຂະເຈົ້າ ຈັດສັນໄວ້ໃຫ້ ໄປຢູ່ເຂດພູສູູງ ຫັ້ນແຫລະ ມັນກໍມີຫລາຍບ້ານ ໂຮມເຂົ້າກັນເນາະ ມັນ ສະຖານທີ່ ໃນການຈັດພື້ນທີ່ ໃຫ້ຂະເຈົ້າ ກໍມີການ ແບ່ງສັດສ່ວນ ຄືກັນໝົດ".
ທ່ານເວົ້າວ່າ ຕອນນີ້ເຂື່ອນນໍ້າເທີນ-1 ຍັງຢູ່ໃນຂັ້ນຕອນ ການເກັບກໍາຂໍ້ມູນ, ກໍາລັງສຶກສາ ເຣື່ອງຜົລກະທົບ ແລະອອກແບບ ການກໍ່ສ້າງ ເຂື່ອນ. ທ່ານກ່າວຕື່ມວ່າ ຫາກມີການໂຍກຍ້າຍເກີດຂຶ້ນ ຊາວບ້ານ ກໍເຫັນດີນໍາ ຖ້າຣັຖບານ ອໍານວຍຄວາມສະດວກ ໃຫ້ຊາວບ້ານໄດ້ແທ້ ຕາມທີ່ຕົກລົງ ຍ້ອນວ່າໃນລະຍະນີ້ ໂຄງຮ່າງພື້ນຖານ ໃນເຂດບ້ານ ທີ່ກໍາລັງຈະຖືກໃຫ້ ໂຍກຍ້າຍໄປຢູ່ນັ້ນ ຍັງບໍ່ມີຄວາມສະດວກ ເປັນຕົ້ນ ຖນົນຫົນທາງ ໂຮງຮຽນ ໂຮງໝໍ ສຸຂສາລາ:
"ເຂົາເອີ້ນວ່າໂຄງຮ່າງ ພື້ນຖານ ທັງໝົດມີໂຮງຮຽນ ໂຮງໝໍ ມີຫຍັງ ມີສຸຂສາລາ ເນາະ ມັນກໍມີເຮືອນ ມີຫຍັງຕ່າງໆ ມີຫົນທາງເນາະ ໃຫ້ ສ່ວນຫລາຍ ຂະເຈົ້າກໍຈັດແຈງໃຫ້ ມັນມີຫລາຍບ້ານ ໂຮມເຂົ້າກັນເນາະ ພື້ນທີ່ໃຫ້ຂະເຈົ້າ ກໍມີການແບ່ງສັດສ່ວນ ວ່າຜູ້ນັ້ນໄດ້ໃກ້ ຜູ້ນີ້ໄດ້ໄກ ຂະເຈົ້າກໍວ່າໂອເຄ ບໍ່ເປັນຫຍັງ ຂະເຈົ້າ ກໍລອງໄປຢູ່".
ຜ່ານມາຫຼາຍເຂື່ອນຢູ່ລາວ ຕົວຢ່າງເຂື່ອນນໍ້າອູ-5 ແຂວງຜົ້ງສາລີ ແລະເຂື່ອນນໍ້າທາ-1 ແຂວງຫຼວງນໍ້າທາ ຊາວບ້ານທີ່ຖືກໃຫ້ ໂຍກຍ້າຍ ໄປຢູ່ບ້ານຈັດສັນ ປະສົບບັນຫາ ບໍ່ມີທີ່ດິນທໍາກິນ, ທາງຣັຖບານ ສ້າງໃຫ້ແຕ່ເຮືອນ ແຕ່ບໍ່ໄດ້ແບ່ງ ທີ່ດິນ ທໍາການ ຜລິດໃຫ້ ບໍ່ຄືກັນກັບ ທີ່ເຄີຍສັນຍາ ໄວ້ກັບຊາວບ້ານ ກ່ອນໃຫ້ໂຍກຍ້າຍນັ້ນ.